ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານຊຽງຫວາງ, ຕາແສງຊຽງເມືອງ, ເມືອງໜອງບົກ, ແຂວງຄໍາມວນ ຕັ້ງຢູ່ແຄມແມ່ນໍ້າຂອງທີ່ສວຍງາມ. 90 ກວ່າປີກ່ອນ, ຢູ່ທີ່ນີ້, ປະທານໂຮ່ຈີມິນທີ່ແສນເຄົາລົບຮັກຂອງພວກເຮົາໄດ້ມີຊຸມປີເດືອນເຄື່ອນໄຫວປະຕິວັດ ແລະໃນປັດຈຸບັນ, ເຂດອະນຸສອນສະຖານນີ້ກໍາລັງກາຍເປັນສັນຍະລັກອັນສັກກາລະບູຊາ, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ສັດຊື່ບໍລິສຸດຂອງປະຊາຊົນສອງປະເທດລາວ - ຫວຽດນາມ.

ແຕ່ລະວັນ, ເດືອນ, ເປັນຕົ້ນແມ່ນຊຸມວັນບຸນປີໃໝ່, ປະຊາຊົນຫຼາຍຄະນະໄດ້ມາຖະຫວາຍທູບທຽນບູຊາລຸງໂຮ່, ຜູ້ນໍາທີ່ແສນເຄົາລົບຮັກບໍ່ພຽງແຕ່ຂອງຊົນຊາດຫວຽດນາມເທົ່ານັ້ນ ຫາກຍັງປະຊາຊົນລາວບັນດາເຜົ່າອ້າຍນ້ອງ ແລະມ່ວນມະນຸດອີກດ້ວຍ.

leftcenterrightdel
ແທ່ນບູຊາປະທານ ໂຮ່ຈີມິນ ຢູ່ເຂດອະນຸສອນສະຖານ. ພາບ: ຫງວຽນຮຸ່ງ.

ທ່ານ ມະນີພະຄອນ ຈັນຄາຄິດ, ນາຍບ້ານໆຊຽງຫວາງ ແມ່ນຜູ້ທີ່ເຂົ້າໃຈກວ່າໝູ່ກ່ຽວກັບເຫື່ອແຮງ, ອາລົມຈິດຂອງປະທານ ໂຮ່ຈີມິນ ທີ່ໄດ້ສະຫງວນໃຫ້ແກ່ປະເທດຫວຽດນາມ, ເພິ່ນຍັງແມ່ນຜູ້ທີ່ໄດ້ເສີມສ້າງ ແລະເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ - ລາວ. ເພາະສະນັ້ນ, ມາຢ້ຽມຢາມເຂດອະນຸສອນສະຖານປະທານ ໂຮ່ຈີມິນ ໃນມື້ນີ້ແມ່ນການສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບ ແລະອາລົມຈິດຂອງປະຊາຊົນລາວທີ່ສະຫງວນໃຫ້ແກ່ປະທານ ໂຮ່ຈີມິນ.

ທ່ານ ຈັນຄາຄິດ ກ່າວວ່າ: “ປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່ ແລະປະທານ ໄກສອນ ພົມວິຫານ ເປັນຜູ້ທີ່ໄດ້ກໍ່ຕັ້ງສາຍພົວພັນຫວຽດນາມ ແລະລາວ, ແລະມາຮອດປັດຈຸບັນບັນດາຮຸ່ນລູກຫຼານ ໄດ້ ແລະກໍາລັງສືບທອດນໍ້າໃຈສາມັກຄີມິດຕະພາບນັ້ນ, ປະຊາຊົນຢູ່ທີ່ນີ້ຍາມໃດກໍປະຕິບັດຕາມແຜນນະໂຍບາຍ, ນະໂຍບາຍຂອງລັດເປັນຢ່າງດີ. ພວກຂ້າພະເຈົ້າພ້ອມກັນປະຕິບັດສິ່ງນັ້ນເພື່ອພັດທະນາບ້ານເມືອງໃຫ້ຫຼາຍກວ່າອີກ. ຊາວຫວຽດນາມອາໄສຢູ່ຊຽງຫວາງ ແລະປະຊາຊົນບ້ານຊຽງຫວາງ ຍາມໃດກໍສາມັກຄີກັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນປຽບເໝືອນອ້າຍນ້ອງໃນຄອຍຄົວດຽວກັນ”.

leftcenterrightdel
ຮູບພາບປະທານ ໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ ໄດ້ວາງສະແດງຢ່າງສະຫງ່າຜ່າເຜີຍຢູ່ເຂດອະນຸສອນສະຖານ. ພາບ: ຫງວຽນຮຸ່ງ.

ກິດຈະການເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານຊຽງຫວາງ ມີເນື້ອທີ່ທັງໝົດປະມານ 1,6 ແຮັກຕາ, ໄດ້ກໍ່ສ້າງສໍາເລັດໃນປີ 2012 ດ້ວຍຫຼາຍກິດຈະກໍາຍ່ອຍ, ຫ້ອງບູຊາໄດ້ຮັບການກໍ່ສ້າງຕາມການອອກແບບຂອງຫວຽດນາມ; ຫ້ອງວາງສະແດງເອກະສານ, ຮູບພາບກ່ຽວກັບລຸງໂຮ່ ໄດ້ຮັບການອອກແບບ ແລະກໍ່ສ້າງຕາມສະຖາປັດຕະຍາກໍາຂອງລາວ. ໃນເຂດອະນຸສອນສະຖານຍັງມີເຮືອນຮັບແຂກ, ຫໍບູຊາ, ສວນໄມ້ປະດັບ, ໜອງປາ...

ນາງ ສຸວັນນະພູມີ ເມກສະຫວັນ, ຜູ້ນໍາທ່ຽວເຂດອະນຸສອນສະຖານ ໃຫ້ຮູ້ວ່າ, ແຂກທ່ອງທ່ຽວມາທີ່ນີ້ບໍ່ພຽງແຕ່ໄດ້ຮັບການແນະນໍາກ່ຽວກັບຊຸມປີເດືອນແຫ່ງການເຄືື່ອນໄຫວຂອງລຸງໂຮ່ ຢູ່ທີ່ນີ້ເທົ່ານັ້ນຫາກຍັງສ້າງຄວາມໃກ້ຊິດສະໜິດສະໜົມ, ຄວາມຮັກແພງໃຫ້ແກ່ເຂົາເຈົ້າອີກດ້ວຍ.

“ປະຊາຊົນບ້ານຊຽງຫວາງ ຍາມໃດກໍສະໜັບສະໜູນ, ຮັກແພງ ແລະມີຄວາມສະເທືອນໃຈເມື່ອມາແຫ່ງນີ້. ເມື່ອແຂກທ່ອງທ່ຽວມາຢ້ຽມຢາມເຂດອະນຸສອນສະຖານຈະໄດ້ຮັບຟັງແນະນໍາ, ບັນລະຍາຍກ່ຽວກັບບັນດາເອກະສານປະຫວັດສາດ ກໍຄືຊຸມປີເດືອນແຫ່ງການເຄື່ອນໄຫວຂອງລຸງໂຮ່ ຢູ່ທີ່ນີ້ດ້ວຍພາສາລາວ ແລະພາສາຫວຽດນາມ”.

leftcenterrightdel
ຜູ້ນໍາທ່ຽວແນະນໍາໃຫ້ແຂກທ່ອງທ່ຽວຮັບຊາບກ່ຽວກັບບັນດາວັດຖຸພັນໃນເຂດອະນຸສອນສະຖານ. ພາບ: ຫງວຽນຮຸ່ງ.

ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ໄດ້ວາງສະແດງບັນດາເອກະສານ, ປຶ້ມ, ໜັງສືພິມທີ່ຂຽນກ່ຽວກັບປະທານໂຮ່ຈີມິນ. ຮູບພາບການຢ້ຽມຢາມ ແລະເຮັດວຽກຂອງການນໍາຂັ້ນສູງສອງປະເທດໃນອະດີດຕະການ ກໍຄືໃນປັດຈຸບັນ; ວາງສະແດງວັດຖຸພັນທີ່ກ່ຽວຂ້ອງເຖິງລຸງໂຮ່ ໂດຍຊາວຫວຽດນາມອາໄສຢູ່ບ້ານຊຽງຫວາງ ມອບໃຫ້...

ທ່ານ ພົມມະວົງ ຄັນໄຊ, ຫົວໜ້າຄະນະຄຸ້ມຄອງເຂດອະນຸສອນສະຖານ ໃຫ້ຮູ້ວ່າ, ເຂດອະນຸສອນສະຖານບໍ່ພຽງແຕ່ແມ່ນສັນຍະລັກເທົ່ານັ້ນ ຫາກຍັງແມ່ນສະຖານທີ່ແຫ່ງນໍ້າໃຈສາມັກຄີທີ່ສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດລາວ - ຫວຽດນາມ.

ທ່ານ ຄັນໄຊ ໃຫ້ຮູ້ວ່າ: “ຕາມປະຫວັດສາດ, ໃນໄລຍະເວລາທີ່ລຸງໂຮ່ ເຄື່ອນໄຫວປະຕິວັດຢູ່ທີ່ນີ້ໄດ້ສ້າງນໍ້າໃຈຮັກແພງໃຫ້ແກ່ປະຊາຊົນທ້ອງຖິ່ນ; ເມື່ອເຂດອະນຸສອນສະຖານແຫ່ງນີ້ໄດ້ຮັບການກໍ່ສ້າງ, ປະຊາຊົນ ໄດ້ມອບບັນດາວັດຖຸພັນອັນລໍ້າຄ່າຕ່າງໆກ່ຽວກັບລຸງໂຮ່, ສິ່ງນັ້ນໄດ້ສະແດງໃຫ້ເຫັນອາລົມຈິດອັນສູງສົ່ງຂອງປະຊາຊົນທ້ອງຖິ່ນ ແລະຊາວຫວຽດນາມ ທີ່ກໍາລັງອາໄສຢູ່ ລາວ ຕໍ່ກັບລຸງໂຮ່”.

ແມ່ນໍ້າຂອງທີ່ສວຍງາມ ແລະທົ່ງນາທີ່ສະຫງົບສຸກອ້ອມຮອບຍິ່ງເຮັດໃຫ້ເຂດອະນຸສອນສະຖານ ມີຄວາມສັກກາລະບູຊາ, ສະຫງ່າຜ່າເຜີຍກວ່າ. ໂດຍຕັ້ງຢູ່ກາງພູຜາປ່າໄມ້ ແລະແມ່ນ້ຳລຳເຊແຂວງຄໍາມວນໃນປັດຈຸບັນ, ເຂດອະນຸສອນສະຖານປະທານໂຮ່ຈີມິນ ເປັນສັນຍະລັກອັນສູງສົ່ງຂອງນໍ້າໃຈຊົນຊາດ, ເອກະລາດ, ເສລີພາບ, ນັ້ນກໍແມ່ນຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນອັນເລິກເຊິ່ງຂອງປະຊາຊົນລາວບັນດາເຜົ່າ ທີ່ສະຫງວນໃຫ້ແກ່ປະທານ ໂຮ່ຈີມິນ ທີ່ແສນເຄົາລົບຮັກ.

ໂດຍ: ໄຊຊະນະ