ເມື່ອເຂົ້າເປັນທະຫານຢູ່ສູນຝຶກແອບທະຫານຊາຍແດນ (ຕາມເຢືອງ, ວິງຟຸກ) ອ້າຍບຸ່ຍຕ໊ວນນາມ ຍັງບໍ່ທັນຮູ້ຈັກຄຳນິຍາມຊາຍແດນຊ້ຳຈົນຮອດຍາມຕົນເອງຖືກສັບຊ້ອນໃຫ້ໄປເຮັດວຽກຢູ່ຄ້າຍທະຫານຊາຍແດນດ່ານສາກົນເບີ່ອີ, ທະຫານຊາຍແດນແຂວງກອນຕູມ. ຢູ່ດ່ານຊາຍແດນ, ທະຫານໜຸ່ມ ບຸ່ຍຕ໊ວນນາມ ມີໂອກາດໄດ້ພົບປະກັບຄົນລາວຫຼາຍຄົນ, ຫຼັງຈາກນັ້ນຈຶ່ງບໍ່ລັ່ງເລໃຈ “ສະໝັກ” ໄປຮຽນພາສາລາວຢູ່ໂຮງຮຽນວັດທະນະທໍາພາສາຕ່າງປະເທດທະຫານຊາຍແດນ ແລະວິທະຍາຄານວິທະຍາສາດການທະຫານ. ດ້ວຍກໍາລັງໜູນ “ມີໂອກາດເຂົ້າໃຈຄົນລາວຂຶ້ນຕື່ມ”, ອ້າຍ ບຸ່ຍຕ໊ວນນາມ ຍາມໃດກໍ່ແມ່ນໜຶ່ງໃນບັນດານັກຮຽນ, ນັກສຶກສາດີເດັ່ນ.

ໃນວຽກງານເປັນຜູ້ແປພາສາໃນການພົບປະເຈລະຈາ, ການພົບປະແລກປ່ຽນລະຫວ່າງກອງບັນຊາການທະຫານຊາຍແດນແຂວງກອນຕູມ ແລະກໍາລັງປ້ອງກັນຊາຍແດນຂອງປະເທດເພື່ອນມິດລາວ, ທ່ານ ບຸ່ຍຕ໊ວນນາມ ຍາມໃດກໍ່ຖືນີ້ແມ່ນໂອກາດເພື່ອໃຫ້ມີຄວາມເຂົ້າໃຈກ່ຽວກັບປະຫວັດສາດສາຍພົວພັນຫວຽດນາມ-ລາວ ຫຼາຍກວ່າອີກ ກໍ່ຄືຄວາມຜູກພັນດ້ານວຽກງານກັບບັນດາອ້າຍນ້ອງທີ່ພວມພ້ອມກັນປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ຊາຍແດນ.

leftcenterrightdel
ນັກຮຽນ ແລະສຶກສາລາວ ພວມຮໍ່າຮຽນຢູ່ຫວຽດນາມ ຖ່າຍຮູບຢູ່ອະນຸສອນສະຖານອະດີດນັກຮຽນລາວ ຢູ່ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1. ພາບ: bienphong.com.vn.

ໃນຄາວນັ້ນ, ທຸກຄົນພ້ອມກັນຫວນຄືນເລື່ອງລາວທີ່ວ່າເປັນຫຍັງຄົນລາວ ຈຶ່ງເອີ້ນດ່ານຊາຍແດນແຕ່ແຂວງອັດຕະປື ໄປຫາແຂວງກອນຕູມ ວ່າແມ່ນ “ພູເກືອ”. ເລື່ອງລາວນັ້ນໄດ້ເລົ່າໄປເລົ່າມາເປັນຫຼາຍເທື່ອ ເພື່ອໃຫ້ທຸກຄົນຈົດຈໍາໄວ້ວ່າ, ຊື່ “ພູ” ນັ້ນແມ່ນມີຕົ້ນກໍາເນີດຈາກເລື່ອງລາວກ່ຽວກັບທະຫານຫວຽດນາມ ໃນຊຸມປີຕ້ານອາເມລິກາ. ຕອນນັ້ນ, ສໍາລັບພໍ່ແມ່ປະຊາຊົນຫວຽດນາມ ກໍ່ຄືພໍ່ແມ່ປະຊາຊົນລາວ ຢູ່ເຂດຊາຍແດນນີ້, “ເກືອລໍ້າຄ່າກວ່າຄໍາ”, ຍ້ອນເຫດນັ້ນ, ໜຶ່ງໃນບັນດາປະເພດສິນຄ້າທີ່ເອົາໄປຊ່ວຍເຫຼືອປະຊາຊົນລາວຂອງອ້າຍນ້ອງທະຫານຫວຽດນາມແມ່ນ “ເກືອ” ທີ່ບໍ່ອາດຈະຂາດໄດ້. ທະຫານຫວຽດນາມ ຫຼາຍຄົນໄດ້ເສຍສະຫຼະຊີວິດ ເມື່ອໄປສົ່ງເກືອໃຫ້ພໍ່ແມ່ປະຊາຊົນລາວ. ຊື່ວ່າ “ພູເກືອ” ປຽບເໝືອນເປັນການຈົດຈໍາ, ຄວາມຮູ້ບຸນຄຸນຕໍ່ນໍ້າໃຈນັ້ນຂອງອ້າຍນ້ອງທະຫານຫວຽດນາມ.

ເມື່ອໄດ້ມາປະຕິບັດງານຢູ່ຄ້າຍທະຫານຊາຍແດນດ່ານສາກົນເບີ່ອີ, ທ່ານພັນໂທ  ບຸ່ຍຕ໊ວນນາມ ໄດ້ພົບປະກັບທະຫານທີ່ເຄີຍສູ້ຮົບເພື່ອປະເທດເພື່ອນມິດລາວ ທີ່ກັບມາເບີ່ອີ ດ້ວຍຄວາມປາດຖະໜາຢາກມາຢ້ຽມຢາມສະໜາມຮົບເກົ່າ. ຫຼາຍຄົນມີຄວາມຫວັງຢາກໄປຢ້ຽມຢາມສະໜາມຮົບເກົ່າຢູ່ແຂວງອັດຕະປື.

ເມື່ອຮູ້ວ່າ ທ່ານພັນໂທ  ບຸ່ຍຕ໊ວນນາມ ໄດ້ໄປແຂວງອັດຕະປື ເປັນຫຼາຍເທື່ອແລ້ວ ສະນັ້ນໃຜກໍ່ຢາກມາໂອ້ລົມເພື່ອຢ້ຽມຢາມຖາມຂ່າວ. ຈາກນັ້ນ, ແຕ່ລະເທື່ອເມື່ອມີໂອກາດນໍາພາບັນດາຄະນະປະຕິບັດງານຂອງຫວຽດນາມ ໄປເຮັດວຽກຢູ່ລາວ, ທ່ານພັນໂທ  ບຸ່ຍຕ໊ວນນາມ ລ້ວນແຕ່ສະຫງວນເວລາຊອກຮູ້, ໄປຢ້ຽມຢາມບັນດາສະຖານທີ່ກ່ຽວຂ້ອງເຖິງທະຫານອາສາສະໝັກ.

ມາຮອດປະຈຸບັນ, ທ່ານພັນໂທ  ບຸ່ຍຕ໊ວນນາມ ບໍ່ອາດຫຼົງລືມໄດ້ຄວາມຮູ້ສຶກ ເມື່ອໄດ້ໄປຢ້ຽມຢາມອະນຸສາວະລີສາມັກຄີຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ຢູ່ເທດສະບານສາມັກຄີໄຊ, ແຂວງອັດຕະປື. ຍາມນັ້ນ, ທ່ານໄດ້ເຂົ້າໃຈວ່າ, ເປັນຫຍັງຊາວຫວຽດນາມ ເມື່ອມາລາວ ເທື່ອໃດກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະບັນດາເລື່ອງລາວນັ້ນກໍ່ໄດ້ເລົ່າກັນມາຮອດທຸກມື້ນີ້.

ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1 ໃນຊຸມປີ 60, 70 ຂອງສະຕະວັດກ່ອນແມ່ນສະຖານທີ່ຮໍ່າຮຽນຂອງນັກສຶກສາລາວ, ໃນນັ້ນຫຼາຍຄົນໄດ້ເປັນການນໍາຂອງພັກ, ລັດຂັ້ນຕ່າງໆຂອງປະເທດ ສປປ ລາວ. ປີ 2012, ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1 ໄດ້ເປີດສະຫຼອງອະນຸສອນສະຖານອະດີດນັກຮຽນລາວ ໃນຂອບເຂດຂອງໂຮງຮຽນ. ໂຮງຮຽນໄດ້ຕ້ອນຮັບຄະນະພະນັກງານຂັ້ນສູງ, ນັກຮຽນ, ນັກສຶກສາລາວ ຫຼາຍຄະນະທີ່ພວມຮໍ່າຮຽນ, ປະຕິບັດງານຢູ່ຫວຽດນາມ ມາຢ້ຽມຢາມ, ພົບປະແລກປ່ຽນກັບພະນັກງານ, ນັກຮຽນ, ນັກສຶກສາຂອງໂຮງຮຽນ.

ຊຸມປີມໍ່ໆມານີ້, ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1 ໄດ້ເປີດຊຸດບໍາລຸງພາສາລາວໃຫ້ແກ່ພະນັກງານຂອງກອງບັນຊາການ ແລະບັນດາຄ້າຍທະຫານຊາຍແດນຢູ່ຕາມເສັ້ນຊາຍແດນຫວຽດນາມ-ລາວ ເປັນປະຈໍາ. ໃນຊົ່ວໂມງຂຶ້ນຫ້ອງແມ່ນໂອກາດເພື່ອໃຫ້ທ່ານພັນໂທ  ບຸ່ຍຕ໊ວນນາມ ແບ່ງປັນຄວາມຮູ້ດ້ານພາສາ, ວັດທະນະທໍາກໍ່ຄືບັນດາເລື່ອງລາວກ່ຽວກັບຄວາມສາມັກຄີອ້າຍນ້ອງແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ. ນ້ຳໃຈລະຫວ່າງຜູ້ເປັນຄູ ແລະລູກສິດຍິ່ງມີຄວາມຜູກພັນຂຶ້ນຕື່ມຍ້ອນໄດ້ຕິດຕໍ່ແລກປ່ຽນດ້ານວິຊາສະເພາະເປັນປະຈໍາ ຫຼື ບາງເທື່ອກໍ່ພຽງແຕ່ “ເລົ່າເລື່ອງກ່ຽວກັບປະເທດລາວ” ເພື່ອໃຫ້ຄູອາຈານຍາມໃດກໍ່ຄິດເຖິງຊາຍແດນ.

ໂດຍ: ທະນາພອນ