ຄະນະປະຕິບັດງານຂອງແຂວງເທື່ອທຽນເຫວ້ ນຳໂດຍທ່ານ ບຸ່ຍແທັງຮ່າ, ຮອງເລຂາປະຈຳພັກແຂວງຫາກໍ່ມອບວັດຖຸ, ອຸປະກອນການແພດໃຫ້ 3 ແຂວງ ແມ່ນ: ສະຫວັນນະເຂດ, ສາລະວັນ ແລະເຊກອງ ເພື່ອປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ຢູ່ດ່ານສາກົນລາວບ໋າວ (ແຂວງກ໋ວາງຈິ).

leftcenterrightdel
ທ່ານ ບຸ່ຍແທັງຮ່າ, ຮອງເລຂາປະຈຳພັກແຂວງເທື່ອທຽນເຫວ້ ມອບວັດຖຸ, ອຸປະກອນການແພດປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ໃຫ້ການນຳແຂວງສະຫວັນນະເຂດ. ພາບ: vov.vn.

ຄະນະປະຕິບັດງານຂອງແຂວງເທື່ອທຽນເຫວ້ ໄດ້ມອບວັດຖຸ, ອຸປະກອນການແພດໃຫ້ອຳນາດການປົກຄອງ, ປະຊາຊົນ 3 ແຂວງຂອງປະເທດເພື່ອນລາວ, ຈຳນວນວັດຖຸ, ອຸປະກອນການແພດເພື່ອປ້ອງກັນ, ຕ້ານເຊື້ອພະຍາດ, ຄື: ຜ້າອັດປາກ-ອັດດັງ, ຊຸດປ້ອງກັນພະຍາດ, ນ້ຳຢາຂ້າເຊື້ອ... ລວມຍອດມູນຄ່າທັງໝົດເກືອບ 1 ຕື້ດົ່ງ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານຂອງແຂວງເທື່ອທຽນເຫວ້ ຍັງໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ກັບແຂວງສະຫວັນນະເຂດ. ການນໍາສອງທ້ອງຖິ່ນໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື, ແບ່ງປັນຂໍ້ມູນ ເພື່ອປະຕິບັດສຳເລັດໜ້າທີ່ປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ເປັນຢ່າງດີບໍ່ປະໃຫ້ໂລກພະຍາດແຜ່ລະບາດຢູ່ເສັ້ນຊາຍແດນ.

ໂດຍ: ແສງເດືອນ