leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບທີ່ພວມເຮັດວຽກຢູ່ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່. ພາບ: qdnd.vn.

ຄວາມຕັດສິນໃຈດ້ານການເມືອງສູງທີ່ສຸດ

ຕໍ່ໜ້າທີ່ການເມືອງສໍາຄັນ, ພ້ອມກັບຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ ແລະປະຊາຊົນ, ພົນລະພາກຫຼວງ 11 ໄດ້ຊາບຊຶມໜ້າທີ່ໃຫ້ແກ່ພະນັກງານ, ນັກຮົບ, ພາລະກອນ, ຜູ້ອອກແຮງງານທຸກຖ້ວນໜ້າ.

ຍ້ອນວ່າໂຄງການກໍ່ສ້າງມີລັກສະນະພິເສດ, ສະນັ້ນ, ໃນໄລຍະກະກຽມ ແລະລົງມືກໍ່ສ້າງ, ພົນລະພາກຫຼວງ 11 ຈຶ່ງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ໂດຍກໍານົດໄດ້ຄວາມຫຍຸ້ງຍາກ, ສິ່ງທ້າທາຍນັ້ນ, ທ່ານພົນຈັດຕະວາ ຫງວຽນກວກຢູງ, ຜູ້ບັນຊາການພົນລະພາກຫຼວງ 11 ໃຫ້ຮູ້ວ່າ: ພົນລະພາກຫຼວງ ໄດ້ຜັນຂະຫຍາຍໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ດ້ວຍຄວາມຕັດສິນໃຈສູງ, ມີຖັນແຖວພາລະກອນທີ່ມີສີມືແຮງງານ ແລະອຸປະກອນກໍ່ສ້າງ, ເຕັກໂນໂລຢີທັນສະໄໝ, ຂັ້ນຕອນຄວບຄຸມຄຸນນະພາບທີ່ເຂັ້ມງວດ. ມີພະນັກງານ, ພາລະກອນ, ວິສະວະກອນນັບຮ້ອຍຄົນ, ພ້ອມກັບເຄື່ອງຈັກ, ອຸປະກອນທັນສະໄໝໄດ້ຂົນສົ່ງໄປຍັງລາວເພື່ອປະຕິບັດໜ້າທີ່ດັ່ງກ່າວ.

ພຽງແຕ່ເປັນເວລາ 3 ເດືອນ, ວຽກງານກະກຽມກໍ່ສໍາເລັດ. ພົນລະພາກຫຼວງ 11 ໄດ້ປະຕິບັດສໍາເລັດໄລຍະກະກຽມທໍາອິດໄດ້ເປັນຢ່າງດີ, ຕອບສະໜອງກ່ຽວກັບບ່ອນກິນຢູ່ພັກເຊົາ ແລະບ່ອນເຮັດວຽກໃຫ້ນັບພັນຄົນ, ຮັບປະກັນລະດັບຄວາມຄືບໜ້າ, ຄວາມສະຫງົບປອດໄພໃນຍາມລົງມືກໍ່ສ້າງ. ນີ້ແມ່ນໜ່ຶງໃນບັນດາປະຖົມປັດໄຈເພື່ອມຸ່ງໄປເຖິງໄລຍະລົງມືກໍ່ສ້າງໃຫ້ບັນລຸປະສິດທິຜົນ ແລະຄຸນນະພາບ.

ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ

ໃນໄລຍະກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່, ພົນລະພາກຫຼວງ 11 ໄດ້ຮັບການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ, ອໍານວຍຄວາມສະດວກຈາກການນໍາຂັ້ນສູງຂອງຫວຽດນາມ-ລາວ ແລະກະຊວງປ້ອງກັນປະເທດຫວຽດນາມ. ສິ່ງດັ່ງກ່າວແມ່ນແຫຼ່ງລະດົມກໍາລັງໃຈທີ່ຕັ້ງໜ້າໃຫ້ແກ່ທົ່ວພົນລະພາກຫຼວງ.

leftcenterrightdel
ພະນັກງານ, ພາລະກອນພົນລະພາກຫຼວງ 11 ລົງມືກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່. ພາບ: qdnd.vn.

ພົນລະພາກຫຼວງ11 ໄດ້ເລີ່ມລົງມືກໍ່ສ້າງໄລຍະທໍາອິດດ້ວຍຄວາມຕັດສິນໃຈສູງທີ່ສຸດ ແລະແຫຼ່ງກໍາລັງພາຍໃນກຽມພ້ອມໃຫ້ດີທີ່ສຸດ. ໂດຍຜ່ານຜ່າທຸກໆຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພຽງແຕ່ໃນເວລາ 50 ວັນ, ພົນລະພາກຫຼວງ ໄດ້ປະຕິບັດສໍາເລັດການຖອກເສົາ 393 ແຫ່ງ ໃນເດືອນສິງຫາ 2018, ຮັບປະກັນຄຸນນະພາບ ແລະຄວາມຮຽກຮ້ອງທີ່ເຄັ່ງຄັດ, ສ້າງທ່າເພື່ອລົງມືກໍ່ສ້າງພື້ນ, ຊັ້ນໃຕ້ດິນ B1 ແລະ B2 ຕໍ່ໄປ.

ທ່ານພັນໂທ ຫວູວັນລ໋ຽວ, ຫົວໜ້າການເມືອງພົນລະພາກຫຼວງ 11 ໃຫ້ຮູ້ວ່າ: ການລົງມືກໍ່ສ້າງພື້ນ, ຊັ້ນໃຕ້ດິນໃນຍາມລະດູຝົນແກ່ຍາວແມ່ນປັດໄຈກໍ່ສິ່ງກີດຂວາງຫຼາຍທີ່ສຸດຕໍ່ພົນລະພາກຫຼວງ 11. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມຕັດສິນໃຈ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ພະນັກງານ, ພາລະກອນ, ກຳມະກອນມີຄວາມຕັ້ງໝັ້ນ, ອົດທົນເຮັດວຽກທັງວັນ ແລະຄືນ, ເພື່ອຍູ້ໄວລະດັບຄວາມຄືບໜ້າ, ບໍ່ວ່າຈະເປັນມື້ຝົນຕົກຫຼືແດດອອກ. ຍ້ອນເຫດນັ້ນ, ຄວາມຄືບໜ້າ, ຄຸນນະພາບຂອງໂຄງການຍາມໃດກໍ່ໄດ້ຮັບປະກັນ.

ຍ້ອນວ່າລັກສະນະພິເສດຂອງໂຄງການແມ່ນທັງອອກແບບທັງລົງມືກໍ່ສ້າງໄປພ້ອມ, ພົນລະພາກຫຼວງ ໄດ້ເປັນເຈົ້າການ, ສົມທົບກັບກົມກອງຕ່າງໆ ເພື່ອເປັນເອກະພາບກ່ຽວກັບການອອກແບບ ແລະການລົງມືກໍ່ສ້າງໃນແຕ່ລະກິດຈະກໍາຍ່ອຍ. ມາຮອດປັດຈຸບັນ, ພົນລະພາກຫຼວງ 11 ໄດ້້ກໍ່ສ້າງສໍາເລັດພາກສ່ວນທີ່ເປັນຮ່າງອາຄານ, ຫຼັງຄາ ແລະພວມດໍາເນີນກໍ່ສ້າງໃຫ້ສໍາເລັດ. ບັນດາກົມກອງທີ່ກ່ຽວຂ້ອງຂອງສອງປະເທດ ກໍ່ພວມສົມທົບກັນຢ່າງແໜ້ນແຟ້ນເພື່ອໃຫ້ບັນລຸເປົ້າໝາຍກໍ່ສ້າງສໍາເລັດສົມບູນ ແລະນໍາຫໍສະພາແຫ່ງຊາດລາວຫຼັງໃໝ່ ເຂົ້າໃຊ້ງານໃນທ້າຍປີ 2020.

ດ້ວຍຈິດໃຈຊ່ວຍເພື່ອນຄືຊ່ວຍຕົນເອງ, ເສີມຂະຫຍາຍມູນເຊື້ອທະຫານລຸງໂຮ່, ພົນລະພາກຫຼວງ 11 ໄດ້ສະໜັບສະໜູນພໍ່ແມ່ປະຊາຊົນໃນຫຼາຍແຂວງຂອງລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມດ້ວຍເງິນຈໍານວນເກືອບ 1,5 ຕື້ດົ່ງ.

ບັນດາຄວາມມານະພະຍາຍາມ, ຜົນສໍາເລັດ ກໍ່ຄືບັນດາການເຄື່ອນໄຫວທີ່ເຕັມໄປດ້ວຍອາລົມຈິດຄວາມຮັກແພງຂອງພົນລະພາກຫຼວງ 11 ໄດ້ສ້າງຄວາມປະທັບໃຈອັນດີງາມປະໄວ້ຢູ່ໃນດິນແດນປະເທດລາວ. ບັນດາພະນັກງານ, ພາລະກອນຂອງພົນລະພາກຫຼວງ 11 ໄດ້ ແລະກໍາລັງຜັນຂະຫຍາຍໜ້າທີ່ດ້ວຍສະຕິປັນຍາ ແລະອາລົມຈິດຄວາມຮັກແພງ, ບໍ່ເພື່ອຜົນກໍາໄລ ແຕ່ຢູ່ໃນນັ້ນແມ່ນໜ້າທີ່ການເມືອງ  ແລະນ້ຳໃຈ ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດຫວຽດນາມ-ລາວ ອ້າຍນ້ອງ.

ໂດຍ: ທູຈາງ