ເມື່ອເຊື້ອພະຍາດໂຄວິດ-19 ເກີດຂຶ້ນ, ປະເທດເພື່ອນລາວ ໄດ້ຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ສະກັດກັ້ນໂລກລະບາດແຜ່ລະບາດເຂົ້າສູ່ປະເທດ. ເພື່ອປະຕິບັດໜ້າທີ່ປ້ອງກັນ ແລະຕ້ານເຊື້ອພະຍາດໂຄວິດ-19 ໃຫ້ເປັນຢ່າງດີ, ຝ່າຍລາວ ໄດ້ຕັ້ງດ່ານກວດ ແລະສະກັດກັ້ນພະຍາດຈໍານວນທັງໝົດ 28 ແຫ່ງ ໂດຍມີການເຂົ້າຮ່ວມຂອງພະນັກງານ, ນັກຮົບ 119 ຄົນຂຶ້ນກັບທະຫານຊາຍແດນ ແລະຕຳຫຼວດ. ດ້ວຍຈິດໃຈແບ່ງປັນຄວາມຫຍຸ້ງຍາກກັບບັນດາກຳລັງກ່ຽວຂ້ອງຂອງລາວ, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໄດ້ໜູນຊ່ວຍວັດຖຸອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈຳເປັນຫຼາຍຢ່າງເພື່ອຮ່ວມແຮງຮ່ວມໃຈປ້ອງກັນ ແລະຍູ້ເຊື້ອພະຍາດໂຄວິດ-19 ໃຫ້ຖອຍໄປ.

leftcenterrightdel
ທ່ານພັນເອກ ຫງວຽນຊວັນຕວ່ານ, ຫົວໜ້າການເມືອງທະຫານຊາຍແດນແຂວງກວ໋າງຈິ ມອບວັດຖຸອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈຳເປັນໃຫ້ບັນດາກຳລັງເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດຢູ່ເຂດຊາຍແດນຂອງປະເທດເພື່ອນລາວ. ພາບ: ຫງວຽນແທ່ັງຝູ.

ໃນຊຸມວັນນີ້, ອາກາດຢູ່ເຂດຊາຍແດນມີແສງແດດກ້າ, ຮ້ອນເອົ້າ. ເຖິງຢ່າງໃດກໍ່ຕາມ, ອາກາດຮ້ອນນັ້ນກໍ່ບໍ່ສາມາດກີດກັ້ນໄດ້ການເດີນທາງຂອງເອື້ອຍນ້ອງສະຫະພັນແມ່ຍິງຂອງທະຫານຊາຍແດນແຂວງກ໋ວາງຈິ ຂ້າມພູສູງໄປມອບຂອງຂວັນໃຫ້ກຳລັງກ່ຽວຂ້ອງໃນການປ້ອງກັນ ແລະຕ້ານໂລກລະບາດຂອງປະເທດເພື່ອນມິດລາວຢູ່ເຂດຊາຍແດນຝັ່ງນັ້ນ ເຊິ່ງຢູ່ກົງກັນຂ້າມກັບຄ້າຍທະຫານຊາຍແດນແທັງ. ຂອງຂວັນຂອງສະຫະພັນແມ່ຍິງທະຫານຊາຍແດນແຂວງກວ໋າງຈິ ມອບໃຫ້ເພື່ອນລາວ ລວມມີ: ຊີ້ນກະປ໋ອງ, ປາກະປ໋ອງ, ຜ້າອັດປາກ-ອັດດັງ, ໝີ່ສຳເລັດຮູບ, ນ້ຳດື່ມບໍລິສຸດ, ນ້ຳນົມ, ຮອດດອກ, ນ້ຳຢາລ້າງມືຂ້າເຊື້ອ..., ດ້ວຍຍອດມູນຄ່າທັງໝົດ 10 ລ້ານດົ່ງ.

ຂຶ້ນຮັບຂອງຂວັນຈາກບັນດາເອື້ອຍນ້ອງຍິງທະຫານຊາຍແດນ, ທ່ານຮ້ອຍໂທ ສີສຸພັນ ເພງສານີ, ຮອງຫົວໜ້າການເມືອງກອງຮ້ອຍ 322 ເວົ້າດ້ວຍຄວາມຕື້ນຕັນໃຈວ່າ: “ເລື່ອງເອື້ອຍນ້ອງແມ່ຍິງທະຫານຊາຍແດນແຂວງກວ໋າງຈິ ແບ່ງປັນບັນດາວັດຖຸອຸປະກອນການແພດ ແລະບັນດາເຄື່ອງໃຊ້ທີ່ຈຳເປັນໃຫ້ກົມກອງຂອງພວກຂ້າພະເຈົ້າ  ແມ່ນລ້ຳຄ່າທີ່ສຸດ. ພວກຂ້າພະເຈົ້າ ມີຄວາມຕື້ນຕັນໃຈທີ່ສຸດຕໍ່ອາລົມຈິດຄວາມຮັກແພງຢ່າງເລິກເຊິ່ງຂອງບັນດານັກຮົບຊາຍແດນແຂວງກວ໋າງຈິ ທີ່ສະຫງວນໃຫ້ພະນັກງານ, ນັກຮົບພວກຂ້າພະເຈົ້າໃນຊຸມວັນປະສົບກັບຄວາມຫຍຸ້ງຍາກໃນການປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19”.

leftcenterrightdel
ຄ້າຍທະຫານຊາຍແດນບານາງ ມອບວັດຖຸອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈຳເປັນໃຫ້ກຳລັງຕຳຫຼວດ, ທະຫານຊາຍແດນຂອງເມືອງສະໝ້ວຍ, ແຂວງສາລະວັນ ທີ່ພວມປ້ອງກັນ, ຕ້ານໂລກລະບາດຢູ່ເຂດຊາຍແດນ. ພາບ: ຫງວຽນແທ່ັງຝູ.

ອາດເວົ້າວ່າ, ອາລົມຈິດຄວາມຮັກແພງຂອງທ່ານຮ້ອຍໂທ ສີສຸພັນ ເພງສານີ ໄດ້ເວົ້າເຖິງນ້ຳໃຈສາມັກຄີລະຫວ່າງທະຫານຊາຍແດນແຂວງກວ໋າງຈິ ກັບບັນດາກຳລັງກ່ຽວຂ້ອງ ແລະປະຊາຊົນປະເທດເພື່ອນລາວ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19. ໃນຕະຫຼອດໄລຍະຜ່ານມາ, ແຕ່ຊາຍແດນຄ້າຍທະຫານຊາຍແດນເຮື໊ອງເລິບ ຮອດຄ້າຍທະຫານຊາຍແດນບາລິນ ມີຫຼາຍກົມກອງເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງທາງດ້ານວັດຖຸອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈຳເປັນໃນວຽກງານປ້ອງກັນ ແລະຕ້ານໂລກລະບາດກໍ່ຕາມ, ແຕ່ບັນດາກົມກອງກໍ່ໄດ້ແບ່ງປັນໃຫ້ປະຊາຊົນປະເທດເພື່ອນລາວ ເພື່ອພ້ອມກັນຜ່ານຜ່າໄພວິກິດ.

ໃນວັນທີ 25 ມີນາ, ພາຍຫຼັງໜຶ່ງວັນທີ່ປະເທດລາວ ປະກາດກໍລະນີຕິດເຊື້ອພະຍາດໂຄວິດ-19 ຜູ້ທໍາອິດ, ພະນັກງານ, ນັກຮົບປ້ອມຄວບຄຸມຊາຍແດນດ່ານສາກົນລາໄລ, ຄ້າຍທະຫານຊາຍແດນດ່ານສາກົນລາໄລ ໄດ້ມອບເຄື່ອງຊ່ວຍເຫຼືອລວມມີ: ຊຸດປ້ອງກັນພະຍາດໂຄວິດ-19 ຈໍານວນ 50 ຊຸດ, ນ້ຳຢາລ້າງມືຂ້າເຊື້ອ 20 ຂວດ ແລະຜ້າອັດປາກ-ອັດດັງ 100 ອັນໃຫ້ແກ່ພະນັກງານ ແລະປະຊາຊົນເມືອງສະໝ້ວຍ, ແຂວງສາລະວັນ. ເມື່ອໄດ້ຮັບເຄື່ອງຊ່ວຍເຫຼືອທີ່ເຕັມໄປດ້ວຍຄວາມໝາຍນີ້, ທ່ານ ບາເລ, ຮອງປະທານຄະນະກຳມະການປະຊາຊົນເມືອງສະໝ້ວຍ ແບ່ງປັນວ່າ: “ຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນເມືອງສະໝ້ວຍ ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈຂອງບັນດາພະນັກງານ, ນັກຮົບປ້ອມຄວບຄຸມຊາຍແດນດ່ານສາກົນລາໄລ ທີ່ໄດ້ແບ່ງປັນຄວາມຫຍຸ້ງຍາກພ້ອມກັບພວກຂ້າພະເຈົ້າຕໍ່ໜ້າສະພາບການໂລກລະບາດໂຄວິດ-19. ໃນຂະນະທີ່ບັນດາວັດຖຸອຸປະກອນການແພດເພື່ອປ້ອງກັນ, ຕ້ານໂລກລະບາດຈາກຂັ້ນເທິງຍັງບໍ່ທັນສົ່ງມາຮອດທ້ອງຖິ່ນ, ພວກຂ້າພະເຈົ້າກໍ່ໄດ້ຮັບການຊ່ວຍເຫຼືອຢ່າງທັນການຈາກບັນດາສະຫາຍ, ອີກເທື່ອໜຶ່ງ, ຕາງໜ້າໃຫ້ການນຳ ແລະປະຊາຊົນເມືອງສະໝ້ວຍ, ຂໍສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈແບ່ງປັນຢ່າງຈິງໃຈຂອງບັນດາສະຫາຍ”.

leftcenterrightdel
ສະຫະພັນແມ່ຍິງທະຫານຊາຍແດນແຂວງກວ໋າງຈິ ມອບຂອງຂວັນໃຫ້ກຳລັງກ່ຽວຂ້ອງຂອງປະເທດເພື່ອນລາວ ທີ່ພວມປະຕິບັດໜ້າທີ່ປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ຢູ່ເຂດຊາຍແດນ. ພາບ: ຫງວຽນແທ່ັງຝູ.

ທ່ານພັນເອກ ຫງວຽນຊວັນຕວ່ານ, ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໃຫ້ຮູ້ວ່າ: “ເຖິງວ່າກົມກອງຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຂາດເຂີນກ່ຽວກັບບັນດາວັດຖຸອຸປະກອນການແພດໃນການປ້ອງກັນ, ຕ້ານໂລກລະບາດ, ບັນດາເຄື່ອງໃຊ້ທີ່ຈຳເປັນຮັບໃຊ້ໃຫ້ແກ່ວຽກງານສຳຄັນນີ້ກໍ່ຕາມ, ແຕ່ວ່າດ້ວຍຈິດໃຈ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ຈຶ່ງໄດ້ລະດົມກຳລັງໃຈພະນັກງານ, ນັກຮົບນຳໃຊ້ບັນດາວັດຖຸອຸປະກອນ, ເຄື່ອງໃຊ້ທີ່ຈຳເປັນນັ້ນຢ່າງປະຢັດເພື່ອແບ່ງປັນ, ຊ່ວຍເຫຼືອເພື່ອນລາວ, ພ້ອມທັງຮຽກຮ້ອງໃຫ້ບັນດາຜູ້ໃຈບຸນໃຈກຸສົນ, ບັນດານັກອຸປະຖຳຊ່ວຍເຫຼືອປະຊາຊົນປະເທດເພື່ອນລາວ ຜ່ານຜ່າຄວາມຫຍຸ້ງຍາກຕໍ່ໂລກລະບາດໂຄວິດ-19. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະຊີ້ນຳບັນດາກົມກອງສືບຕໍ່ໜູນຊ່ວຍໃຫ້ບັນດາກຳລັງກ່ຽວຂ້ອງ ແລະປະຊາຊົນປະເທດເພື່ອນລາວ ໃນເງື່ອນໄຂຄວາມສາມາດຂອງແຕ່ລະກົມກອງ”.

ນັບແຕ່ວັນທີ 5 ເມສາ ຫາວັນທີ 12 ເມສາ 2020, ກອງບັນຊາການ ແລະບັນດາກົມກອງຂຶ້ນກັບທະຫານຊາຍແດນແຂວງກວ໋າງຈິ ໄດ້ມອບຂອງຂວັນ ແລະໜູນຊ່ວຍບັນດາກຳລັງກ່ຽວຂ້ອງພ້ອມກັບປະຊາຊົນສອງແຂວງສາລະວັນ ແລະສະຫວັນນະເຂດຂອງປະເທດເພື່ອນລາວ ເຂົ້າສານຈ້າວເກືອບ 2,5 ໂຕນ, ປາແຫ້ງ 55 ກິໂລ, ໝີ່ສຳເລັດຮູບ 100 ແກັດ, ນ້ຳນົມ 20 ແກັດ, ນ້ຳດື່ມບໍລິສຸດ 200 ແກັດ, ຜ້າອັດປາກ-ອັດດັງ 2000 ອັນ, ຊຸດປ້ອງກັນພະຍາດ 200 ຊຸດ, ນ້ຳຢາລ້າງມືຂ້າເຊື້ອ 283 ຂວດ, ຖົງມື 200 ຄູ່ ແລະເຄື່ອງໃຊ້ທີ່ຈໍາເປັນອື່ນໆອີກ, ດ້ວຍຍອດມູນຄ່າທັງມົດແມ່ນ 182,6 ລ້ານດົ່ງ.

ໂດຍ: ແສງເດືອນ