ທີ່ກອງປະຊຸມ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການ, ໝາກຜົນການເຄື່ອນໄຫວສົມທົບກັນໃນໄລຍະ 5 ປີແຫ່ງການແຮກສ່ຽວ ແລະໃນປີ 2019; ໃນນັ້ນພົ້ນເດັ່ນແມ່ນໄດ້ຈັດຕັ້ງການແລກປ່ຽນ, ຮຽນພາສາ; ຊອກຮູ້ຮີດຄອງປະເພນີຂອງກັນ, ແນະນໍາວິຊາການ, ບົດຮຽນວຽກງານວິຊາສະເພາະຈຳນວນໜຶ່ງ. ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບາງເນື້ອໃນຕົ້ນຕໍ່ຂອງການເຄື່ອນໄຫວສົມທົບກັນໃນປີ 2020, ປະຕິບັດບັນດາໜ້າທີ່ຮ່ວມມືຕາມສັນຍາລະຫວ່າງສອງກະຊວງປ້ອງກັນປະເທດ ແລະສອງກົມກອງທີ່ໄດ້ລົງນາມແຮກສ່ຽວ.

leftcenterrightdel
ຜູ້ແທນກອງພົນທີ 3 (ກອງທັບປະຊາຊົນລາວ), ກອງພັນໃຫຍ່ 82  ແລະ ທ້ອງຖິ່ນ ຢ້ຽມຢາມຄ້າຍພັກແລ້ງທີ່ເປັນມູນເຊື້ອ. ພາບ: ດຶກດ່າວ.

ເນື່ອງໃນໂອກາດນີ້ຄະນະຜູ້ແທນກອງພົນທີ 3  (ກອງທັບປະຊາຊົນລາວ) ມາເຂົ້າຮ່ວມກອງປະຊຸມຮ່ວມຕາມລາຍການ, ກົດລະບຽບແຮກສ່ຽວ, ຂໍ່ານັບຮັບຕ້ອນ 30 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ, 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ສອງກົມກອງໄດ້ສົມທົບກັນຈັດຕັ້ງບັນດາກິດຈະກໍາທີ່ມີຄວາມໝາຍຄືເຂົ້າຢາມ ແລະໄວ້ອາໄລທີ່ສຸສານໂນນ A1, ສຸສານຕົງຄາວ; ຢ້ຽມຢາມ ແລະມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍໃນບໍລິເວນ; ຈັດຕັ້ງລາຍການສະແດງສິລະປະ “ນໍ້າໃຈໄມຕີຈິດມິດຕະພາບຫວຽດນາມ - ລາວ”; ຄ້າຍພັກແລ້ງທີ່ເປັນມູນເຊື້ອ; ແຂ່ງຂັນກິລາມິດຕະພາບ... ບັນດາກິດຈະກໍາດັ່ງກ່າວໄດ້ປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບ, ຄວາມສາມັກຄີທີ່ສະໜິດຕິດພັນລະຫວ່າງສອງກົມກອງທີ່ໄດ້ແຮກສ່ຽວນຳກັນ.

ໂດຍ: ໄຊຊະນະ