ເຂົ້າຮ່ວມລາຍການ, ຝ່າຍລາວ ມີທ່ານ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ; ພ້ອມດ້ວຍການນໍາບັນດາກະຊວງ, ຂະແໜງການຕ່າງໆຂອງລາວເຂົ້າຮ່ວມ... ສ່ວຍຝ່າຍຫວຽດນາມ ມີທ່ານ ເຈິ່ນແທງເໝິ້ນ, ເລຂາທິການສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະການນໍາບັນດາກະຊວງ, ຂະແໜງການຕ່າງໆທີ່ກ່ຽວຂ້ອງ ພ້ອມດ້ວຍຜູ້ແທນກວ່າ 300 ຄົນທີ່ຕາງໜ້າໃຫ້ການນໍາ, ພະນັກງານທີ່ເຮັດວຽກງານຊົນເຜົ່າ, ແນວໂຮມທຸກຂັ້ນ, ຜູ້ທີ່ມີອິດທິພົນຊື່ສຽງຂອງ 10 ແຂວງຢູ່ລຽບຕາມເຂດຊາຍແດນຫວຽດນາມ - ລາວ, ລາວ-ຫວຽດນາມເຂົ້າຮ່ວມ.

leftcenterrightdel
ລາຍການສະແດງຢູ່ລາຍການພົບປະແລກປ່ຽນປະຊາຊົນ. ພາບ: nhandan.com.vn

ກ່າວຄໍາເຫັນທີ່ການພົບປະແລກປ່ຽນ, ທ່ານ ໄຊສົມພອນ ພົມວິຫານ ແລະທ່ານ ເຈິ່ນແທງເໝິ້ນ ເນັ້ນໜັກວ່າ: ລາຍການສະແດງສິລະປະ “ຮັກແພງກັນໝາຍໝັ້ນ, ສາຍພູຫຼວງຕາເວັນອອກ - ສາຍພູຫຼວງຕາເວັນຕົກ” ແມ່ນການເຄື່ອນໄຫວທີ່ນອນໃນລາຍການພົບປະແລກປ່ຽນປະຊາຊົນລະຫວ່າງຜູ້ແທນຊົນເຜົ່າສ່ວນໜ້ອຍ, ຜູ້ທີ່ມີອິດທິພົນຊື່ສຽງທີ່ດໍາລົງຊີວິດຢູ່ລຽບຕາມ ເຂດຊາຍແດນຫວຽດນາມ - ລາວ, ລາວ-ຫວຽດນາມ. ນີ້ແມ່ນເຫດການການເມືອງສຸດທີ່ສໍາຄັນຂອງສອງປະເທດບ້ານໃກ້ເຮືອນຄຽງໃກ້ຊິດສະໜິດສະໜົມ, ປະຊາຊົນບັນດາເຜົ່າສອງປະເທດມີການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ, ສັດຊື່ບໍລິສຸດຜຸດຜ່ອງ. ການພົວພັນແບບພິເສດ ໂດຍປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ, ໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງໃນຕະຫຼອດໄລຍະປະຫວັດສາດຈາກການນໍາພັກ ແລະປະຊາຊົນສອງປະເທດ ຮຸ່ນຕ່າງໆ...

ໃນບັນຍາກາດທີ່ເບີກບານມ່ວນຊື່ນ ແລະເຕັມໄປດ້ວຍນໍ້າໃຈໄມຕີຈິດມິດຕະພາບ, ບັນດາຜູ້ແທນ ແລະຜູ້ຊົມໄດ້ຮັບຊົມລາຍການສິລະປະ ໂດຍບັນດານັກສິລະປິນຫວຽດນາມ ແລະລາວ ສະແດງ...

ໂດຍ: ໄຊຊະນະ