ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກພະຍາດໂຄວິດ-19, ຂອງຂວັນລວມມີ: ຜ້າອັດປາກ-ດັງ 10.000 ອັນ, ຊຸດປ້ອງກັນພະຍາດ 50 ຊຸດ, ຖົງມືແພດ 1000 ຄູ່, ຢາເຄມີຂ້າເຊື້ອ, ເຄື່ອງສີດຢາ, ເຂົ້າສານ 2 ໂຕນ ແລະໝີ່ສຳເລັດຮູບ 200 ແກັດພ້ອມດ້ວຍເຄື່ອງໃຊ້ທີ່ຈຳເປັນອື່ນໆ.

leftcenterrightdel
ຜູ້ຕາງໜ້າການນຳຕຳຫຼວດແຂວງເທື່ອທຽນ-ເຫວ້ ມອບອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈຳເປັນໃຫ້ກອງບັນຊາການປ້ອງກັນຄວາມສະຫງົບສອງແຂວງສາລະວັນ ແລະເຊກອງ. ພາບ: ສຳນັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ບັນດາອົງການກົມກອງ, ສຳນັກງານພວມເຄື່ອນໄຫວຢູ່ບໍລິເວນແຂວງເທື່ອທຽນ-ເຫວ້ ກໍ່ມອບຂອງຂວັນໃຫ້ກອງບັນຊາການປ້ອງກັນຄວາມສະຫງົບສອງແຂວງສາລະວັນ ແລະເຊກອງ ເຊິ່ງລວມມີ: ເຈວລ້າງມືຂ້າເຊື້ອປະເພດຕ່າງໆ 1.000 ຂວດ, ຜ້າອັດປາກ-ດັງ 1.000 ອັນ, ໝີ່ສຳເລັດຮູບ 100 ແກັດ ພ້ອມດ້ວຍວັດຖຸ, ອຸປະກອນການແພດປ້ອງກັນໂລກພະຍາດປະເພດຕ່າງໆ.

ໂດຍ: ສົມເພັດ