ທີ່ການຕ້ອນຮັບ, ທ່ານ ຫງວຽນແທງຟອງ ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ນັບມື້ນັບພັດທະນາໃນທຸກຂົງເຂດ. ຫວຽດນາມ ແມ່ນໜຶ່ງໃນ 3 ນັກລົງທຶນໃຫຍ່ສຸດຢູ່ ລາວ, ເຊິ່ງໄດ້ປະກອບສ່ວນຊຸກຍູ້ການພົວພັນເສດຖະກິດ, ການຄ້າລະຫວ່າງສອງປະເທດ.

ທ່ານ ຫງວຽນແທງຟອງ ສະແດງຄວາມຫວັງວ່າພາຍຫຼັງການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ທີ່ຜ່ານມາຢູ່ຮ່າໂນ້ຍ, ນະຄອນໂຮ່ຈີມິນ ຈະເຊື່ອມຕໍ່ການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງ ລາວ ຄືນໃໝ່ໂດຍໄວພາຍຫຼັງທີ່ສອງປະເທດສາມາດຄວບຄຸມພະຍາດໂຄວິດ-19 ໄດ້ແລ້ວ.

leftcenterrightdel
ທ່ານ ຫງວຽນແທງຟອງ ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈໍາຫວຽດນາມ. ພາບ: ຢຸ້ງເຟືອງ.

ທ່ານ ຫງວຽນແທງຟອງ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງນະຄອນໂຮ່ຈີມິນຈະຜັນຂະຫຍາຍບັນດາໂຄງການຮ່ວມມືກັບບັນດາທ້ອງຖິ່ນຂອງລາວຕື່ມອີກ ຄື ໂຄງການລ້ຽງງົວໃຫ້ຊີ້ນຂອງນະຄອນຫຼວງວຽງຈັນ, ຈັດຕັ້ງງານຕະຫຼາດນັດການຄ້າ-ການທ່ອງທ່ຽວ;  ນອກຈາກນັ້ນ, ພະແນກພົວພັນຕ່າງປະເທດນະຄອນໂຮ່ຈີມິນ ກໍາລັງກະກຽມບັນດາໂຄງການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ໃນໄລຍະ 2021-2025, ພິເສດແມ່ນບັນດາທ້ອງຖິ່ນແຮກສ່ຽວກັບນະຄອນໂຮ່ຈີມິນ ຄື ຈໍາປາສັກ ແລະວຽງຈັນ. ທ່ານ ຫງວຽນແທງຟອງ ສະແດງຄວາມເຊື່ອໝັ້ນວ່າ, ໃນອາຍຸການໃໝ່, ທ່ານເອກອັກຄະລັດຖະທູດ ລາວ ຈະສືບຕໍ່ຍູ້ແຮງການພົວພັນສາມັກຄີມິດຕະພາບອັນໝັ້ນແກ່ນເພື່ອເພີ່ມພູນຄູນສ້າງໃຫ້ແກ່ນໍ້າໃຈມິດຕະພາບລະຫວ່າງ ລາວ - ຫວຽດນາມ ມີຄວາມໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ສ່ວນທ່ານ ແສງເພັດ ຮຸ່ງບຸນຍວງ ສະແດງຄວາມເປັນກຽດທີ່ໄດ້ໄປຢ້ຽມຢາມນະຄອນໂຮ່ຈີມິນ ແລະສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າສອງປະເທດຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ. ພ້ອມທັງແຈ້ງໃຫ້ຊາບກ່ຽວກັບຜົນການເຈລະຈາຂອງນາຍົກລັດຖະມົນຕີສອງປະເທດ, ທ່ານເອກອັກຄະລັດຖະທູດ ລາວ ໃຫ້ຮູ້ວ່າສອງປະເທດຈະສືບຕໍ່ຜັນຂະຫຍາຍບັນດາໂຄງການຂອງຄະນະກໍາມະການລະຫວ່າງລັດຖະບານລາວ - ຫວຽດນາມ ຢູ່ກອງປະຊຸມຄັ້ງທີ 42, ໃນນັ້ນມີການຮ່ວມມືຕ້ານພະຍາດໂຄວິດ-19, ເປີດດ່ານສາກົນ ແລະບັນດາຖ້ຽວບິນລະຫວ່າງ ລາວ - ຫວຽດນາມ ຍິ່ງໄວກໍ່ຍິ່ງດີ, ຕອບສະໜອງຄວາມຕ້ອງການຂອງປະຊາຊົນສອງປະເທດ, ນໍາມາເຊິ່ງຜົນປະໂຫຍດທາງດ້ານການລົງທຶນ ແລະການຄ້າກໍຄື ວັດທະນະທໍາ, ການສຶກສາ.

ໂດຍ: ກວຽດເຕິມ