leftcenterrightdel
ບັນດາອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ ທີ່ການພົບປະສັງສັນ. ພາບ: vov.vn.

ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານພົນໂທ ທອງລອຍ ສີລິວົງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາການປະກອບສ່ວນ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ ສຳລັບລາວ. ການຊ່ວຍເຫຼືອບໍ່ເຫັນແກ່ຕົວເອງ, ປອດໃສນັ້ນແມ່ນແຫຼ່ງກຳລັງອັນໃຫຍ່ຫຼວງຊ່ວຍໃຫ້ການປະຕິວັດລາວ ກໍ່ສ້າງກຳລັງ, ຈັດຕັ້ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຈັກກະພັດສຳເລັດຜົນ, ສ້າງສາປະເທດລາວ ໃຫ້ເປັນປະເທດເອກະລາດ, ເອກະພາບ, ນັບມື້ນັບໝັ້ນຄົງເຂັ້ມແຂງ. ນັ້ນແມ່ນພະຍານຫຼັກຖານທີ່ມີຊີວິດຊີວາຂອງນ້ຳໃຈສາມັກຄີ, ມິດຕະພາບ, ສາຍພົວພັນຮ່ວມສຳພັນສູ້ຮົບຂອງສອງຊາດ, ສອງກອງທັບຫວຽດນາມ-ລາວ.

ໂດຍ: ແສງເດືອນ