ດ້ວຍຮູບແບບນີ້, ໃນໄລຍະຜ່ານມາ, ພະນັກງານ, ສະມາຊິກສະຫະພັນແມ່ຍິງບັນດາອົງການ, ກົມກອງຂອງທະຫານເຂດ 4 ໄດ້ຈັັ້ດຕັ້ງຫຼາຍກິດຈະກໍາມະນຸດສະທໍາທີ່ມີຄວາມໝາຍ, ສະແດງໃຫ້ເຫັນນໍ້າໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນ, ແຜ່ຂະຫຍາຍບັນດາການກະທໍາອັນສູງສົ່ງໃນວົງຄະນະຍາດ, ຄື: ໄປຢ້ຽມຢາມຖາມຂ່າວ, ມອບຂອງຂວັນ, ລະດົມກໍາລັງໃຈພະນັກງານ, ນັກຮົບ, ສະມາຊິກສະຫະພັນແມ່ຍິງທີ່ກໍາລັງປະຕິບັດໜ້າທີ່ປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19; ປຸກລະດົມການບໍລິຈາກເງິນ, ສະໜັບສະໜູນສະບຽງອາຫານ, ທັນຍາຫານ, ອຸປະກອນການແພດເພື່ອໜູນຊ່ວຍເຂດແຍກປ່ຽວ; ເຮັດເຂົ້າປຽກທີ່ມີທາດບຳລຸງ, ເອົາເຂົ້າໜົມໄປມອບໃຫ້ເດັກນ້ອຍທີ່ຢູ່ສູນແຍກປ່ຽວ...

leftcenterrightdel
ສະຫະພັນແມ່ຍິງກອງບັນຊາການທະຫານແຂວງກວ໋າງຈິ ມອບອຸປະກອນການແພດໃຫ້ສະຫະພັນແມ່ຍິງກອງບັນຊາການທະຫານແຂວງສະຫວັນນະເຂດ (ສປປ ລາວ). ພາບ: ຫງວຽນທິເລືອງ.

ໄລ່ສະເພາະແຕ່ວັນທີ 20 ມີນາ ມາຮອດປະຈຸບັນ, ບັນດາຮາກຖານສະຫະພັນແມ່ຍິງສັງກັດທະຫານເຂດ 4 ໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດ, ໂຮງຮຽນ, ພະນັກງານ, ສະມາຊິກສະຫະພັນແມ່ຍິງຂັ້ນຕ່າງໆສະໜັບສະໜູນຜ້າອັດປາກ-ອັດດັງນັບຫຼາຍພັນອັນ, ເຈວລ້າງມື ແລະສະບຽງອາຫານ, ທັນຍາຫານນັບຫຼາຍສິບໂຕນ ເພື່ອສະໜັບສະໜູນໃຫ້ແກ່ເຂດແຍກປ່ຽວ, ດ້ວຍມູນຄ່ານັບຫຼາຍຕື້ດົ່ງ. ແຕ່ລະມື້, ເອື້ອຍນ້ອງແມ່ຍິງຢູ່ບັນດາກົມກອງທີ່ເຮັດໜ້າທີ່ແຍກປ່ຽວໄດ້ຈັດຕັ້ງການຕົ້ມເຂົ້າປຽກທີ່ມີທາດບຳລຸງໃຫ້ແກ່ພວກຫຼານນ້ອຍຢູ່ເຂດແຍກປ່ຽວ.

ບໍ່ພຽງແຕ່ຕັ້ງໜ້າປຸກລະດົມ, ຂົນຂວາຍການບໍລິຈາກເງິນສະໜັບສະໜູນບັນດາເຂດແຍກປ່ຽວເທົ່ານັ້ນ, ແຕ່ພະນັກງານ, ສະມາຊິກສະຫະພັນແມ່ຍິງທະຫານເຂດ 4 ຍັງແມ່ນນັກໂຄສະນາທີ່ຕັ້ງໜ້າໃນການໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນປະຕິບັດເຂັ້ມງວດບັນດາມາດຕະການປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19, ພ້ອມທັງເຂົ້າຮ່ວມແນວໜ້າຕ້ານພະຍາດໂຄວິດ-19 ອີກດ້ວຍ. ນອກຈາກນີ້, ແມ່ຍິງທະຫານເຂດ 4 ຍັງປຸກລະດົມ, ຂົນຂວາຍການບໍລິຈາກຜ້າອັດປາກ-ອັດດັງໄດ້ນັບຫຼາຍໝື່ນອັນ ແລະບັນດາອຸປະກອນການແພດທີ່ຈໍາເປັນເພື່ອມອບໃຫ້ກອງທັບປະຊາຊົນລາວ ຕ້ານ ແລະສະກັດກັ້ນພະຍາດໂຄວິດ-19.

ບັນດາໜ້າວຽກ, ການແບ່ງປັນທີ່ເຕັມໄປດ້ວຍຄວາມຮັກແພງອັນອົບອຸ່ນຂອງພະນັກງານ, ສະມາຊິກສະຫະພັນແມ່ຍິງທະຫານເຂດ 4 ໄດ້ສ້າງອາລົມຈິດອັັນດີງາມໃນດວງໃຈຂອງປະຊາຊົນ, ປະກອບສ່ວນເຊີດຊູຮູບພາບອັນດີງາມຂອງທະຫານລຸງໂຮ່ ໃຫ້ໃສແຈ້ງຂຶ້ນຕື່ມຢູ່ບ້ານເກີດເມືອງນອນຂອງເພິ່ນ ໃນການຕໍ່ສູ້ກັບພະຍາດໂຄວິດ-19.

ໂດຍ: ໄຊຊະນະ