ໃນທ່າມກາງລະດູໜາວ, ພວກຂ້າພະເຈົ້າພ້ອມກັບພະນັກງານ, ນັກຮົບຄ້າຍທະຫານຊາຍແດນເຍິມ ແລະສູນບໍລິການກະສິກໍາເມືອງອາເລື໊ອຍ ໄດ້ໄປຢ້ຽມຢາມ, ມອບແນວພັນພືດ ແລະສັດລ້ຽງໃຫ້ປະຊາຊົນບ້ານເຊຊາບ. ທ່ານພັນຕີ ໂຮ່ວັນຫວຽດ, ຫົວໜ້າການເມືອງຄ້າຍທະຫານຊາຍແດນເຍິມ ແບ່ງປັນຄວາມໃນໃຈວ່າ: “ກ່ອນໜ້ານີ້, ໃນຊຸມວັນຝົນຕົກ, ນໍ້າຫ້ວຍຂຶ້ນສູງ, ເສັ້ນທາງເປັນຕົມເປັນຫຼົ່ມໄປໝົດ, ບໍ່ມີພາຫະນະໃດສາມາດໄປມາໄດ້. ກາງປີ 2018, ແຂວງເຊກອງ ໄດ້ໃຊ້ງົບປະມານກໍ່ສ້າງເສັ້ນທາງຢູ່ບ້ານເຊຊາບ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນເຍິມ ຂອງພວກຂ້າພະເຈົ້າໄປຊ່ວຍກໍ່ສ້າງເສັ້ນທາງນີ້, ເມື່ອສ້າງສໍາເລັດ ແລະເປີດນໍາໃຊ້ນັ້ນໄດ້ຊ່ວຍໃຫ້ປະຊາຊົນເຂດທ້ອງຖິ່ນໄປມາໄດ້ຢ່າງສະດວກ ແລະປະກອບສ່ວນເຮັດໃຫ້ເຂດຊົນນະບົດນີ້ມີຄວາມຈະເລີນຂຶ້ນຕື່ມອີກ.

ຄະນະປະຕິບັດງານໄດ້ໄປຮອດບ້ານເຊຊາບ, ແຫ່ງທີ່ມີບັນດາກິດຈະກໍາທີ່ເຂັ້ມຂຸ້ນໄປດ້ວຍຂີດໝາຍແຫ່ງນໍ້າໃຈມິດຕະພາບເຊິ່ງລັດ ແລະປະຊາຊົນຫວຽດນາມ ມອບໃຫ້. ເມື່ອເຫັນຄະນະປະຕິບັດງານ, ຊາວບ້ານມີຄວາມດີໃຈ ແລະເອີ້ນກັນອອກມາຮັບຕ້ອນ. ທ່ານ ຊູໄມ, ນາຍບ້ານເຊຊາບ ໄດ້ເວົ້າດ້ວຍຄວາມສະເທືອນໃຈວ່າ: “ເມື່ອໄດ້ຮັບຂ່າວວ່າທະຫານຫວຽດນາມ ຈະມາມອບແນວພັນພືດ ແລະສັດລ້ຽງ, ບັນຍາກາດຢູ່ໃນບ້ານກໍ່ມີຄວາມຄຶກຄັກທີ່ສຸດ. ຊາວໜຸ່ມຢູ່ໃນບ້ານບໍ່ໄດ້ໄປປ່າ, ບໍ່ໄດ້ໄປໄຮ່ເຂົາເຈົ້າຢູ່ເຮືອນພ້ອມກັບທຸກຄົນເຮັດຄອກໄກ່, ຂຸດຂຸມ ແລະກະກຽມຝຸ່ນ. ເມື່ອທະຫານຫວຽດນາມ ມາມອບໄກ່ພັນໃຫ້ນັ້ນ ກໍ່ປ່ອຍເຂົ້າຄອກເລີຍ, ຕົ້ນໄມ້ກໍ່ປູກໃສ່ຂຸມເລີຍມີແຕ່ເອົາດິນຖົມເປັນອັນວ່າສຳເລັດ. ຊາວບ້ານເຊຊາບ ຂອບອົກຂອບໃຈອ້າຍທະຫານຫວຽດນາມ ທີ່ສຸດ!”.

leftcenterrightdel
ພະນັກງານຄ້າຍທະຫານຊາຍແດນເຍິມ ມອບໄກ່ພັນໃຫ້ປະຊາຊົນບ້ານເຊຊາບ. ພາບ: qdnd.vn.

ພາຍຫຼັງໂອ້ລົມສົນທະນາກັນຢ່າງສະໜິດສະໜົມ, ບັນດານັກຮົບທະຫານຊາຍແດນໄດ້ມອບເບ້ຍຕົ້ນໄມ້ກິນໝາກ (ລວມມີ: ຕົ້ນໝາກສົ້ມໂອ, ຕົ້ນລໍາໃຍ, ຕົ້ນໝາກກ້ຽງ) 200 ຕົ້ນ ແລະໄກ່ພັນ 460 ໂຕໃຫ້ແຕ່ລະຄອບຄົວທີ່ບ້ານເຊຊາບ. ທ່ານນາງ ໂຮ່ທິຖັ໊ງ, ຮອງຜູ້ອໍານວຍການສູນບໍລິການກະສິກໍາເມືອງອາເລື໊ອຍ ແບ່ງປັນວ່າ: “ພວກຂ້າພະເຈົ້າໄດ້ສົມທົບກັບຄ້າຍທະຫານຊາຍແດນເຍິມ ໄປຢ້ຽມຢາມ, ມອບແນວພັນພືດ, ສັດລ້ຽງໃຫ້ປະຊາຊົນບ້ານເຊຊາບ ປີໜຶ່ງແມ່ນ 2 ເທື່ອ. ຍ້ອນວ່າເງື່ອນໄຂ, ຄຸນລັກສະນະດິນປູກຝັງ ແລະດິນຟ້າອາກາດຂອງບ້ານເຊຊາບ ຄ້າຍຄືກັນກັບເມືອງອາເລື໊ອຍ (ແຂວງເທື່ອທຽນ-ເຫວ້), ສະນັ້ນພວກຂ້າພະເຈົ້າຈຶ່ງຄັດເລືອກເອົາບັນດາແນວພັນພືດ, ສັດລ້ຽງທີ່ເໝາະສົມ ເພື່ອໃຫ້ສະມັດຕະພາບ, ຄຸນນະພາບສູງ. ພິເສດ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນເຍິມ ໄດ້ໄປແນະນໍາໃຫ້ພໍ່ແມ່ປະຊາຊົນກ່ຽວກັບເຕັກນິກລ້ຽງສັດ, ປູກຝັງເປັນປະຈໍາ, ຊ່ວຍພໍ່ແມ່ປະຊາຊົນພັດທະນາເສດຖະກິດ, ດໍາລົງຊີວິດເປັນປົກກະຕິ”.

ທ່ານ ຄໍາປາຍ, ໜຶ່ງໃນບັນດາຄອບຄົວທີ່ໄດ້ຮັບແນວພັນພືດ ແລະສັດລ້ຽງໃນເທື່ອກ່ອນ, ແບ່ງປັນວ່າ: “ຝູງໄກ່ 20 ໂຕຂອງຄອບຄົວໃຫຍ່ໄວ. ຕົ້ນໄມ້ກິນໝາກກໍ່ໃຫຍ່ໄວ, ພິເສດຕົ້ນກ້ວຍເປັນໝາກແລ້ວ”.

ທ່ານພັນຕີ ໂຮ່ວັນຫວຽດ ແບ່ງປັນຕື່ມອີກວ່າ: “ຈາກສະພາບການຕົວຈິງໃນຫຼາຍປີທີ່ປະຕິບັດບັນດາລາຍການໜູນຊ່ວຍບ້ານເຊຊາບ ພັດທະນາເສດຖະກິດໄດ້ສະແດງໃຫ້ເຫັນວ່າ, ໜູນຊ່ວຍຊາວບ້ານເຊຊາບ ຫາເງິນລ້ຽງຊີບແມ່ນໜຶ່ງໃນບັນດາມາດຕະການທີ່ມີປະສິດທິຜົນທີ່ສຸດໄດ້ຊ່ວຍໃຫ້ປະຊາຊົນຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ການໜູນຊ່ວຍການຫາເງິນລ້ຽງຊີບຍັງປຸກລຸກເຈດຈໍານົງເປັນເຈົ້າການບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກຂອງພໍ່ແມ່ປະຊາຊົນ”.

ເດີນທາງອອກຈາກບ້ານເຊຊາບ, ພວກຂ້າພະເຈົ້າຍັງຈົດຈໍາຄວາມປະທັບໃຈອັນດີງາມກ່ຽວກັບອາລົມຈິດ ເຊິ່ງປະຊາຊົນຢູ່ທີ່ນີ້ໄດ້ສະຫງວນໃຫ້ຄະນະປະຕິບັດງານຕະຫຼອດໄປ ແລະຍິ່ງມີຄວາມປິຕິຊົມຊື່ນກວ່າ ເມື່ອເຫັນຊີວິດການເປັນຢູຢ່າງອີ່ມໜຳສຳລານ, ສະຫງົບງຽບ ທີ່ພວມປະກົດຂຶ້ນໃນແຕ່ລະຄອບຄົວຢູ່ເຂດຊາຍແດນແຫ່ງສາຍຈິດມິດໃຈ.

ໂດຍ: ທະນາພອນ