ທີ່ການເຮັດວຽກຕ່າງໆກັບເລຂາພັກແຂວງ, ເຈົ້າແຂວງຂອງ 3 ແຂວງບໍ່ແກ້ວ, ຫຼວງນໍ້າທາ ແລະອຸດົມໄຊ, ທ່ານ ຫງວຽນດັງຮຸ່ງ ໄດ້ແລກປ່ຽນບັນດາບັນຫາເພື່ອແນໃສ່ເພີ່ມທະວີສາຍພົວພັນການຮ່ວມມືລະຫວ່າງບັນດາແຂວງຂອງຫວຽດນາມ ກັບບັນດາແຂວງພາກເໜືອຂອງລາວເວົ້າລວມ ແລະ 3 ແຂວງດັ່ງກ່າວເວົ້າສະເພາະ. ເນື້ອໃນການພົບປະຕ່າງໆສຸມໃສ່ປຶກສາຫາລືມາດຕະການຊຸກຍູ້, ສົ່ງເສີມບັນດາວິສາຫະກິດຫວຽດນາມ ສືບຕໍ່ລົງທຶນເຂົ້າບັນດາແຂວງບໍ່ແກ້ວ, ຫຼວງນໍ້າທາ ແລະອຸດົມໄຊ.

leftcenterrightdel
ທ່ານ ຫງວຽນດັງຮຸ່ງ ຫົວໜ້າກົງສູນໃຫຍ່ຫວຽດນາມ ມອບເຂົ້າສານໃຫ້ແກ່ປະຊາຊົນພາກເໜືອຂອງລາວ. ພາບ: nhandan.com.vn.

ເລຂາພັກແຂວງ, ເຈົ້າແຂວງຂອງ 3 ແຂວງລ້ວນແຕ່ສະແດງຄວາມປິຕິຊົມຊື່ນ, ຊົມເຊີຍການຢ້ຽມຢາມ ແລະເຮັດວຽກຂອງທ່ານ ຫງວຽນດັງຮຸ່ງ; ຕີລາຄາສູງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສະໜິດຕິດພັນຢ່າງແໜ້ນແຟ້ນໃນໄລຍະຜ່ານມາ; ຖືນີ້ແມ່ນຂີດໝາຍເປັນການຢັ້ງຢືນກ່ຽວກັບການຮັກສາການພົວພັນ, ການຮ່ວມມື, ສະໜິດຕິດພັນລະຫວ່າງສະຖານກົງສູນໃຫຍ່ຫວຽດນາມ ປະຈໍາຫຼວງພະບາງ ກັບອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາແຂວງພາກເໜືອຂອງລາວ.

ເນື່ອງໃນໂອກາດນີ້, ການນໍາບັນດາແຂວງກໍ່ສະເໜີຫວຽດນາມ ຊ່ວຍເຫຼືອກໍ່ສ້າງຊັບພະຍາກອນມະນຸດໃຫ້ບັນດາແຂວງ, ພ້ອມທັງພິຈາລະນາເພີ່ມທຶນການສຶກສາແຕ່ລະປີຕື່ມອີກໃຫ້ແກ່ລູກຂອງພະນັກງານບັນດາແຂວງພາກເໜືອຂອງລາວ ໄປຮໍ່າຮຽນຢູ່ຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ