leftcenterrightdel
ລາຍການສະແດງຂອງບັນດາສິລະປະກອນໃນສັບປະດາວັດທະນະທໍາຫວຽດນາມ ຢູ່ ລາວ. ພາບ: ຮຸ່ງຫວຽດ.

ກິດຈະກໍາຂອງສັບປະດາວັດທະນະທໍາຫວຽດນາມ ຢູ່ ລາວ ດໍາເນີນດ້ວຍບັນດາລາຍການສະແດງສິລະປະຂອງບັນດາສິລະປະກອນທີ່ມີຄວາມສາມາດຫວຽດນາມ ແນະນໍາກ່ຽວກັບພື້ນຖານສິລະປະວັດທະນະທໍາທີ່ເປັນມູນເຊື້ອຂອງ ຫວຽດນາມ ເຖິງປະຊາຊົນລາວ. ບັນດາບົດເພງ, ວາດຟ້ອນໄດ້ຮັບການຈັດຕັ້ງຢ່າງລະອຽດຮຽບຮ້ອຍ, ສະແດງໃຫ້ເຫັນນໍ້າໃຈປົກປັກຮັກສາ ແລະພັດທະນາສ້າງສາປະເທດໃນປະຫວັດສາດອັນຍາວນານຂອງ ຫວຽດນາມ; ສາຍພົວພັນອັນດີງາມຂອງສອງປະເທດໄດ້ຮັບການສະແດງຢ່າງເລິກເຊິ່ງ ແລະມີປະສິດທິຜົນ, ກໍ່ຄືນໍ້າໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຂອງລາວ ແລະຫວຽດນາມ ໃນວິວັດການເຊື່ອມໂຍງ.

ໂດຍ: ດັ້ງເກື່ອງ