ໂດຍແມ່ນຜູ້ທີ່ເຄີຍຮັບດຳລົງຫຼາຍຕຳແໜ່ງສຳຄັນຈາກຂັ້ນທ້ອງຖິ່ນຕະຫຼອດຮອດສູນກາງ, ໃນນັ້ນໄດ້ດຳລົງຕຳແໜ່ງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ສອງອາຍຸການ, ທ່ານ ວິໄລວັນ ພົມເຂ ອະດີດລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ລາວ, ອະດີດເລຂາ, ເຈົ້າແຂວງໆສະຫວັນນະເຂດ ໄດ້ມີການພົບປະຫຼາຍເທື່ອ ແລະມີຄວາມປະທັບໃຈທີ່ດີງາມຕໍ່ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.

leftcenterrightdel
ທ່ານ ວິໄລວັນ ພົມເຂ ແລະຮູບພາບເປັນທີ່ລະນຶກກັບທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ທີ່ກອງປະຊຸມສຳມະນາໄຊຊະນະທາງເລກ 9 ພາກໃຕ້ລາວ ດຳເນີນຢູ່ແຂວງກວາງຈິ້ ປີ 2006. ພາບ: vov.vn.

ພວກຂ້າພະເຈົ້າໄດ້ແຈ້ງໃຫ້ທ່ານຊາບຂ່າວທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ພັກກອມມູນິດ ເຖິງແກ່ມໍລະນະກຳໃນຂະນະທີ່ທ່ານພວມແລກປ່ຽນວຽກງານກັບຜູ້ເຮັດສວນໃນຟາມທີ່ຫ່າງຈາກໃຈກາງແຂວງບໍລິຄຳໄຊ ນັບສີບຫຼັກ.

ທ່ານໄດ້ໂອ້ລົມກັບພວກຂ້າພະເຈົ້າກ່ຽວກັບການນຳຫວຽດນາມ ທີ່ມີຄວາມປະທັບໃຈຫຼາຍຢ່າງ, ຕາມທ່ານແລ້ວ, ທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ແມ່ນຄົນລຽບງ່າຍ, ນ້ຳໃສໃຈຈິງ, ສ້າງຄວາມດຶງດູດຜູ້ອື່ນດ້ວຍການຈັບມື, ທັກທາຍໄຕ່ຖາມເຖິງການໂອ້ລົມທີ່ກະຈ່າງແຈ້ງ, ເຂົ້າໃຈງ່າຍກ່ຽວກັບບັນດາບັນຫາການເມືອງ, ການທູດ, ການພົວພັນຕ່າງປະເທດ...

ທ່ານຍັງຈື່ຈຳພິທີຕ້ອນຮັບທ່ານ ເລຂາຟຽວ ເລຂາທິການໃຫຍ່ ມາຢ້ຽມຢາມລາວ ໃນປີ 1998 ຄາວນັ້ນທ່ານແມ່ນຮອງລັດຖະມົນຕີການຕ່າງປະເທດ - ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ. ນັ້ນເປັນຄັ້ງທຳອິດທີ່ທ່ານໄດ້ພົບກັບທ່ານ ເລຂາຟຽວ, ໄດ້ຈັບມື, ໄດ້ຍິນສຽງເວົ້າ, ເຫັນໄດ້ທ່າທີ່ລຽບງ່າຍຂອງທ່ານເລຂາທິການໃຫຍ່ພໍແຕ່ເວລາລົງຈາກລົດ.

ຕາມທ່ານ ວິໄລວັນ ພົມເຂ ແລ້ວ, ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແມ່ນຄົນສຸພາບຄ່ຽມຄົມ. ໃນການປະຕິບັດງານສອງວັນນັ້ນ, ທ່ານ ເລຂາຟຽວ ໄດ້ເຮັດວຽກຢູ່ຫຼາຍບ່ອນ, ຕ້ັງໜ້າທີ່ສຸດ. ເມື່ອກ່າວຄຳເຫັນໃນສະໂມສອນກໍ່ຄືຢູ່ງານລ້ຽງ, ທ່ານເວົ້າຢ່າງຈະແຈ້ງ, ກະທັດຮັດ ແລະເລິກເຊິ່ງທີ່ສຸດ.

ທ່ານ ວິໄລວັນ ພົມເຂ ຈື່ທ່າທີເປັນມິດ ແລະການຕັດສິນຢ່າງເດັດຂາດຂອງທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ທີ່ການເຂົ້າຢ້ຽມຂ່ຳນັບ, ເມື່ອທ່ານເລີ່ມດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຂອງຕົນ. ເມື່ອທ່ານສະເໜີເພີ່ມທຶນສຶກສາໃຫ້ນັກສຶກສາ ແລະພະນັກງານລາວ ໄປຮຽນຢູ່ຫວຽດນາມ ຫຼາຍກວ່າອີກເພື່ອຊ່ວຍລາວ ມີຖັນແຖວພະນັກງານກໍ່ສ້າງປະເທດ, ທ່ານ ເລຂາຟຽວ ໄດ້ເຫັນດີ ແລະໃຫ້ຄຳໝັ້ນສັນຍາວ່າ ຈະຊີ້ນຳແກ້ໄຂໃນທັນທີ. ໂດຍແມ່ນຜູ້ນຳສູງສຸດຂອງພັກ, ທ່ານ ເລຂາຟຽວ ຍາມໃດກໍ່ຊີ້ນຳບັນດາອົງການກ່ຽວຂ້ອງຂອງຫວຽດນາມ ສົບທົບກັບລາວ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະບັນລຸປະສິດທິຜົນແທດຈິງ.

ທ່ານ ວິໄລວັນ ພົມເຂ ຫວນຄືນວ່າ ທ່ານ ເລຂາຟຽວ ໃຫ້ຄຳໝັ້ນສັນຍາວ່າ “ຄຳເຫັນຂອງເອກອັກຄະລັດຖະທູດແມ່ນຖືກຕ້ອງທີ່ສຸດ, ຂ້າພະເຈົ້າຈະສະເໜີຕໍ່ກົມການເມືອງປຶກສາຫາລື”. ຫຼັງຈາກນັ້ນ 3 ເດືອນແມ່ນໄດ້ເຫັນຜົນແລ້ວ. ຍາມຂ້າພະເຈົ້າສິ້ນສຸດການປະຕິບັດໜ້າທີ່ການທູດກັບຄືນປະເທດເມື່ອປີ 2003,  ຈຳນວນຄົນລາວ ໄປຮຽນແຕ່ຊັ້ນປະລິນຍາຕີຮອດຊັ້ນປະລິນຍາເອກແມ່ນ 1500 ຄົນ”.

ທ່ານ ວິໄລວັນ ພົມເຂ ເລົ່າສູ່ຟັງວ່າ, ສຳລັບລາວ, ທ່ານ ເລຂາຟຽວ ໃຫ້ບູລິມະສິດທີ່ສຸດ, ແລະສຸດຈິດສຸດໃຈ, ຊີ້ນຳຢ່າງໃກ້ຊິດຕິດແທດ. ທ່ານ ເລຂາທິການໃຫຍ່ ມອບໜ້າທີ່ໃຫ້ອະນຸກຳມະທິການຮ່ວມມືຫວຽດນາມ-ລາວ ຊອກຮູ້, ຄົ້ນຄວ້າກ່ຽວກັບການພົວພັນຫວຽດນາມ-ລາວ ມີຂໍ້ຕິດຂັດໃດແດ່, ມີສິ່ງໃດຕ້ອງແກ້ໄຂ. ຈາກການຊີ້ນຳນັ້ນ, ການປະຊຸມລະຫວ່າງທ່ານ ຫງວຽນເຕີ໊ນຢູງ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີລາວ ຢູ່ເກືອລໍ່ ຈຶ່ງແກ້ໄຂໄດ້ຫຼາຍບັນຫາ.

ຖະນຸຖະໜອມຮູບພາບທ່ານພ້ອມກັບທ່ານຂາຟຽວ ທີ່ຖ່າຍຮູບລວມຢູ່ກອງປະຊຸມສຳມະນາກ່ຽວກັບໄຊຊະນະທາງເລກ 9 ເຊິ່ງຈັດຕັ້ງຢູ່ແຂວງກວາງຈິ້ ໃນປີ 2006, ຄາວນັ້ນທ່ານ ວິໄລ ວັນ ພົມເຂ ແມ່ນເລຂາພັກແຂວງ - ເຈົ້າແຂວງໆສະຫວັນນະເຂດ, ຮູ້ສຶກຕື້ນຕັນໃຈສະແດງຄວາມຮູ້ບຸນຄຸນຕໍ່ທ່ານ ເລຂາຟຽວ ເລຂາທິການໃຫຍ່ ແລະກະຊວງປ້ອງກັນປະເທດ ຫວຽດນາມ ທີ່ໄດ້ຊ່ວຍເຫຼືອວັດຖຸພັນສົງຄາມຫຼາຍຢ່າງໃຫ້ຫໍພີພີທະພັນຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ເຂດທາງເລກ 9.

“ລຸງ ເວົ້າວ່າ: “ໃນການຕໍ່ສູ້ຕ້ານຝະລັ່ງ ແລະອາເມລິກາ, ຖ້າສອງຝ່າຍບໍ່ຊ່ວຍເຫຼືອກັນຍາກທີ່ຈະຮັບຜົນສຳເລັດໄດ້”. ຫຼັງຈາກນັ້ນທ່ານຍ່າງໄປເຂົ້າຫໍພີພີທະພັນ,  ຢູ່ທີ່ບ້ານດົງ ແລະເວົ້າວ່າ: “ຂ້າພະເຈົ້າສະໜັບສະໜູນເລີຍ, ເຈົ້າຕ້ອງການຫຍັງແດ່?”. ຂ້າພະເຈົ້າຂອບໃຈລຸງ ເລຂາຟຽວ, ມີລຸງ ປະຈຸບັນຫໍພີພີທະພັນໄດ້ກາຍເປັນບ່ອນສຶກສາມູນເຊື້ອໃຫ້ລູກຫຼານທັງສອງຝ່າຍ.

ສຳລັບບັນດາຜູ້ທີ່ເຄີິຍໄດ້ຮ່ຳຮຽນ, ເຮັດວຽກຢູ່ຫວຽດນາມ ຄືທ່ານ ວິໄລວັນ ພົມເຂ ຫວຽດນາມ ຍາມໃດກໍຝັງເລິກໃນຫົວໃຈ. ພ້ອມກັບຮູບພາບບັນດາການນຳຂອງລາວ, ບັນດາຮູບພາບກ່ຽວກັບລຸງໂຮ່ ແລະການນຳພັກ, ລັດຫວຽດນາມ ຈຳນວນໜຶ່ງຄືທ່ານ ເລຂາຟຽວ ຍາມໃດກໍ່ຖືກແຂວນຢ່າງສົມກຽດໃນຫ້ອງຮັບແຂກຂອງຄອບຄົວທ່ານ, ສະແດງຄວາມນິຍົມນັບຖື, ຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ, ຜູ້ເປັນອ້າຍນ້ອງ, ເປັນເພື່ອນມິດສະຫາຍ, ເຊິ່ງທ່ານທີ່ມີກຽດໄດ້ພົບປະ, ເຮັດວຽກນຳກັນໃນຕະຫຼອດຊີວິດເຄື່ອນໄຫວປະຕິວັດ./.

ໂດຍ: ແສງເດືອນ