ຕ້ອນຮັບຄະນະ, ທ່ານ ຫງອັກກິມນາມ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ການນໍາແຂວງເງະອານ ແລະບັນດາຄະນະ, ຂະແໜງການ, ໝູ່ຄະນະໄດ້ເອົາໃຈໃສ່ສ້າງສາຍພົວພັນກັບບັນດາແຂວງຕິດກັບຊາຍແດນເປັນປະຈໍາ, ຫຼາຍໂຄງການຮ່ວມມືໄດ້ເຫັນດີເປັນເອກະພາບລົງນາມ ເພື່ອແນໃສ່ກໍ່ສ້າງ ແລະພັດທະນາມູນເຊື້ອມິດຕະພາບແບບພິເສດ, ພ້ອມທັງປະກອບສ່ວນເຂົ້າໃນໜ້າທີ່ພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມ, ຮັກສາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຕ່ລະແຂວງໄວ້ຢ່າງໝັ້ນຄົງ.

leftcenterrightdel
ທ່ານ ຫງອັກກິມນາມ ກ່າວຄໍາເຫັນຕ້ອນຮັບຄະນະຜູ້ແທນຊາວໜຸ່ມລາວ. ພາບ: ແທັງເລ.

ຕາມນັ້ນແລ້ວ, ໃນໄລຍະຜ່ານມາໄວໜຸ່ມສອງປະເທດຫວຽດນາມ-ລາວ ເວົ້າລວມ ແລະຊາວໜຸ່ມແຂວງເງະອານ ກັບຊາວໜຸ່ມແຂວງຊຽງຂວາງ, ຫົວພັນ, ບໍລິຄໍາໄຊ ເວົ້າສະເພາະຍາມໃດກໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ສະໜິດຕິດພັນສັດຊື່ບໍລິສຸດ, ຈັດຕັ້ງຫຼາຍກິດຈະກໍາ, ໂຄງການລົງນາມ, ຮ່ວມມື, ພົບປະແລກປ່ຽນມິດຕະພາບທີ່ແທດຈິງ ແລະມີຄວາມໝາຍ.

leftcenterrightdel
ລາຍການສະແດງສິລະປະ. ພາບ: ແທັງເລ.

ທ່ານ ຫງອັກກິມນາມ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມສອງປະເທດຈະຍົກສູງຄຸນນະພາບ, ປະສິດທິຜົນ ແລະລັກສະນະແທ້ຈິງຂອງບັນດາໂຄງການຮ່ວມມືທີ່ມີຢູ່ແລ້ວຢ່າງບໍ່ຢຸດຢັ້ງ, ພ້ອມທັງຊອກຫາ, ປະດິດສ້າງ, ເປີດກວ້າງບັນດາຂົງການຮ່ວມມືໃໝ່, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານ ອຸໄທ ບັນນາວົງ ໄດ້ຕີລາຄາສູງການພັດທະນາຂອງເງະອານ ໃນບັນດາຂົງເຂດ, ເຊື່ອໝັ້ນວ່າ ສອງປະເທດຫວຽດນາມ-ລາວ ແລະແຂວງເງະອານ-ລາວ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ພ້ອມກັນພັດທະນາແບບຍືນຍົງ.

leftcenterrightdel
ຄະນະຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ແທັງເລ.

ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ: ຄະນະຊາວໜຸ່ມສອງປະເທດເວົ້າສະເພາະ ແລະໄວໜຸ່ມສອງປະເທດເວົ້າລວມ ເຂົ້າໃຈຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບ ແລະພາລະກໍາຂອງຕົນໃນການຮັກສາ ແລະປົກປັກຮັກສາສາຍພົວພັນແບບພິເສດຫວຽດນາມ-ລາວ.

ງານພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ໄດ້ດໍາເນີນໃນລະຫວ່າງວັນທີ 12-14 ຕຸລາ ດ້ວຍບັນດາກິດຈະກໍາ: ເຂົ້າຢ້ຽມຂໍ່ານັບການນໍາ ແຂວງເງະອານ, ຖະຫວາຍດອກໄມ້, ທູບທຽນອາໄລຫາປະທານ ໂຮ່ຈີມິນ...

ໂດຍ: ທະນາພອນ