ຄະນະຜູ້ແທນຄະນະຊາວໜຸ່ມນະຄອນໂຮ່ຈີ໊ມິນ ນຳໂດຍທ່ານ ຟ້າມຮົ່ງເຊິນ, ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນໂຮ່ຈີ໊ມິນ ໄດ້ເດີນທາງໄປຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3-7 ທັນວາ 2019 ເພື່ອແລກປ່ຽນແຜນການຮ່ວມມືວຽກງານຊາວໜຸ່ມລະຫວ່າງສອງນະຄອນ. ຕອນບ່າຍວັນທີ 4 ທັນວາ, ຄະນະໄດ້ເຂົ້າຢ້ຽມຂ່ຳນັບການນຳນະຄອນຫຼວງວຽງຈັນ. ທ່ານ ສີຫຸນ ສິດທິລືໄຊ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ, ຕີລາຄາສູງໝາກຜົນການເຈລະຈາ ເຊິ່ງຜູ້ຕາງໜ້າຄະນະຊາວໜຸ່ມຂອງສອງນະຄອນບັນລຸໄດ້ໃນຕອນເຊົ້າວັນດຽວກັນ; ແຈ້ງໃຫ້ຊາບສະພາບການພັດທະນາເສດຖະກິດສັງຄົມຂອງລາວ ໃນປີ 2019 ກໍຄືທິດທາງແຜນການໃນປີຈະມາເຖິງ.

leftcenterrightdel
ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອນຮັບທ່ານ ຟ້າມຮົ່ງເຊິນ ເລຂາຄະ ນະບໍລິຫານງານຊາວໜຸ່ມນະຄອນໂຮ່ຈີ໊ມິນ. ພາບ: vov.vn.

ທ່ານ ຟ້າມຮົ່ງເຊິນ ລາຍງານໃຫ້ທ່ານ ສີຫຸນ ສິດທິລືໄຊ ຮັບຊາບກ່ຽວກັບການຊີ້ນຳຂອງການນຳຄະນະພັກນະຄອນໂຮ່ຈີ໊ມິນ ທີ່ກ່ຽວຂ້ອງເຖິງວຽກງານສຶກສາ, ສ້າງເງື່ອນໄຂບ່ອນກິນບ່ອນຢູ່ໃຫ້ບັນດານັກຮຽນ, ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີ໊ມິນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັບຄະນະຊາວໜຸ່ມໂຮງຮຽນຕ່າງໆຈັດຕັ້ງບັນດາການພົບປະແລກປ່ຽນ, ຊຸດຝຶກອົບຮົມເປັນປະຈຳ ເພື່ອແລກປ່ຽນບົດຮຽນກໍຄືບັນດາຄວາມຮູ້ລວມລະຫວ່າງນັກສຶກສາສອງປະເທດ, ພິເສດແມ່ນສຳລັບບັນດານັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີ໊ມິນ.

ຕອນເຊົ້າວັນດຽວກັນ, ຄະນະຜູ້ແທນຊາວໜູ່ມນະຄອນໂຮ່ຈີ໊ມິນ ນຳໂດຍທ່ານ ຟ້າມຮົ່ງເຊິນ ໄດ້ເຂົ້າຮ່ວມການເຈລະຈາກັບຄະນະຜູ້ແທນຊາວໜຸ່ມນະຄອນຫຼວງວຽງຈັນ ນຳໂດຍທ່ານນາງ ສຸມະລີ ທໍາມະວົງ ເລຂາຄະນະຊາວໜຸ່ມນະຄອນຫຼວງວຽງຈັນ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາຮ່ວມມືໄລຍະ 2020-2021, ຄືບັນດາການເຄື່ອນໄຫວແລກປ່ຽນຄະນະ, ເຊີນຄະນະຜູ້ແທນລາວ ເຂົ້າຮ່ວມເວທີປາໄສຊາວໜູ່ມອາຊຽນ, ພົບປະແລກປ່ຽນຊອກຫາກາລະໂອກາດລົງທຶນຂອງນັກທຸລະກິດສອງນະຄອນ, ຮ່ວມສຳພັນ, ຊອກຫາ ແລະເປີດກວ້າງຕະຫຼາດ.

ໂດຍ: ສົມເພັດ