“ຊ່ວຍເພື່ອນກໍ່ແມ່ນຊ່ວຍຕົນເອງ”

ຫວນຄືນປະຫວັດສາດໃນເວລາກວ່າ 7 ທົດສະວັດກ່ອນນີ້, ພາຍຫຼັງຍາດໄດ້ອໍານາດການປົກຄອງ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ  ແລະລັດຖະບານລາວອິດສະຫຼະໄດ້ເຊັນສົນທິສັນຍາວ່າດ້ວຍການຊ່ວຍເຫຼືອລະຫວ່າງລາວ-ຫວຽດນາມ ໃນວັນທີ 16 ຕຸລາ 1945 ແລະສັນຍາວ່າດ້ວຍການຈັດຕັ້ງການຮ່ວມສໍາພັນລາວ-ຫວຽດນາມ ໃນວັນທີ 30 ຕຸລາ 1945. ນີ້ແມ່ນເອກະສານທາງການສະບັບທໍຳອິດເພື່ອສ້າງພື້ນຖານນິຕິກໍາໃຫ້ສອງປະເທດຫວຽດນາມ ແລະລາວ ຮ່ວມມື ແລະສາມັກຄີຕໍ່ສູ້ຕ້ານສັດຕູໂຕດຽວກັນ. ວັນທີ 30 ຕຸລາ 1949, ຄະນະປະຈໍາສູນກາງພັກກອມມູນິດອິນດູຈີນ ໄດ້ຕົກລົງ: “ບັນດາກໍາລັງການທະຫານຂອງຫວຽດນາມ ຕໍ່ສູ້ ແລະຊ່ວຍເຫຼືອລາວ ຈັດຕັ້ງໃຫ້ກາຍເປັນລະບົບສະເພາະ ແລະຖືເອົາຖານະນາມແມ່ນທະຫານອາສາສະໝັກ”, ນັ້ນແມ່ນຂີດໝາຍປະຫວັດສາດ ແລະບາດກ້າວພັດທະນະ ແລະເຕີບໃຫຍ່ຂະຫຍາຍຕົວຂອງບັນດາກໍາລັງການທະຫານຫວຽດນາມ ຢູ່ສະໜາມຮົບລາວ.

leftcenterrightdel
ພາບປະກອບຄັດຈາກ: tuyengiao.vn.

ດ້ວຍຈິດໃຈກຳມະຊີບສາກົນກໍ່ຄືການປະຕິບັດທິດນໍາທີ່ເຕັມໄປດ້ວຍຄວາມເມດຕາປານີ ແລະມີຄວາມໝາຍດ້ານການເມືອງຢ່າງເລິກເຊິ່ງໂດຍປະທານໂຮ່ຈີມິນ ຊີ້ນໍາ “ຊ່ວຍເພື່ອນກໍ່ແມ່ນຊ່ວຍຕົນເອງ”, ກໍາລັງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໄດ້ຊ່ວຍເຫຼືອເພື່ອນລາວກໍ່ສ້າງຮາກຖານການເມືອງ; ກໍ່ສ້າງ, ປັບປຸງກໍາລັງປະກອບອາວຸດ ແລະບັນດາເຂດທີ່ໝັ້ນການປະຕິວັດ, ຂະຫຍາຍສົງຄາມໃນໝູ່ປະຊາຊົນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຕໍ່ຕ້ານ; ຝຶກແອບໃຫ້ກໍາລັງປະກອບອາວຸດ, ເພີ່ມທະວີວຽກງານການເມືອງ, ກໍ່ສ້າງພັກ; ບໍາລຸງກໍ່ສ້າງ, ພັດທະນາຖັນແຖວພະນັກງານໃຫ້ມີຄວາມສາມາດພຽງພໍເຮັດຫຼ້ອນໜ້າທີ່ຂອງການປະຕິວັດລາວ; ຄຽງບ່າຄຽງໄຫຼ່ກັບກອງທັບ ແລະປະຊາຊົນລາວບັນດາເຜົ່າຕໍ່ສູ້, ບຸກໂຈມຕີສົງຄາມຮຸກຮານຂອງພວກລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາ ໃຫ້ປະລາໄຊໄປເທື່ອລະກ້າວ. ພິເສດ, ກໍາລັງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໄດ້ສ້າງສະໜາມຮົບລາວ ໃຫ້ກາຍເປັນສະໜາມຮົບສົມທົບກັບບັນດາທິດທາງຂອງສະໜາມຮົບອື່ນ, ປະກອບສ່ວນເຂົ້າໄຊຊະນະລວມຂອງການປະຕິວັດສາມປະເທດຫວຽດນາມ-ລາວ-ກໍາປູເຈຍ.

ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ, ນັບແຕ່ປີ 1951 ເຖິງ 1952, ກໍາລັງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ພ້ອມດ້ວຍທະຫານ ແລະປະຊາຊົນລາວ ທັງຕ້ານພວກສັດຕູກ, ປົກປັກຮັກສາເຂດທີ່ໝັ້ນການຕໍ່ຕ້ານ; ທັງດໍາເນີນການກໍ່ສ້າງ ແລະພັດທະນາກໍາລັງການປະຕິວັດ.

ໃນຂະນະນັ້ນ, ນັບແຕ່ເມື່ອຈັກກະພັດອາເມລິກາ ແຊກແຊງ ແລະຮຸກຮານລາວ, ຫວຽດນາມ ແລະລາວ ໄດ້ຕັ້ງໜ້າຜັນຂະຫຍາຍການກະກຽມສະໜາມຮົບ ເພື່ອໃຫ້ລາວ ກາຍເປັນສະໜາມຮົບສົມທົບທີ່ໄດ້ການໄດ້ງານກັບສະໜາມຮົບຕົ້ນຕໍ, ສ້າງໄຊຊະນະອັນຍິ່ງໃຫຍ່ໃນການຕໍ່ສູ້ຕ້ານອາເມລິກາ ຂອງປະຊາຊົນສາມຊາດຫວຽດນາມ-ລາວ-ກໍາປູເຈຍ.

ຮັບຮູ້ຄຸນງາມຄວາມດີ

ທ່ານພົນເອກ ຈັນສະໜອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ຢັ້ງຢືນໃນບົດກ່າວປາໄສທີ່ພິທີສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ ຄົບຮອບ 70 ປີ (30-10-1949 / 30-10-2019) ວ່າ:  “ເມື່ອຫວນຄືນຊຸມວັນເດືອນປີທີ່ທຸກຍາກລໍາບາກຕໍ່ສູ້ເພື່ອເອກະລາດແຫ່ງຊາດຂອງກອງທັບ ແລະປະຊາຊົນສອງປະເທດລາວ-ຫວຽດນາມ, ພັກ, ລັດຖະບານ ແລະປະຊາຊົນລາວ ພວກຂ້າພະເຈົ້າ ຍິ່ງມີຄວາມສະຕື້ນຕັນໃຈ ແລະຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ ພັກ, ລັດ ແລະປະຊາຊົນຫວຽດນາມ ເວົ້າລວມ, ຕໍ່ນັກຮົບເກົ່າປະຕິວັດ, ກອງທັບລຸງໂຮ່ ເວົ້າສະເພາະ ຍ້ອນວ່າໄດ້ພ້ອມກັບກອງທັບ ແລະປະຊາຊົນລາວ ອຸທິດ, ເສຍສະຫຼະອັນໃຫຍ່ຫຼວງນັບທັງຊີວິດ, ເລືອດເນື້ອ ແລະຄວາມໜຸ່ມແໜ້ນຂອງຕົນເພື່ອປະຕິບັດໜ້າທີ່ສາກົນຢູ່ ລາວ ນັບຫຼາຍສິບປີ. ມີບາງຄົນກໍ່ຖືປະເທດລາວ ແມ່ນບ້ານເກີດເມືອງນອນແຫ່ງທີສອງຂອງຕົນ. ມີບາງຄົນກໍ່ໄດ້ອຸທິດທັງຊີວິດຂອງຕົນເຂົ້າໃນການເຄື່ອນໄຫວຕໍ່ສູ້, ເປັນຊ່ຽວຊານໃຫ້ຂະແໜງການ, ຂົງເຂດຕ່າງໆຂອງລາວ ຫຼາຍກວ່າເວລາທີ່ຢູ່ກັບລູກເຕົ້າ, ຄອບຄົວ ແລະພໍ່ແມ່ທີ່ຢູ່ຫວຽດນາມ”.

ດ້ວຍບັນດາວິລະກຳທີ່ດີເລີດ ແລະປະກອບສ່ວນອັນຍິ່ງໃຫຍ່ຕໍ່ການປະຕິວັດຂອງສອງປະເທດຫວຽດນາມ-ລາວ, ກໍາລັງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ ເປັນກຽດທີ່ໄດ້ຮັບຫຼຽນໄຊດາວຄໍາ-ຫຼຽນໄຊອັນສູງສົ່ງທີ່ສຸດຂອງພັກ, ລັດແຫ່ງ ສສ ຫວຽດນາມ ແລະຫຼຽນໄຊຄໍາແຫ່ງຊາດ-ຫຼຽນໄຊອັນສູງສົ່ງທີ່ສຸດຂອງພັກ, ລັດແຫ່ງ ສປປ ລາວ. ເສີມຂະຫຍາຍບັນດາຜົນງານອັນໃຫຍ່ຫຼວງໃນສາຍພົວພັນແບບພິເສດ ແລະມູນເຊື້ອຮັກຊາດ, ລັດທິວິລະຊົນແຫ່ງການປະຕິວັດຂອງສອງຊາດຫວຽດນາມ-ລາວ, ມູນເຊື້ອອັນສະຫງ່າລາສີຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ, ໃນປະຈຸບັນ, ກອງທັບສອງປະເທດໄດ້ເພີ່ມທະວີຄວາມສາມັກຄີຢ່າງບໍ່ຢຸດຢັ້ງ, ຮັບປະກັນໃຫ້ແກ່ການພົວພັນດ້ານປ້ອງກັນຊາດໃຫ້ກາຍເປັນໜຶ່ງໃນບັນດາເສົາຄໍ້າຂອງສາຍພົວພັນແບບພິເສດຫວຽດນາມ-ລາວ ຢ່າງແທ້ຈິງ. ສອງຝ່າຍກໍ່ສະໜັບສະໜູນ, ຊ່ວຍເຫຼືອກັນໂຄສະນາກ່ຽວກັບສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດ; ຍູ້ແຮງຄວາມຄືບໜ້າໃນການຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ... ດ້ວຍຄວາມມານະພະຍາຍາມຂອງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ, ພວກເຮົາເຊື່ອໝັ້ນວ່າສາຍພົວພັນແບບພິເສດຫວຽດນາມ-ລາວ ຈະຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ ແລະເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເກື່ອງດັ້ງ