ໝູ່ບ້ານແຄມແມ່ນ້ໍາຂອງຫວຽດນາມ ແມ່ນຄົນເຜົ່າເວິນກ່ຽວ, ປາໂກ ດໍາລົງຊີວິດຢູ່. ຝັ່ງລາວ ແມ່ນເມືອງສະໝ້ວຍ, ແຂວງສາລະວັນ, ພໍ່ແມ່ປະຊາຊົນລາວ ເຄີຍເອົາມັນຕົ້ນ, ກ້ວຍມາຂາຍຢູ່ຝັ່ງນີ້  ແລະກໍ່ຊື້ສິນຄ້າ, ເຂົ້າສານ ແລະເກືອກັບເມືອ. ຍ້ອນຜົນສະທ້ອນຂອງພະຍາດໂຄວິດ-19, ຫຼາຍຄອບຄົວຄົນລາວ ຈຶ່ງຂາດອາຫານ, ບໍ່ມີເຂົ້າກິນ. ບັນດາຄ້າຍທະຫານຊາຍແດນແທັງ, ທ້ວນ, ປາເຕ່ີງ ແລະລາວບ໊າວ (ທະຫານຊາຍແດນແຂວງກວ໋າງຈິ) ໄດ້ປຸກລະດົມບັນດາແຫຼ່ງກໍາລັງຈາກສັງຄົມ, ໜູນຊ່ວຍເຂົ້າສານເພື່ອຊ່ວຍເຫຼືອປະຊາຊົນລາວ.

leftcenterrightdel
ແມ່ນໍ້າເຊໂປນ, ຊາຍແດນຫວຽດນາມ-ລາວ ຕອນໄປຜ່ານເມືອງເຮື໊ອງຮ໊ວາ, ແຂວງກວ໋າງຈິ. ພາບ: qdnd.vn.
leftcenterrightdel
ຝັ່ງນັ້ນ, ເພື່ອນລາວ ລໍຖ້າຮັບເຂົ້າສານທີ່ສົ່ງມາໃຫ້. ພາບ: qdnd.vn.
leftcenterrightdel
ເຂົ້າສານຫຼາຍເປົາໄດ້ຂົນຂື້ນເຮືອ. ພາບ: qdnd.vn.
leftcenterrightdel
ເຂົ້າສານໄດ້ຂົນສົ່ງຂ້າມແມ່ນໍ້າ. ພາບ: qdnd.vn.
leftcenterrightdel
ທ່ານພັນເອກ ເຈິ່ນຕ໊ວນແອັງ, ຮອງຜູ້ບັນຊາການທະຫານຊາຍແດນແຂວງກວ໋າງຈິ ມອບເຄື່ອງ ຊ່ວຍເຫຼືອໃຫ້ການນໍາເມືອງສະໝ້ວຍ, ແຂວງສາລະວັນ, ລາວ. ພາບ: qdnd.vn.

ໂດຍ: ເກື່ອງດັ້ງ