ທີ່ການຕ້້ອນຮັບ, ທ່ານ ມາຍຊວັນແທັງ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນກົມພາສີລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ກົມໃຫຍ່ພາສີຫວຽດນາມ ເພື່ອພ້ອມກັບພາສີຫວຽດນາມ ປຶກສາຫາລື, ແລກປ່ຽນບົດຮຽນ, ແບ່ງປັນຂໍ້ມູນກ່ຽວກັບວຽກງານສືບສວນຕ້ານການຄ້າສັດປ່າເຖື່ອນລະຫວ່າງສອງອົງການ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: haiquanonline.com.vn.

ທ່ານ ມາຍຊວັນແທັງ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ພາສີຫວຽດນາມ-ລາວ ໄດ້ຮ່ວມມືກັນເປັນຢ່າງດີໃນວຽກງານຕ້ານການຄ້າເຖື່ອນ. ພາສີຫວຽດນາມ ຍາມໃດກໍໄດ້ຮັບການສົມທົບກັນຢ່າງຕັ້ງໜ້າ, ແລກປ່ຽນຂໍ້ມູນຂ່າວສານຈາກຝ່າຍພາສີລາວ. ໃນໄລຍະຜ່ານມາ, ອົງການພາສີຂອງສອງປະເທດ ໄດ້ເພີ່ມທະວີການແລກປ່ຽນ, ຮ່ວມມືກັນຢ່າງແໜ້ນແຟ້ນໃນວຽກງານຕໍ່ສູ້ຕ້ານ ແລະສະກັດກັ້ນການຄ້າເຖື່ອນ...

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ສົມເພັດ ສີວົງໄຊ, ຮອງຫົວໜ້າກົມພາສີລາວ ກ່າວສະແດງຄໍາຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງກົມໃຫຍ່ພາສີຫວຽດນາມ. ທ່ານ ສົມເພັດ ສີວົງໄຊ ສະແດງຄວາມປາດຖະໜາຢາກໃນຊຸມວັນເຮັດວຽກທີ່ຈະມາເຖິງຈະໄດ້ແບ່ງປັນ, ຖອດຖອນບົດຮຽນຈາກພາສີຫວຽດນາມ ເວົ້າລວມ ແລະພິເສດໃນຂົງເຂດຕ້ານການຄ້າເຖື່ອນເວົ້າສະເພາະ.

ໂດຍ: ໄຊຊະນະ