leftcenterrightdel
ທ່ານ ວັນໄຊ ແພງຊຸມມາ, ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ ໄດ້ມອບຊໍ່ດອກໄມ້ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮ໊ວາ. ພາບ: ມິງຮ໊ຽວ.

ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບທ່ານ ວັນໄຊ ແພງຊຸມມາ, ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ ແລະບັນດາສະມາຊິກໃນຄະນະທີ່ມາຢ້ຽມຢາມເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີຊວດ 2020, ໃນບັນຍາກາດທີ່ເຕັມໄປດ້ວຍນ້ຳໃຈອ້າຍນ້ອງ, ທ່ານ ຈິ້ງວັນຈ໊ຽນ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງແທັງຮ໊ວາ ໄດ້ແຈ້ງໃຫ້ຄະນະຜູ້ແທນແຂວງຫົວພັນ ຮັບຊາບບັນດາໝາກຜົນພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບປີ 2019, ບັນດາກຳນົດທິດໃຫຍ່ຂອງແຂວງແທັງຮ໊ວາ ໃນປີ 2020. ທ່ານ ຈິ້ງວັນຈ໊ຽນ ເນັ້ນໜັກວ່າ ເພື່ອມີບັນດາຜົນງານພົ້ນເດັ່ນໃນປີຜ່ານມາ, ພ້ອມກັບຄວາມມານະພະຍາຍາມ, ຄວາມຕັດສິນໃຈສູງຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮ໊ວາ, ມີການປະກອບສ່ວນຫຼາຍດ້ານຂອງອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງຫົວພັນ. ທ່ານ ຈິ້ງວັນຈ໊ຽນ ປາດຖະໜາວ່າ ດ້ວຍນ້ຳໃຈສາມັກຄີອັນບໍລິສຸດຜຸດຜ່ອງ, ຕິດພັນກັນຢ່າງສະໜິດແໜ້ນຂອງປະຊາຊົນສອງແຂວງແທັງຮ໊ວາ-ຫົວພັນ, ໃນປີ 2020 ແຂວງແທັງຮວ໊າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກແຂວງຫົວພັນ, ໂດຍສະເພາະແມ່ນຊ່ວຍເຫຼືອປະຊາຊົນແຂວງແທັງຮ໊ວາ ຜະລິດ, ດຳເນີນທຸລະກິດເປັນປົກກະຕິ; ເອົາໃຈໃສ່ໜູນຊ່ວຍເພື່ອໃຫ້ວິສາຫະກິດຂອງແຂວງແທັງຮ໊ວາ ລົງທຶນກໍ່ສ້າງບັນດາກິດຈະການຕ່າງໆຢູ່ແຂວງຫົວພັນ; ປົກປັກຮັກສາແຫຼ່ງນ້ຳແມ່ນ້ຳມ້າ ແລະສືບຕໍ່ເປັນສູນເຊື່ອມຕໍ່ເພື່ອໃຫ້ສອງຝ່າຍເຊັນສັນຍາຮ່ວມມືໃນປີ 2020 ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງສອງແຂວງ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນບໍລິສຸດຜຸດຜ່ອງ, ສະໜິດຕິດພັນລະຫວ່າງແຂວງ ແທັງຮ໊ວາ-ຫົວພັນ ໃຫ້ນັບມື້ນັບຍືນຍົງ.

leftcenterrightdel
ການນຳສອງແຂວງແທັງຮ໊ວາ -ຫົວພັນຖ່າຍຮູບເປັນທີ່ລະນຶກ. ພາບ: ມິງຮ໊ຽວ.

ທ່ານ ວັນໄຊ ແພງຊຸມມາ ເນັ້ນໜັກວ່າ: ໃນຊຸມປີຜ່ານມາ, ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຫົວພັນ ຍາມໃດກໍ່ຖືເປັນສຳຄັນ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະເລິກເຊິ່ງກວ້າງຂວາງລະຫວ່າງສອງແຂວງຢ່າງບໍ່ຢຸດຢັ້ງ. ປີ 2019, ແຂວງຫົວພັນ ໄດ້ປະຕິບັດບັນດາ ໂຄງການ ເຊິ່ງສອງຝ່າຍໄດ້ລົງນາມກໍຄືຜັນຂະຫຍາຍບັນດາໂຄງການ ເຊິ່ງແຂວງແທັງຮ໊ວາ ໜູນຊ່ວຍໃຫ້ຖືກຕ້ອງຕາມແຜນການທີ່ໄດ້ວາງອອກ. ຕາງໜ້າຄະນະປະຕິບັດງານ, ທ່ານ ວັນໄຊ ແພງຊຸມມາ ໄດ້ມອບຊໍ່ດອກໄມ້ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮ໊ວາ, ສະແດງໃຫ້ເຫັນນ້ຳໃຈອັນບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ, ສອງແຂວງ ແທັງຮ໊ວາ-ຫົວພັນ.

ໂດຍ: ສົມເພັດ