ການນໍາຄະນະບໍລິຫານງານສູນກາງຊາວໜຸ່ມສອງປະເທດ ໄດ້ຮັບຮູ້ເລື່ອງສອງຝ່າຍຍາມໃດກໍ່ຮັກສາການຕິດຕໍ່, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ; ວຽກງານປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຢູ່ແຕ່ລະປະເທດ. ພ້ອມທັງຢືນຢັນວ່າ ຍາມໃດກໍ່ຖືເປັນສໍາຄັນສາຍພົວພັນມິດຕະພາບຫວຽດນາມ - ລາວ; ມຸ່ງໄປເຖິງການເຄື່ອນໄຫວກິດຈະກໍາຮ່ວມມືກ່ຽວກັບຊາວໜຸ່ມໃຫ້ເຂົ້າສູ່ລວງເລິກ ແລະນຳເອົາຜົນປະໂຫຍດຢ່າງແທ້ຈິງມາໃຫ້ຊາວໜຸ່ມສອງປະເທດ.

leftcenterrightdel
ບັນຍາກາດທີ່ການໂອ້ລົມທາງໂທລະສັບ. ພາບ: tienphong.vn.

ທ່ານ ເລກວ໊ກຟອງ ແລະທ່ານ ອາລຸນໄຊ ສູນນະລາດ  ໄດ້ເຫັນດີເປັນເອກະພາບປັບປຸງບັນດາການເຄື່ອນໄຫວຮ່ວມມືສອງຝ່າຍໃນປີ 2020 ໃຫ້ສອດຄ່ອງກັບສະພາບພະຍາດໂຄວິດ-19 ເພື່ອຮັບປະກັນຄວາມປອດໄພ, ເປັນຕົ້ນ, ຄື: ຍ້າຍການຈັດຕັ້ງງານພົບປະແລກປ່ຽນເຍົາວະຊົນ-ອະນຸຊົນຫວຽດນາມ - ລາວ ຢູ່ຫວຽດນາມ, ຄະນະຜູ້ແທນຂອງສອງຄອບຄົວລາວ ມາຢ້ຽມຢາມຫວຽດນາມ ແລະງານພົບປະແລກປ່ຽນມິດຕະພາບຊາວໜຸ່ມລາວ - ຫວຽດນາມ ຢູ່ລາວ ໄປໃສ່ປີ 2021..

ເຫັນດີເປັນເອກະພາບເພີ່ມທະວີວຽກງານສຶກສາອົບຮົມ ແລະໂຄສະນາເຜີຍແຜ່ກ່ຽວກັບສາຍພົວພັນແບບພິເສດຫວຽດນາມ-ລາວ ໃນລຸ້ນໜຸ່ມຂອງສອງປະເທດດ້ວຍຜະລິດຕະພັນ ແລະການເຄື່ອນໄຫວຫຼາຍຢ່າງ; ໃນນັ້ນມີການຈັດຕັ້ງຜ່ານລະບົບທາງໄກ ແລະຢູ່ໃນລະບົບຖານເຕັກໂນໂລຢີດີຈີຕອນ.

leftcenterrightdel
ທ່ານ ເລກວ໊ກຟອງ ແລກປ່ຽນຂໍ້ມູນຂ່າວສານທີ່ການໂອ້ລົມທາງໂທລະສັບ. ພາບ: tienphong.vn

ຊຸກຍູ້ຜັນຂະຫຍາຍການປະຕິບັດຫຼາຍເນື້ອໃນຢູ່ໃນແຜນຮ່າງໜູນຊ່ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄລຍະ 2020-2025 ຄື: ກໍ່ສ້າງສູນບໍາລຸງສ້າງ ແລະຝຶກອົບຮົມພະນັກງານຊາວໜຸ່ມ, ເຍົາວະຊົນ-ອະນຸຊົນລາວ - ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ (ລາວ); ພັດທະນາບ້ານມິດຕະພາບຊາວໜຸ່ມເຂດຊາຍແດນລາວ - ຫວຽດນາມ ຢູ່ແຂວງບໍລິຄຳໄຊ …

ໃນໄລຍະຈະມາເຖິງ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ,  ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ຈະຈັດກອງປະຊຸມການນຳຊາວໜຸ່ມອາຊຽນຢູ່ນອກກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຜ່ານລະບົບທາງໄກ; ສະເໜີໃຫ້ການນໍາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າຮ່ວມກອງປະຊຸມ.

ໂດຍ: ທະນາພອນ