ພະແນກຍຸຕິທໍາແຂວງເງະອານ ໄດ້ສົມທົບກັບກົມສໍາມະໂນຄົວ, ສັນຊາດ, ທະບຽນສານ - ກະຊວງຍຸຕິທໍາ, ບັນດາສະມາຊິກໃນກຸ່ມຊ່ຽວຊານປະສົມຂອງແຂວງ, ຄະນະກໍາມະການປະຊາຊົນເມືອງກີເຊີນ, ໜັງສືພິມເງະອານ, ໜັງສືພິມກົດໝາຍຫວຽດນາມ ຈັດຕັ້ງບັນດາຄະນະປະຕິບັດງານເຄື່ອນທີ່ດໍາເນີນການປະຕິບັດລະບຽບການເຂົ້າສັນຊາດຫວຽດນາມ ໃຫ້ຄົນລາວທີ່ອົບພະຍົບໄດ້ຢູ່ອາໄສໃນບໍລິເວນເມືອງກີເຊີນ, ຫວຽດນາມ.

leftcenterrightdel
ທ່ານ ເລຫງອັກຮວາ ຮອງປະທານຄະນະກໍາມະການປະຊາຊົນແຂວງ ແລະຫົວໜ້າພະແນກຍຸຕິທໍາແຂວງເງະອານ ມອບຂໍ້ຕົກລົງຖືສັນຊາດຫວຽດນາມ ແລະຂອງຂວັນໃຫ້ບັນດາພົນລະເມືອງລາວ. ພາບ: baophapluat.vn.

ພາຍຫຼັງສົມທົບກັບກົມສໍາມະໂນຄົວ, ສັນຊາດ, ທະບຽນສານ - ກະຊວງຍຸຕິທໍາ ຈະປະກອບເອກະສານໃຫ້ບຸກຄົນຢູ່ເມືອງກີເຊີນ 70/83 ຄົນ, ເຊິ່ງ ປະທານປະເທດ ໄດ້ໃຫ້ສັດຕະຍາບັນຕົກລົງໃຫ້ຖືສັນຊາດຫວຽດນາມ.

leftcenterrightdel
ພົນລະເມືອງລາວ 70 ຄົນ ຮັບຂໍ້ຕົກລົງຖືສັນຊາດຫວຽດນາມ. ພາບ: baophapluat.vn.

ທີ່ພິທີ, ທ່ານ ເລຫງອັກຮວາ ເນັ້ນໜັກວ່າ, ເຫດການນີ້ເປັນຂີດໝາຍອັນໃຫຍ່ຫຼວງສໍາລັບແຕ່ລະບຸກຄົນເວົ້າສະເພາະ ແລະສໍາລັບອໍານາດການປົກຄອງທ້ອງຖິ່ນເວົ້າລວມ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະລັດຫວຽດນາມ ທີ່ມີຕໍ່ຜູ້ບໍ່ມີສັນຊາດທີ່ໄດ້ດໍາລົງຊີວິດ, ສະໜິດຕິດພັນໃນໄລຍະຍາວຢູ່ຫວຽດນາມ. ເພື່ອແນໃສ່ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາຂອງຜູ້ອົບພະຍົບຢ່າງເສລີ,  ຜູ້ແຕ່ງງານບໍ່ຖືກຕ້ອງຕາມກົດໝາຍຢູ່ເຂດຊາຍແດນຫວຽດນາມ-ລາວ. ສ້າງເງື່ອນໄຂສະດວກເພື່ອໃຫ້ເຂົາເຈົ້າດຳລົງຊີວິດເປັນປົກກະຕິ, ເຊື່ອມໂຍງເຂົ້າກັບຊີວິດການເປັນຢູ່, ເສດຖະກິດ, ວັດທະນະທໍາ ແລະສັງຄົມ.

ໂດຍ: ທະນາພອນ