ໂດຍຍ່າງຜ່ານທາງປ່າເປັນເກືອບເວລາ 3 ໂມງ, ບັນດາເຄື່ອງຊ່ວຍເຫຼືອໂດຍອົງການ, ກົມກອງຕ່າງໆໃນແຂວງກວ໋າງນາມ ສືບຕໍ່ໄດ້ສົ່ງຕໍ່ໃຫ້ພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ຢູ່ຕາມດ່ານສະກັດກັ້ນພະຍາດ Covid-19 ເພື່ອສະກັດກັ້ນການ ເຄື່ອນໄຫວເຂົ້າ-ອອກເມືອງ, ຂ້າມຊາຍແດນຢ່າງຜິດກົດໝາຍລະຫວ່າງສອງເມືອງນາມຢາງ (ແຂວງກວ໋າງນາມ) ແລະເມືອງດັກຈຶງ (ແຂວງເຊກອງ, ປະເທດລາວ).

ທ່ານພົນໂທ ໂດ໊ຊວນຈີງ, ຫົວໜ້າຄ້າຍທະຫານຊາຍແດນດ່ານຊາຍແດນນາມຢາງ ແບ່ງປັນວ່າ: “ເພື່ອສະກັດກັ້ນພະຍາດ, ທາງຄ້າຍໄດ້ສ້າງຕັ້ງ 4 ດ່ານ,  2 ຈຸຄວບຄຸມເຄື່ອນທີ່ໂດຍມີການສົມທົບກັບແຂວງເຊກອງ ດໍາເນີນການລາດຕະເວນ, ຄວບຄຸມຢູ່ເຂດຊາຍແດນ. ກໍາລັງທະຫານຊາຍແດນ ໄດ້ຈັດຕັ້ງການກວດກາຢູ່ຕາມສະຖານທີ່ສໍາຄັນທີ່ມີດ່ານປະເພນີ, ດ່ານທ້ອງຖິ່ນເປັນປະຈໍາ ເພື່ອແນໃສ່ສະກັດກັ້ນການເຄື່ອນໄຫວເຂົ້າ-ອອກເມືອງ, ຂ້າມຊາຍແດນຢ່າງຜິດກົດໝາຍສົມທົບກັບການປ້ອງກັນຕ້ານພະຍາດ Covid-19. ກໍາກົດເງື່ອນໄຂເຮັດວຽກທີ່ມີຄວາມຫຍຸ້ງຍາກທີ່ສຸດ ແລະແກ່ຍາວ, ພວກຂ້າພະເຈົ້າໄດ້ເຮັດວຽກດ້ານແນວຄິດເປັນຢ່າງດີໃຫ້ແກ່ພະນັງານ, ນັກຮົບເພື່ອກຽມພ້ອມຮັບ ແລະປະຕິບັດໜ້າທີ່ປ້ອງກັນຕ້ານພະຍາດ, ໜູນຊ່ວຍແຂວງເຊກອງ ທາງດ້ານອຸປະກອນການແພດ ສະກັດກັ້ນພະຍາດ. ປັດຈຸບັນ, ດ່ານສະກັດກັ້ນທັງໝົດຢູ່ເຂດຊາຍແດນທີ່ຕິດຈອດກັບປະເທດລາວ ນັ້ນລ້ວນແຕ່ມີຄວາມເປັນລະບຽບໃນໜ້າທີ່ວຽກງານ”.

leftcenterrightdel
ການນໍາແຂວງກວ໋າງນາມ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ເມືອງດັກຈຶງ, ແຂວງເຊກອງ (ປະເທດລາວ). ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອຮັບເຄື່ອງຊ່ວຍເຫຼືອທີ່ເຕັມໄປດ້ວຍອາລົມຈິດຂອງແຂວງກວ໋າງນາມ, ທ່ານ ໄລສວນ ມິດສຸວັນ, ເລຂາພັກເມືອງ, ເຈົ້າເມືອງໆດັກຈຶງ, ແຂວງເຊກອງ (ລາວ) ໃຫ້ຮູ້ວ່າ: “ການນໍາ ແລະປະຊາຊົນເມືອງດັກຈຶງ  ສະແດງຄວາມຮູ້ບຸນຄຸນທີ່ສຸດຕໍ່ພວກອ້າຍນ້ອງຫວຽດນາມ ທີ່ໄດ້ຊ່ວຍເຫຼືອພວກຂ້າພະເຈົ້າມີເງື່ອນໄຂທີ່ດີຕື່ມອີກໃນວຽກງານປ້ອງກັນ, ຕ້ານພະຍາດ Covid-19. ເຄື່ອງຊ່ວຍເຫຼືອດ່ັງກ່າວອີກເທື່ອໜຶ່ງເປັນການຢັ້ງຢືນເຖິງນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ, ເປັນຕົ້ນແມ່ນພໍ່ແມ່ປະຊາຊົນຢູ່ເຂດຊາຍແດນໃນການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນຢູ່ແຕ່ລະປະເທດ. ພວກຂ້າພະເຈົ້າຈະແຈກຢາຍວັດຖຸອຸປະກອນການແພດຈໍານວນດັ່ງກ່າວໃຫ້ປະຊາຊົນ ເພື່ອປ້ອງກັນຕ້ານ ແລະສະກັດກັ້ນ ພະຍາດ. ພວກຂ້າພະເຈົ້າ ກໍ່ຮຽກຮ້ອງໃຫ້ກໍາລັງກ່ຽວຂ້ອງຂອງເມືອງ ຈົ່ງສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບກໍາລັງກ່ຽວຂ້ອງຕ່າງໆຂອງແຂວງກວ໋າງນາມ ເພື່ອສະກັດກັ້ນພະຍາດຢ່າງມີປະສິດທິຜົນ, ບໍ່ປະໃຫ້ພະຍາດ Covid-19 ແຜ່ລະບາດໃນຊຸມຊົນຢູ່ເຂດຊາຍແດນລະຫວ່າງສອງປະເທດ”.

ໂດຍກໍານົດວ່າແມ່ນທ້ອງຖິ່ນຢູ່ໃນກຸ່ມມີຄວາມສ່ຽງສູງກ່ຽວກັບພະຍາດ Covid-19, ແຂວງກວ໋າງນາມ ໄດ້ສ້າງຕັ້ງເຂດແຍກປ່ຽວ 50 ແຫ່ງດ້ວຍອຸປະກອນການແພດຢ່າງຄົບຖ້ວນ. ບັນດາເຂດແຍກປ່ຽວເຫຼົ່ານີ້ມີຄວາມສາມາດຮັບຜູ້ແຍກປ່ຽວ, ຕິດຕາມສຸຂະພາບໄດ້ເກືອບ 10.000 ຄົນ. ກໍາລັງທີ່ກ່ຽວຂ້ອງໄດ້ສ້າງຕັ້ງດ່ານສະກັດກັ້ນ 84 ແຫ່ງຢູ່ຕາມເສັ້ນທາງສໍາຄັນຫຼາຍເສັ້ນ ແລະຢູ່ເຂດຊາຍແດນ, ຮັບປະກັນການປະຕິບັດຕາມຄວາມຮຽກຮ້ອງຕ້ອງການໃນວຽກງານສະກັດກັ້ນພະຍາດຢ່າງຄົບຖ້ວນ.

leftcenterrightdel
ຄະນະຊາວໜຸ່ມແຂວງກວ໋າງນາມ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານຊາຍແດນນາມຢາງ ທີ່ພວມປະຕິບັດໜ້າທີ່ຢູ່ຕາມດ່ານສະກັດກັ້ນພະຍາດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເລຈີ໊ແທັງ ປະທານຄະນະກໍາມະການປະຊາຊົນແຂວງກວ໋າງນາມ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ກໍາລັງທະຫານຊາຍແດນ ຍາມໃດກໍ່ປະຕິບັດໜ້າທີ່ເປັນຢ່າງດີ. ເມື່ອເກີດພະຍາດ Covid-19, ທະຫານຊາຍແດນແຂວງກວ໋າງນາມ ໄດ້ຜັນຂະຫຍາຍກໍາລັງຢ່າງທັນການ, ສ້າງຕັ້ງບັນດາດ່ານສະກັດກັ້ນພະຍາດຢູ່ຕາມເຂດຊາຍແດນ, ຄຸ້ມຄອງບັນດາດ່ານປະເພນີ, ດ່ານທ້ອງຖິ່ນ, ຕິດພັນໜ້າທີ່ປົກປັກຮັກສາອະທິປະໄຕຢູ່ເຂດຊາຍແດນກັບການປ້ອງກັນ, ຕ້ານພະຍາດ. ເຖິງວ່າເງື່ອນໄຂປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ພະນັກງານ, ນັກຮົບທະຫານຊາຍແດນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ. ຄວາມສາມັກຄີ, ການສົມທົບກັນຢ່າງແໜ້ນແຟ້ນກັບບັນດາກໍາລັງທີ່ກ່ຽວຂ້ອງຈາກຝ່າຍລາວ ຂອງທະຫານຊາຍແດນແຂວງກວ໋າງນາມ ແມ່ນດ່ານສະກັດກັ້ນພະຍາດແຕ່ໄກ, ແໜ້ນແຟ້ນເພື່ອສະກັດກັ້ນພະຍາດແຜ່ລະບາດໃສ່ຊຸມຊົນຢ່າງແທ້ຈິງ.

ທ່ານ ເລຈີ໊ແທັງ ເນັ້ນໜັກວ່າ “ພະຍາດ Covid-19 ຍັງຜັນແປໄປຢ່າງສັບສົນ, ແຕ່ວ່າດ້ວຍຈິດໃຈ “ຕ້ານພະຍາດຄືຕ້ານສັດຕູ”, ດ້ວຍການເຂົ້າຮ່ວມຂອງລະບົບການເມືອງ, ການຮ່ວມແຮງຮ່ວມໃຈຂອງວົງຄະນະຍາດທັງໝົດ, ການສົມທົບກັນຢ່າງແໜ້ນແຟ້ນກັບກໍາລັງກ່ຽວຂ້ອງຕ່າງໆ, ນໍ້າໃຈສາມັກຄີມິດຕະພາບແບບພິເສດກັບປະຊາຊົນລາວບັນດາເຜົ່າອ້າຍນ້ອງຢູ່ເຂດຊາຍແດນແມ່ນແຫຼ່ງກໍາລັງແຮງເພື່ອໃຫ້ບໍ່ພຽງແຕ່ແຂວງກວ໋າງນາມເທົ່ານັ້ນ ຫາກຍັງແມ່ນແຫຼ່ງກຳລັງແຮງໃຫ້ປະເທດເພື່ອນລາວ ຍູ້ພະຍາດໃຫ້ຖອຍໄປຕື່ມອີກ”.

ໂດຍ: ທູຈາງ