ໃນຫຼາຍສິບປີຜ່ານມາ, ບັນດາອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ໄດ້ໄປຢ້ຽມຢາມສະໜາມຮົບເກົ່າ, ໄປຊອກຫາເພື່ອນຮ່ວມກົມກອງ, ພົບປະແລກປ່ຽນບໍ່ຈັກວ່າເທົ່າໃດເທື່ອ… ແຕ່ຄັ້ງນີ້ອາດຈະແມ່ນການເດີນທັບ, ການພົບປະແລກປ່ຽນທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງບັນດານັກຮົບທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເຄີຍຂ້າມສາຍພູຫຼວງ ໄປປະຕິບັດໜ້າທີ່ສາກົນອັນສູງສົ່ງ. ໃນຊຸມວັນທ້າຍປີ, ຄະນະຜູ້ແທນ 4 ຄະນະລວມມີອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ກວ່າ 500 ຄົນພ້ອມກັບຍາດຕີພີ່ນ້ອງຂອງບັນດາທະຫານເສຍສະຫຼະຊີວິດເພື່ອຊາດໄດ້ອອກເດີນທາງຈາກບັນດາແຂວງດ້ຽນບຽນ, ເງະອານ, ຮ່າຕິງ ແລະນະຄອນດ່ານັ້ງ (ຫວຽດນາມ), ໄປຜ່ານ 11 ແຂວງ ແລະຫຼາຍສະຖານທີ່ແມ່ນສະໜາມຮົບເກົ່າທີ່ດຸເດືອດຢູ່ປະເທດເພື່ອນລາວ, ແລ້ວກໍ່ມາເຕົ້າໂຮມກັນຢູ່ນະຄອນຫຼວງວຽງຈັນ, ຈັດຕັ້ງບັນດາການເຄື່ອນໄຫວພົບປະສັງສັນ, ພົບປະແລກປ່ຽນ ແລະສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.

ເມື່ອໄປຢ້ຽມຢາມສະໜາມຮົບເກົ່າ, ຫວນຄືນບັນດາທີ່ລະນຶກ, ວິລະກໍາ ແລະນັບທັງຄວາມເສຍຫາຍ, ການເສຍຊີວິດໃນສະໄໝສົງຄາມ, ໃນການເດີນທາງຜ່ານບັນດາແຂວງໄປເຖິງນະຄອນຫຼວງວຽງຈັນ, ບັນດານັກຮົບເກົ່າ, ອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ລ້ວນແຕ່ໄດ້ຈັດຕັ້ງພິທີສະແດງຄວາມຮູ້ບຸນຄຸນ, ອາໄລຫາດວງວິນຍານຂອງບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ພົບປະສັງສັນ, ພົບປະແລກປ່ຽນກັບທະຫານ ແລະປະຊາຊົນຂອງປະເທດເພື່ອນລາວ, ມອບຂອງຂວັນເປັນຫຼາຍພູດທີ່ມີຄວາມໝາຍຫຼາຍຢ່າງທີ່ເຕັມໄປດ້ວຍນໍ້າໃຈອ້າຍນ້ອງ.

leftcenterrightdel
ບັນດາອະດີດທະຫານອາສາສະໝັກຫວຽດນາມ ຢູ່ລາວ ພົບປະ, ແລກປ່ຽນກ່ຽວກັບການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຢູ່ນະຄອນຫຼວງວຽງຈັນ, ລາວ. ພາບ: qdnd.vn.

ກາງເດືອນ ທັນວາ 2019, ຢູ່ນະຄອນຫຼວງວຽງຈັນ, ພິທີໄວ້ອາໄລ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຂອງຫວຽດນາມ ແລະລາວ ທີ່ໄດ້ອຸທິດ, ເສຍສະຫຼະຊີວິດເພື່ອພື້ນຖານເອກະລາດ, ເສລີພາບຂອງແຕ່ລະປະເທດ, ເພື່ອໜ້າທີ່ສາກົນອັນສູງສົ່ງຂອງສອງຊາດ, ບັນດາອົງການທີ່ກ່ຽວຂ້ອງສອງປະເທດໄດ້ສົມທົບກັບສະມາຄົມມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ໄດ້ຈັດຕັ້ງຢ່າງສະຫງ່າຜ່າເຜີຍ. ກ່ອນໜ້ານັ້ນໄດ້ດໍາເນີນການພົບປະສັງສັນທີ່ສະໜິດສະໜົມດ້ວຍຫົວຂໍ້ “ນໍ້າໃຈມິດສະຫາຍ” ໂດຍການເຂົ້າຮ່ວມຂອງອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ກວ່າ 500 ຄົນ ແລະບັນດາຜູ້ແທນຂອງປະເທດເພື່ອນລາວ. ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ພ້ອມກັບຜູ້ຕາງໜ້າການນໍາບັນດາອົງການຂັ້ນສູນກາງ ແລະກອງທັບປະຊາຊົນລາວ ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະສັງສັນ, ສະແດງຄວາມຮູ້ບຸນຄຸນຕໍ່ອາລົມຈິດ,  ນໍ້າໃຈຂອງບັນດາເພື່ອນມິດສະຫາຍ, ອ້າຍນ້ອງທີ່ສັດຊື່ບໍລິສຸດ, ຈິງໃຈ, ສະໜິດຕິດພັນ.

ຕອນເຊົ້າວັນໜຶ່ງໃນທ້າຍລະດູໜາວ, ອາກາດຢູ່ນະຄອນຫຼວງວຽງຈັນ ໜາວເຢັນ. ໂດຍໄດ້ຮັບຂອງຂວັນຫຼາຍຮ້ອຍພູດຂອງສະມາຄົມມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ແລະສະມາຄົມພຸດທະສາສະໜາຫວຽດນາມ ມອບໃຫ້, ທ່ານ ໄຊກອງ ໄຊນະສິນ ຮອງປະທານ, ທັງເປັນເລຂາທິການໃຫຍ່ສູນກາງສະມາຄົມມິດຕະພາບລາວ-ຫວຽດນາມ ໄດ້ກ່າວວ່າ: “ທະຫານອາສາສະໝັກ, ຊ່ຽວຊານ ແລະປະຊາຊົນຫວຽດນາມ ໄດ້ເສຍສະຫຼະເລືອດເນື້ອເພື່ອເອກະລາດ, ເສລີພາບຂອງປະເທດລາວ, ມື້ນີ້ຍັງມາມອບຂອງຂວັນໃຫ້ເຊິ່ງເປັນການນໍາເອົາອາລົມຈິດມິດສະຫາຍ, ອ້າຍນ້ອງຢ່າງອົບອຸ່ນມາໃຫ້ປະເທດລາວ. ພວກຂ້າພະເຈົ້າຈະສົ່ງບັນດາຂອງຂວັນທີ່ເຕັມໄປດ້ວຍຄວາມຮັກແພງນີ້ເຖິງມືນັກຮົບເກົ່າ, ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ… ໂດຍສະເພາະແມ່ນບັນດາຄອບຄົວຄົນລາວ ທີ່ໄດ້ຊ່ວຍເຫຼືອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ປະຕິບັດສໍາເລັດໜ້າທີ່ສາກົນທີ່ສັກກາລະບູຊາ ແລະສູງສົ່ງ”.

ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ແມ່ນສັນຍາລັກທີ່ດີງາມ, ແມ່ນຄວາມສະໜິດຕິດພັນຢ່າງໝັ້ນແກ່ນ, ໜຽວແໜ້ນ, ສັດຊື່ບໍລິສຸດ, ຈິງໃຈຂອງນໍ້າໃຈສາມັກຄີແບບພິເສດ ຫວຽດນາມ-ລາວ, ຍາມໃດກໍ່ມີຄວາມເອກອ້າງທະນົງໃຈ ແລະສະໝັກໃຈເຮັດຈົນສຸດຄວາມສາມາດຂອງຕົນ, ພ້ອມກັບທະຫານ ແລະປະຊາຊົນສອງປະເທດປົກປັກຮັກສາຊັບສົມບັດອັນລໍ້າຄ່ານັ້ນເພື່ອນໍ້າໃຈສາມັກຄີແບບພິເສດ ຫວຽດນາມ-ລາວ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ໂດຍ: ຈາງຫງວຽນ