ຕາມນັ້ນແລ້ວ, ນັກສຶກສາລາວ ຈໍານວນ 100 ຄົນ ຈະລົງຢູ່ນໍາປະຊາຊົນ ຢູ່ 5 ເມືອງ ຄື: ຫາຍເຈົາ, ແທງເຄ, ເຊີນຈ່າ, ລຽນຈ໊ຽວ ແລະຫງູ໊ແຮ່ງເຊີນ ແຕ່ວັນທີ 30 ພະຈິກ ຫາວັນທີ 14 ທັນວາ (ແຕ່ລະເມືອງມີ 20 ຄົນ). ພາຍຫຼັງເລີກຮຽນຢູ່ໂຮງຮຽນແລ້ວ, ພວກນ້ອງຍັງໄດ້ເຂົ້າຮ່ວມບັນດາກິດຈະກໍາເຄື່ອນໄຫວທາງສັງຄົມຢູ່ບັນດາສູນສັງຄົມ ແລະໂຮງຮຽນຕ່າງໆຢູ່ທ້ອງຖິ່ນອີກດ້ວຍ.

leftcenterrightdel
ຜູ້ຕາງໜ້າການນໍາ, ບັນດາເຈົ້າຂອງ homestay ຮັບເອົານັກສຶກສາລາວ ມາຢູ່ ແລະຮໍ່າຮຽນໃນຄັ້ງນີ້. ພາບ: cadn.com.vn.

ປັດຈຸບັນ, ນະຄອນດ່ານັ້ງ ໄດ້ເຊັນບົດບັນທຶກຊ່ວຍຈໍາກ່ຽວກັບການພົວພັນມິດຕະພາບ, ການຮ່ວມມືກັບ 5 ແຂວງພາກໃຕ້ ແລະພາກກາງຂອງລາວ ລວມມີ: ອັດຕະປື, ເຊກອງ, ຈໍາປາສັກ ແລະສະຫວັນນະເຂດ, ໜູນຊ່ວຍບັນດາທ້ອງຖິ່ນຂອງລາວ ໃນບັນດາຂົງເຂດການສຶກສາ - ກໍ່ສ້າງ, ກະສິກໍາ, ການວາງແຜນຜັງ... ດ້ວຍງົບປະມານທັງໝົດກວ່າ 60 ຕື້ດົ່ງ. ແຕ່ປີ 2002 ມາຮອດປັດຈຸບັນ, ມະຫາວິທະຍາໄລດ່ານັ້ງ ໄດ້ຮັບເອົານັກສຶກສາລາວ ເກືອບ 750 ຄົນ ທີ່ມາສຶກສາຮໍ່າຮຽນຢູ່ທີ່ນີ້...

ທີ່ພິທີປຸກລະດົມ, ທ່ານ ໂຮ່ກີມິງ ຮອງປະທານຄະນະກໍາມະການປະຊາຊົນນະຄອນ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ໃຫ້ຮູ້ວ່າ, ທ່ານ ຫວັງວ່າ ໃນໄລຍະຢູ່ homestay, ພວກນ້ອງນັກສຶກສາລາວ ຈະມີໂອກາດຝຶກຝົນພາສາຫວຽດນາມ ຫຼາຍກວ່າອີກ ກໍຄືຊອກຮູ້ກ່ຽວກັບວັດທະນະທໍາ, ຮີດຄອງປະເພນີ ແລະຊີວິດປະຈໍາວັນຂອງຄົນຫວຽດນາມ. ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງປະຊາຊົນດ່ານັ້ງ ກັບປະຊາຊົນບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ.

ໂດຍ: ໄຊຊະນະ