ແຂວງ ຝູ໊ເທາະ ຈະຊ່ວຍແຂວງຫຼວງນໍ້າທາ (ລາວ) ກໍ່ສ້າງສູນປ້ອງກັນ ແລະປິ່ນປົວພະຍາດໄຂ້ຍຸງທີ່ທັນສະໄໝ, ເພື່ອແນໃສ່ຊ່ວຍໃຫ້ແຂວງຫຼວງນໍ້າທາ ມີເງື່ອນໄຂເບິ່ງແຍງດູແລສຸຂະພາບຂອງປະຊາຊົນໄດ້ດີກວ່າ.

leftcenterrightdel
ພິທີເຊັນສັນຍາອຸປະຖຳໂຄງການກໍ່ສ້າງສູນປ້ອງກັນ ແລະປິ່ນປົວພະຍາດໄຂ້ຍຸງຂອງແຂວງຝູ໊ເທາະ ໃຫ້ແຂວງຫຼວງນໍ້າທາ. ພາບ: vov.vn.

ທ່ານ ຫງວຽນດັງຮຸ່ງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈໍາ ພາກເໜືອຂອງລາວ ຫາກໍ່ມີການຢ້ຽມຢາມ ແລະເຮັດວຽກກັບການນໍາ 3 ແຂວງຫຼວງນໍ້າທາ, ບໍ່ແກ້ວ ແລະອຸດົມໄຊ. ທີ່ແຂວງຫຼວງນ້ໍາທາ, ທ່ານ ຫງວຽນດັງຮຸ່ງ ຫົວໜ້າກົງສູນໃຫຍ່ ແລະທ່ານ ເພັດຖາວອນ ພິລະວັນ ເລຂາພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາ ໄດ້ເຂົ້າຮ່ວມເປັນສັກຂີພິຍານພິທີເຊັນສັນຍາອຸປະຖຳໂຄງການກໍ່ສ້າງສູນປ້ອງກັນ ແລະປິ່ນປົວພະຍາດໄຂ້ຍຸງ ເຊິ່ງມີມູນຄ່າທັງໝົດແມ່ນເກືອບ 434.000 ໂດລາສະຫະລັດຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງແຂວງຝູ໊ເທາະ. ໂຄງການດັ່ງກ່າວລວມມີອາຄານ 2 ຊັ້ນ (ໃນນັ້ນມີ ຫ້ອງເຮັດວຽກ 18 ຫ້ອງ ແລະສະໂມສອນໃຫຍ່ພ້ອມກັບບັນດາອຸປະກອນຕົບແຕ່ງພາຍໃນຄົບຊຸດ. ພາຍຫຼັງກໍ່ສ້າງສໍາເລັດ, ໂຄງການນີ້ຈະຊ່ວຍໃຫ້ແຂວງຫຼວງນໍ້າທາມີພື້ນຖານວັດຖຸອຸປະກອນການແພດທີ່ທັນສະໄໝເພື່ອຮັບໃຊ້ວຽກງານເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ.

leftcenterrightdel
ມອບເຂົ້າສານຈໍານວນ 2 ໂຕນໃຫ້ແກ່ປະຊາຊົນບ້ານຈັດສັນຖາວອນຢູ່ແຂວງອຸດົມໄຊ. ພາບ: vov.vn.

ທີ່ການເຮັດວຽກຄັ້ງຕ່າງໆ, ທ່ານ ຫງວຽນດັງຮຸ່ງ ແລະເລຂາພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາ, ບໍ່ແກ້ວ ແລະອຸດົມໄຊ ກໍ່ໄດ້ແລກປ່ຽນບາງບັນຫາຕື່ມອີກເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງບັນດາແຂວງຂອງຫວຽດນາມ, ພິເສດແມ່ນບັນດາທ້ອງຖິ່ນແຮກສ່ຽວ, ປຶກສາຫາລືມາດຕະການຊຸກຍູ້, ສົ່ງເສີມວິສາຫະກິດຫວຽດນາມ ສືບຕໍ່ລົງທຶນເຂົ້າບັນດາແຂວງພາກເໜືອຂອງລາວ ແລະສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ແລະຊາວຫວຽດນາມອາໄສຢູ່ບັນດາທ້ອງຖິ່ນດັ່ງກ່າວໄດ້ດໍາເນີນທຸລະກິດ ແລະດໍາລົງຊີວິດຢ່າງມີຄວາມສະດວກກວ່າ.

leftcenterrightdel
ມອບປື້ມ 2.000 ຫົວໃຫ້ນັກຮຽນທຸກຍາກຢູ່ບ້ານຈັດສັນຖາວອນ. ພາບ: vov.vn.

ເນື່ອງໃນໂອກາດນີ້, ທ່ານ ຫງວຽນດັງຮຸ່ງ ແລະສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງອຸດົມໄຊ ກໍ່ໄດ້ຈັດກິດຈະກໍາເຄື່ອນໄຫວກຸສົນ, ຄື: ມອບເຂົ້າສານ 2 ໂຕນໃຫ້ບັນດາຄອບຄົວທຸກຍາກ, ມອບປື້ມ 2000 ຫົວໃຫ້ພວກນ້ອງນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບ້ານຈັດສັນຖາວອນ, ຊ່ວຍໃຫ້ພວກນ້ອງມີເງື່ອນໄຂໄດ້ຮໍ່າຮຽນຢູ່ບ່ອນຢູ່ໃໝ່ຕື່ມອີກ.

ໂດຍ: ໄຊຊະນະ