ຊາຕາກຳຂອງສອງປະເທດ, ສອງຊາດຫວຽດນາມ-ລາວ ຍາມໃດກໍ່ສະໜິດຕິດພັນ. ພິເສດ, ນັບແຕ່ເມື່ອພັກກອມມູນິດອິນດູຈີນ ໂດຍປະທານໂຮ່ຈີມິນຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະປະທານສຸພາ ນຸວົງ ທີ່ແສນຮັກກໍ່ຕັ້ງ, ການນໍາຮຸ່ນຕ່າງໆສືບທອດ ແລະປະຊາຊົນສອງປະເທດທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງນັ້ນ, ສາຍພົວພັນນັ້ນນັບມື້ນັບໝັ້ນແກ່ນ, ສະໜິດແໜ້ນ ແລະກາຍເປັນແບບຢ່າງບໍລິສຸດຜຸດຜ່ອງໃນສາຍພົວພັນສາກົນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ມາເຂົ້າຮ່ວມກອງປະຊຸມ ຄັ້ງທີ 42 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ ໃນວັນທີ 4 ມັງກອນ 2020. ພາບ: baoquocte.vn.

ໃນສະໄໝສອງປະເທດຕໍ່ສູ້ປົດປ່ອຍຊາດ, ໄດ້ມີຊາວຫວຽດນາມນັບພັນ, ນັບໝື່ນຄົນໄດ້ສະໝັກໃຈໄປຊ່ວຍເຫຼືອການປະຕິວັດລາວ, ສ້າງຕັ້ງກອງທະຫານປະສົມຫວຽດນາມ-ລາວ, ພ້ອມແລ້ວທີ່ຈະເສຍສະຫຼະເລືອດເນື້ອເພື່ອກັນ. ໄດ້ມີນັກວິລະຊົນ, ນັກຮົບຫວຽດນາມຫຼາຍຮຸ່ນຄົນພ້ອມກັບນັກຮົບ, ປະຊາຊົນລາວອ້າຍນ້ອງໄດ້ເສຍສະຫຼະຊີວິດ ເພື່ອນໍາມາມາເຊິ່ງໄຊຊະນະອັນສະຫງ່າລາສີໃຫ້ແກ່ສອງຊາດ.

ພາຍຫຼັງການປະຕິວັດສອງປະເທດຍາດເອົາໄຊຊະນະຢ່າງຊິ້ນເຊິງໃນປີ 1975, ຫວຽດນາມ ແລະລາວ ສືບຕໍ່ຄຽງບ່າຄຽງໄຫຼ່ນໍາກັນຮໍາບາດແຜສົງຄາມ, ຕ້ານຄວາມອຶດຫິວທຸກຍາກ, ຫຼ້າຫຼັງ, ພັດທະນາ ແລະເຊື່ອມໂຍງເຂົ້າກັບສາກົນ.

ສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ນັ້ນສືບຕໍ່ພັດທະນາຢ່າງໝັ້້ນຄົງ, ເຂົ້າສູ່ລວງເລິກໃນຊ່ອງພັກ, ລັດ, ລັດຖະບານ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ທ້ອງຖິ່ນ ແລະໃນທຸກຂົງເຂດ ຄືການເມືອງ, ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ວັດທະນະທໍາ...

ບັນດາຂໍ້ຕົກລົງຂັ້ນສູງ, ສັນຍາຮ່ວມມືລະຫວ່າງສອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ແທດຈິງ ແລະມີປະສິດທິຜົນ. ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກລະດັບ “ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ” ຂຶ້ນເປັນ “ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່”; ປະຕິບັດສໍາເລັດ ແລະກໍາລັງສົມທົບກັນກະກຽມເປີດເຜີຍກິດຈະກຳປະຫວັດສາດສາຍພົວພັນແບບພິເສດຫວຽດນາມ-ລາວ 1930-2007 ຢ່າງກວ້າງຂວາງ; ປະຕິບັດສໍາເລັດ ໂຄງການປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ-ລາວ; ລົງນາມສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນຫວຽດນາມ-ລາວ ແລະອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນຫວຽດນາມ-ລາວ.

ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດານັກລົງທຶນຕ່າງປະເທດແຖວໜ້າເຂົ້າລາວ, ມີຫຼາຍກິດຈະກໍາ, ໂຄງການຮ່ວມມືໃຫຍ່ໄດ້ນໍາເຂົ້າເຄື່ອນໄຫວ, ປະກອບສ່ວນຊຸກຍູ້ພື້ນຖານເສດຖະກິດລາວ ພັດທະນາ, ສ້າງວຽກເຮັດງານທໍາ ແລະລາຍຮັບ, ໜູນຊ່ວຍວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະຍົກສູງລະດັບຄວາມຮູ້ຂອງປະຊາຊົນລາວ. ບໍ່ພຽງແຕ່ໃນຂອບເຂດສອງຝ່າຍ, ນໍ້າໃຈສາມັກຄີແບບພິເສດຫວຽດນາມ-ລາວ ຍັງສະແດງຢ່າງຈະແຈ້ງທີ່ບັນດາເວທີປາໄສຫຼາຍຝ່າຍ ຄື ສປຊ, ອາຊຽນ, ການຮ່ວມມືໃນອະນຸພາກພື້ນ..., ປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະທີ່ຕັ້ງຂອງແຕ່ລະປະເທດຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ  ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາລາວ ທີ່ພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 28 ສິງຫາ 2020. ພາບ: baoquocte.vn.

ເພື່ອໃຫ້ການຮ່ວມມືລະຫວ່າງສອງປະເທດມີປະສິດທິຜົນຢ່າງແທ້ຈິງ ແລະຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຂອງຫວຽດນາມ ຄວນເຊື່ອມຊຶມກວ່າອີກຄວາມໝາຍທີ່ເລິກເຊິ່ງຂອງຄໍາສັ່ງສອນຂອງປະທານໂຮ່ຈີມິນ ແມ່ນ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”.

ຕາມນັ້ນ, ພວກເຮົາຄວນຕັດສິນໃຈຍົກອອກບັນດາຂົງເຂດຮ່ວມມືພັດທະນະໃຫ້ທັດທຽບກັບສາຍພົວພັນດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈ ແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ສະໜິດຕິດພັນລະຫວ່າງສອງປະເທດ, ພິເສດແມ່ນດ້ານເສດຖະກິດ-ການຄ້າ-ການລົງທຶນ, ຖືນີ້ແມ່ນໜ້າທີ່ສໍາຄັນແຖວໜ້າເພື່ອຊ່ວຍກັນຜ່ານຜ່າຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ, ພ້ອມກັນນັ້ນ ທ່ວງທັນກັບການພັດທະນາຂອງບັນດາປະເທດໃນພາກພື້ນ ແລະໃນໂລກຢ່າງໄວ.

ຄຽງຂ້າງນັ້ນ, ພວກເຮົາຄວນສືບຕໍ່ເອົາໃຈໃສ່ເຖິງການຮ່ວມມືທາງດ້ານວັດທະນະທໍາ, ການສຶກສາ, ບໍາລຸງສ້າງ, ວິທະຍາສາດ-ເຕັກນິກ ເພື່ອແນໃສ່ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະຍາວນານໃຫ້ແກ່ພາລະກິດພັດທະນາຂອງແຕ່ລະປະເທດ.

ພວກເຮົາກໍ່ຄວນເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ; ເອົາໃຈໃສ່ເປັນພິເສດເຖິງຍູ້ແຮງການໂຄສະນາ, ສຶກສາອົບຮົມໃຫ້ປະຊາຊົນສອງປະເທດກ່ຽວກັບສາຍພົວພັນລະຫວ່າງຫວຽດນາມ-ລາວ.

ດ້ວຍຄວາມຕັດສິນໃຈ ແລະຄວາມມານະພະຍາຍາມຂອງສອງຝ່າຍ,  ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ຈະນັບມື້ນັບໄດ້ຮັບການເພີ່ມທະວີ ແລະພັດທະນາຢ່າງມີເນື້ອແທ້ ຄືດັ່ງຄໍາສັ່ງສອນຂອງປະທານໂຮ່ຈີມິນ ທີ່ວ່າ “ສອງຊາດຫວຽດນາມ-ລາວ ໄດ້ຝັງຄວາມຮັກຢູ່ໃນໃຈ / ຮົ່ງຮ່າທັງແມ່ຂອງ, ບໍ່ເລິກປຸນປານໄດ້”, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາໃນພາກພື້ນ ແລະໃນໂລກ.

ບົດຂຽນຂອງທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ

ໂດຍ: ທູຈາງ