ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີແມ່ນ້ຳລຳເຊ ແລະສາຍພູຫຼວງຕິດຈອດກັນ, ປະຊາຊົນຫວຽດນາມ ແລະລາວ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກ, ຮ່ວມແຮງຮ່ວມໃຈກັນປົກປັກຮັກສາ ແລະສ້າງສາປະເທດຊາດ. ສາຍພົວພັນນັ້ນໄດ້ຮັບການທົດສອບ ແລະກາຍເປັນຊັບສົມບັດອັນລໍ້າຄ່າ, ເປັນແບບຢ່າງ.

leftcenterrightdel
ພິທີເປີດສະຫຼອງ ແລະມອບ-ຮັບກິດຈະກຳຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂດຍນະຄອນຮ່າໂນ້ຍ ລົງທຶນກໍ່ສ້າງ. ພາບ: hanoimoi.com.vn.

ບົນພື້ນຖານສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ, ນະຄອນຮ່າໂນ້ຍ ໄດ້ຊຸກຍູ້ສາຍພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ໃນຫຼາຍຂົງເຂດຢ່າງຕໍ່ເນື່ອງ. ເປັນໜ້າເອົາໃຈໃສ່, ເດືອນພະຈິກ 2017, ນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືສອງຝ່າຍ, ໃນນັ້ນໄດ້ກໍານົດທິດບັນດາຂົງເຂດຈຸດສຸມ ແລະບຸລິມະສິດການຮ່ວມມື, ລວມມີ: ເພີ່ມທະວີການພົບປະ, ແບ່ງປັນບົດຮຽນໃນວຽກງານກໍ່ສ້າງພັກ ແລະລະບົບການເມືອງ; ເພີ່ມທະວີການຮ່ວມມືດ້ານການສຶກສາ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ກະສິກໍາ; ປະຕິຮູບການບໍລິຫານ ແລະກໍ່ສ້າງລັດຖະບານເອເລັກໂຕນິກ, ແບ່ງປັນບົດຮຽນໃນການກໍ່ສ້າງແຜນຜັງພັດທະນາເສດຖະກິດ-ສັງຄົມ...

ບົນພື້ນຖານບົດບັນທຶກຊ່ວຍຈໍາສະບັບດັ່ງກ່າວ, ບັນດາກົມກອງທີ່ກ່ຽວຂ້ອງຂອງຮ່າໂນ້ຍ ໄດ້ເປັນເຈົ້າການ, ຕັ້ງໜ້າດໍາເນີນ ແລະຜັນຂະຫຍາຍການເຄື່ອນໄຫວຢ່າງລະອຽດ, ຄື: ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະຂັ້ນຮາກຖານ, ສະເໜີເປີດກວ້າງບັນດາຮູບການຮ່ວມມື, ໜູນຊ່ວຍການພັດທະນາກະສິກໍາ, ແລກປ່ຽນ, ແບ່ງປັນບົດຮຽນໃນການກໍ່ສ້າງສະຖາບັນຄົ້ນຄວ້າ ແລະພັດທະນາເສດຖະກິດ-ສັງຄົມຢູ່ນະຄອນຫຼວງວຽງຈັນ, ອຸປະຖໍາກໍ່ສ້າງຫໍມູນເຊື້ອກອງບັນຊາການທະຫານນະຄອນຫຼວງວຽງຈັນ, ພິຈາລະນາກ່ຽວກັບການມອບທຶນການສຶກສາໃຫ້ແກ່ນັກຮຽນ, ນັກສຶກສາຂອງນະຄອນຫຼວງວຽງຈັນມາຮຽນຢູ່ຮ່າໂນ້ຍ...

ພ້ອມກັບສາຍພົວພັນຂັ້ນນະຄອນ, ການເຄື່ອນໄຫວແຮກສ່ຽວຂັ້ນຂະແໜງການ, ທ້ອງຖິ່ນກໍ່ໄດ້ເອົາໃຈໃສ່ຍູ້ແຮງເປັນພິເສດ. ປີ 2017, ຄະນະປະຕິບັດງານຂອງເມືອງຮວ່ານກ໊ຽມ (ຮ່າໂນ້ຍ) ໄດ້ໄປຢ້ຽມຢາມ ແລະເຮັດວຽກ, ໜູນຊ່ວຍອຳນາດການປົກຄອງເມືອງຈັນທະບູລີ (ນະຄອນຫຼວງວຽງຈັນ).

ໃນຂົງເຂດຖະແຫຼງຂ່າວ ແລະສື່ສານ, ໜັງສືພິມຮ່າໂນ້ຍໃໝ່ ແລະໜັງສືພິມວຽງຈັນໃໝ່ ມີບັນດາຄະນະພະນັກງານ, ນັກຂ່າວໄດ້ໄປມາພົບປະແລກປ່ຽນ, ຮໍ່າຮຽນເອົາບົດຮຽນ, ໜູນຊ່ວຍເຊິ່ງກັນ ແລະກັນກ່ຽວກັບວິຊາສະເພາະ, ວິຊາການເປັນປະຈໍາ.

ບັນດາໝາກຜົນການຮ່ວມມືແທດຈິງໄດ້ຮັບການປັບປຸງ ແລະເພີ່ມທະວີສາຍພົວພັນລະຫວ່າງຮ່າໂນ້ຍ ກັບບັນດາທ້ອງຖິ່ນຂອງລາວ ນັບມື້ນັບເຂົ້າສູ່ລວງເລິກ, ບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງ. ຫວ່າງແລ້ວນີ້, ທ່ານ ເວືອງດິ່ງເຫວ້ ເລຂາພັກນະຄອນຮ່າໂນ້ຍ ໄດ້ຢັ້ງຢືນວ່າ ລາວ ແລະຫວຽດນາມ ມີສາຍພົວພັນມິດຕະພາບແບບພິເສດ, ໃນນັ້ນ, ສາຍພົວພັນລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ, ກໍ່ຄືກັບບັນດາທ້ອງຖິ່ນອື່ນຂອງລາວ ນັບມື້ນັບພັດທະນາໃນຫຼາຍດ້ານ. ອົງຄະນະພັກ ແລະປະຊາຊົນນະຄອນຮ່າໂນ້ຍ ຍາມໃດກໍ່ມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອແນໃສ່ປັບປຸງສາຍພົວພັນຮ່ວມມືລະຫວ່າງຫວຽດນາມ ແລະລາວ ກໍ່ຄືສາຍພົວພັນລະຫວ່າງນະຄອນຫຼວງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ