ຄະນະຜູ້ແທນຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ນຳໂດຍທ່ານພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ; ຄະນະຜູ້ແທນຂອງກອງບັນຊາການທະຫານແຂວງຫົວພັນ ນຳໂດຍທ່ານພັນເອກ ໂພນທອງ ພັນຈະເລີນພົນ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫົວພັນ ມາຢ້ຽມຢາມ, ອວຍພອນບຸນເຕັດຢູ່ກອງບັນຊາການທະຫານເຂດ 4. ທ່ານພົນຈັດຕະວາ ຮ່າເຕິນຕ໊ຽນ ຮອງຜູ້ບັນຊາການທະຫານເຂດ 4 ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບບັນດາຄະນະດັ່ງກ່າວ.

leftcenterrightdel
ຄະນະຜູ້ແທນຂອງກອງບັນຊາການທະຫານແຂວງຫົວພັນ ອວຍພອນບຸນເຕັດກອງບັນຊາການທະຫານເຂດ 4. ພາບ: baonghean.vn.

ການນໍາບັນດາຄະນະຜູ້ແທນໄດ້ສະແດງຄວາມຊົມເຊີຍຕໍ່ບັນດາໝາກຜົນ ເຊິ່ງທະຫານເຂດ 4 ບັນລຸໄດ້ໃນປີ 2019, ພ້ອມທັງຂອບໃຈຕໍ່ຄວາມເອົາໃຈໃສ່, ການຊ່ວຍເຫຼືອຂອງຜູ້ບັນຊາການ, ພະນັກງານ, ນັກຮົບທະຫານເຂດ 4 ຕໍ່ກັບບັນດາກົມກອງຂອງກອງທັບ ແລະປະຊາຊົນລາວໃນໄລຍະຜ່ານມາ. ຄຽງຂ້າງນັ້ນ, ການນໍາບັນດາຄະນະຜູ້ແທນຍັງອວຍພອນໃຫ້ພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4 ຕ້ອນຮັບບຸນປີໃໝ່ປະຈໍາຊາດຢ່າງອົບອຸ່ນ, ມີຄວາມຜາສຸກ, ສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາກົມກອງຂອງລາວ ຮັກສາເສັ້ນຊາຍແດນລະຫວ່າງສອງປະເທດໃຫ້ມີຄວາມໝັ້ນຄົງ, ມີສະຖຽນລະພາບ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈໄມຕີຈິດມິດຕະພາບ, ຄວາມສາມັກຄີລະຫວ່າງສອງປະເທດຫວຽດນາມ-ລາວ ກວ່າອີກ.

leftcenterrightdel
ຄະນະຜູ້ແທນກອງບັນຊາການທະຫານນະຄອນຫຼວງວຽງຈັນ ອວຍພອນບຸນເຕັດກອງບັນຊາການທະຫານເຂດ 4. ພາບ: baonghean.vn.

ທ່ານພົນຈັດຕະວາ ຮ່າເຕິນຕ໊ຽນ ຮອງຜູ້ບັນຊາການທະຫານເຂດ 4 ໄດ້ສະແດງຄວາມຂອບໃຈຕໍ່ຜູ້ບັນຊາການ, ພະນັກງານ, ນັກຮົບບັນດາກົມກອງຂອງກອງທັບປະເທດເພື່ອນມິດລາວ. ທ່ານກໍ່ຢັ້ງຢືນວ່າຜົນແຫ່ງການປະຕິບັດງານຂອງທະຫານເຂດ 4 ມີການປະກອບສ່ວນ, ການໜູນຊ່ວຍຂອງອໍານາດການປົກຄອງ, ບັນດາກົມກອງທະຫານ ແລະປະຊາຊົນລາວ ອ້າຍນ້ອງ. ພິເສດແມ່ນການຊ່ວຍເຫຼືອຂອງບັນດາກົມກອງຂອງປະເທດເພື່ອນມິດລາວ ໃນການປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ. ໃນໄລຍະຈະມາເຖິງ, ທະຫານເຂດ 4 ຈະເພີ່ມທະວີຈິດໃຈສາມັກຄີລະຫວ່າງກອງທັບສອງຝ່າຍໃຫ້ຫຼາຍກວ່າເກົ່າ, ສືບຕໍ່ປະຕິບັດເນື້ອໃນໃນໂຄງການຮ່ວມມືໂດຍສອງຝ່າຍໄດ້ລົງນາມໃຫ້ເປັນຢ່າງດີ.

ໂດຍ: ຈາງຫງວຽນ