ທ່ານພັນໂທ ເລວັນຫ໊ຽວ, ຫົວໜ້າຄ້າຍທະຫານຊາຍແດນດ່ານນສາກົນລາໄລ ໃຫ້ຮູ້ວ່າ ໂດຍຕັ້ງຢູ່ທີ່ຕັ້ງສຳຄັນຂອງເສັ້ນຊາຍແດນຫວຽດນາມ-ລາວ, ກົມກອງຍັງ ຄຸ້ມຄອງໂດຍກົງບໍລິເວນສອງຕາແສງອາງໍ ແລະອາບູງ, ຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງແຂວງກວ໋າງຈິ. ໃນເວລາຈຸດສູງຂອງເຊື້ອພະຍາດໂຄວິດ-19, ກົມກອງຕ້ອງປະຕິບັດໜ້າທີ່ນຳພົນລະເມືອງທີ່ເຂົ້າມາຫວຽດນາມ ຈາກບັນດາປະເທດ ແລະເຂດແຄວ້ນຕ່າງໆໄປກັກບໍລິເວນ. ຄິດໄລ່ພຽງແຕ່ວັນທີ 18 ມີນາ ຮອດວັນທີ 10 ມິຖຸນາ 2020, ຄ້າຍທະຫານຊາຍແດນພ້ອມກັບບັນດາກຳລັງກ່ຽວຂ້ອງໄດ້ທຳສະຖິຕິ, ແຍກຜູ້ເຂົ້າເມືອງ, ເຮັດລະບຽບການກັກບໍລິເວນໃຫ້ເກືອບ 3.800 ຄົນ. ມາຮອດປະຈຸບັນ, ແມ່ນສາມາດຄວບຄຸມເຊື້ອພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ການດໍາລົງຊີວິດຂອງປະຊາຊົນຢູ່ສອງຟາກຊາຍແດນກັບຄືນເປັນປົກກະຕິ. ຫຼາຍອາທິດຜ່ານມາ, ທ່ານຮ້ອຍເອກພິເສດ ເຈືອງຫວຽດຮຸ່ງ ຂອງຄ້າຍທະຫານຊາຍແດນດ່ານສາກົນລາໄລ ຢູ່ເມືອງດັ໊ກຣົງ ບໍ່ມີເວລາກັບເມືອເຮືອນ, ຍ້ອນວ່າພາຍຫຼັງທີ່ ປະຈຳການຢູ່ຫ້ອງການໃນແຕ່ລະມື້ແລ້ວ, ອ້າຍ ຍັງໄດ້ລົງໄປແຕ່ລະບ້ານ, ໄປຮອດບັນດາຄອບຄົວປະຊາຊົນຊາວເຜົ່າເວິນກ່ຽວ ແລະຕ້າໂອຍຕື່ມອີກ ເພື່ອແນະນຳໃຫ້ປະຊາຊົນກ່ຽວກັບວິທີປູກຜັກ, ປູກຕົ້ນກ້ວຍ, ລ້ຽງສັດໃຫຍ່, ສັດປີກໃຫ້ມີປະສິດທິຜົນ.  ບັນດານັກຮົບຂອງຄ້າຍທະຫານຊາຍແດນໄດ້ຜັນຂະຫຍາຍ, ຫຼາຍການເຄື່ອນໄຫວ, ກິດຈະການເປັນຕົ້ນແມ່ນ: ກໍ່ສ້າງເຮືອນ, ຮ່ວມເດີນທາງພ້ອມກັບໂຄງການ “ແມ່ຍິງຢູ່ເຂດຊາຍແດນ”; ລູກລ້ຽງຂອງທະຫານຊາຍແດນ”...

leftcenterrightdel
ທະຫານຊາຍແດນແຂວງກວ໋າງຈິ ແນະນຳເຕັກນິກການປູກຕົ້ນກາເຟໃຫ້ປະຊາຊົນ. ພາບ: nhandan.com.vn.

ໂດຍຕັ້ງຢູ່ຕາແສງເລ່ຍ ຂອງເມືອງເຫື໊ອງຫ໊ວາ, ຄ້າຍທະຫານຊາຍແດນແທັງ ໄດ້ປົກປັກຮັກສາຊາຍແດນ ຕອນແມ່ນ້ຳເຊໂປນ ມີລວງຍາວກວ່າ 31 ກິໂລແມັດ, ຮັບຜິດຊອບບໍລິເວນສາມຕາແສງນັ້ນແມ່ນ ແທັງ, ເລ່ຍ ແລະຊີ. ທ່ານ ໂງເຈື່ອງຄອຍ ຫົວໜ້າຄ້າຍໃຫ້ຮູ້ວ່າ ໂດຍຮັບຮູ້ຢ່າງຈະແຈ້ງກ່ຽວກັບຜົນສະທ້ອນຢ່າງໜັກໜ່ວງຂອງເຊື້ອພະຍາດໂຄວິດ-19 ທີ່ມີຕໍ່ບໍລິເວນ, ຄະນະບັນຊາກົມກອງໄດ້ສົມທົບກັບອໍານາດການປົກຄອງທ້ອງຖິ່ນຮຽກຮ້ອງບັນດາວິສາຫະກິດບໍລິຈາກເຂົ້າສານຫຼາຍສິບໂຕນໃຫ້ແກ່ປະຊາຊົນ ເພື່ອເປັນເຈົ້າການດ້ານສະບຽງອາຫານ. ຄ້າຍທະຫານໄດ້ຊ່ວຍປະຊາຊົນປະຕິບັດຮູບແບບການປູກຕົ້ນສະນັດ ເພື່ອຕ້ານດິນເຊາະເຈື່ອນ ແລະພັດທະນາເສດຖະກິດ.

ໂດຍມີຄວາມຕ່າງແຕກກັບບັນດາຄ້າຍອື່ນ, ບໍລິເວນຄຸ້ມຄອງຂອງຄ້າຍທະຫານຊາຍແດນເຫື໊ອງເລິບ ແມ່ນນັບແຕ່ບໍລິເວນຂອງຕາແສງເຫື໊ອງເລິບ ຈົນໄປຮອດຕາແສງເຫື໊ອງວຽດ ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງເມືອງເຫື໊ອງຫ໊ວາ. ເຂົ້າໃຈໄດ້ຄວາມມຸ່ງມາດປາດຖະໜາຂອງປະຊາຊົນຢູ່ເຂດຊາຍແດນຍາມໃດທາງຄ້າຍກໍ່ປາດຖະໜາຢາກໄດ້ສຳຜັດບັນດານະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດໂດຍໄວສະນັ້ນທາງກົມກອງຈຶ່ງໄດ້ເປັນເຈົ້າການສົມທົບກັນໂຄສະນາເຜີຍແຜ່, ສຶກສາກົດໝາຍໃຫ້ແກ່ປະຊາຊົນລວມມີບັນດາເນື້ອໃນ: ກົດໝາຍຊາຍແດນແຫ່ງຊາດ, ສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງຫວຽດນາມ-ລາວ...

ໂດຍປະຕິບັດແຜນນະໂຍບາຍເພີ່ມທະວີນາຍທະຫານຊາຍແດນລົງໄປເຮັດວຽກຢູ່ບັນດາຕາແສງຊາຍແດນຂອງແຂວງກວ໋າງຈິ, ທ່ານ ຫງວຽນດຶກນາມ ເຊິ່ງແມ່ນພະນັກງານ, ນາຍທະຫານຂອງຄ້າຍທະຫານຊາຍແດນເຫືື໊ອງເລິບໄດ້ແຕ່ງຕັ້ງໃຫ້ເປັນຮອງເລຂາພັກຕາແສງເຫື໊ອງວຽດ. ຕາມໂຄງການ “ສະມາຊິກພັກຮັບຜິດຊອບຄອບຄົວຊາຍແດນ”, ທ່ານ ຫງວຽນດຶກນາມ ແບ່ງປັນວ່າ: ຄຽງຂ້າງວຽກງານຂົນຂວາຍໃຫ້ປະຊາຊົນບໍ່ເຂົ້າຮ່ວມ, ບໍ່ຕໍ່ມືໃຫ້ແກ່ການກະທຳລະເມີດກົດໝາຍແລ້ວ, ທ່ານ ນາມ ຍັງໄດ້ແນະນຳໃຫ້ປະຊາຊົນກ່ຽວກັບທິດສະດີ, ເຕັກນິກການລ້ຽງສັດ, ປູກຜັກ, ລະດົມບັນດາແຫຼ່ງທຶນຊ່ວຍບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ, ໜູນຊ່ວຍແນວພັນເຂົ້າໃໝ່ໃຫ້ປະຊາຊົນ, ຂົນຂວາຍ, ເກ້ຍກ່ອມບັນດານ້ອງໆນັກຮຽນບໍ່ໃຫ້ປະລະການຮ່ຳຮຽນຕື່ມອີກ.

ທ່ານພັນເອກພິເສດ ເລວັນເຟືອງ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງ ກວ໋າງຈິ ໃຫ້ຮູ້ວ່າ ຢູ່ເສັ້ນຊາຍແດນກວ໋າງຈິ ແລະສອງແຂວງສະຫວັນນະເຂດ, ສາລະວັນ ຂອງປະເທດເພື່ອນມິດລາວມີລວງຍາວເກືອບ 190 ກິໂລແມັດ, ບັນດາທະຫານຊາຍແດນທັງຮັກສາຊາຍແດນຂອງປະເທດຊາດໄວ້ໃຫ້ໝັ້ນຄົງ, ທັງຊ່ວຍ ປະຊາຊົນຢູ່ຕາມບ້ານຕ່າງໆຟື້ນຟູເສດຖະກິດຫຼັງໂລກລະບາດ.

ບັນດາວຽກເຮັດທີ່ແທດຈິງ, ເຕັມໄປດ້ວຍສາຍຈິດມິດໃຈທະຫານ-ປະຊາຊົນຂອງບັນດາພະນັກງານ, ນັກຮົບ, ທະຫານຊາຍແດນແຂວງກວ໋າງຈິ ພ້ອມດ້ວຍການ ຮ່ວມແຮງຮ່ວມໃຈຂອງປະຊາຊົນເຜົ່າສ່ວນໜ້ອຍໄດ້ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນຂອງປະເທດຊາດມີການປ່ຽນແປງໄປໃນແຕ່ລະວັນ.

ໂດຍ: ແສງເດືອນ