leftcenterrightdel
ທ່ານພັນໂທ ທານິນ ບຸນເນົາ ພ້ອມດ້ວຍສະມາຊິກໃນຄະນະນາຍທະຫານໜຸ່ມລາວ ແລກປ່ຽນນຳກັນພາຍຫຼັງການຝຶກອົບຮົມຢູ່ກອງ 871, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ພາບ: ຫງວຽນມິງ.

ຢາກມີລູກໃພ້ຄົນຫວຽດນາມ

ຮ້ອຍເອກ ນ. ພູທອນ ນັນທະວົງ,  ພະນັກງານເຮັກວຽກໃນກໍາລັງປ້ອງກັນອາກາດລາວ, ແມ່ນໜຶ່ງໃນຈຳນວນສະມາຊິກຍິງ 2 ຄົນຂອງຄະນະນາຍທະຫານໜຸ່ມລາວ, ໃຫ້ຮູ້ວ່າ, ການຈັດຕັ້ງບັນດາການເຄື່ອນໄຫວດໍາເນີນຊີວິດໃຫ້ສະມາຊິກຊາວໜຸ່ມຢູ່ກົມກອງຂອງເອື້ອຍແມ່ນມີຫຼາຍຈຸດທີ່ຄ້າຍຄືກັນກັບບັນດາກົມກອງຢູ່ຫວຽດນາມ, ເອື້ອຍ ພູທອນ ແບ່ງປັນວ່າ: “ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດໃຫ້ແກ່ຂ້າພະເຈົ້າ, ນັ້ນແມ່ນບັນດານັກຮົບຫວຽດນາມ ມີລະບຽບວິໄນທີ່ແນບນຽນທີ່ສຸດ. ສິ່ງທີ່ຂ້າພະເຈົ້າຈະປະຕິບັດພາຍຫຼັງສິ້ນສຸດຊຸດຝຶກອົບຮົມກັບເມືອກົມກອງຂອງຕົນນັ້ນແມ່ນນຳໃຊ້ຮູບແບບເພີ່ມພູນຜະລິດຜົນຫຼັງໂມງລັດຖະການ, ຮໍ່າຮຽນຂອງກອງທັບປະຊາຊົນຫວຽດນາມ”.

ເອື້ອຍ ພູທອນ ໃຫ້ຮູ້ວ່າ, ເອື້ອຍມີລູກຊາຍກົກອາຍຸ 18 ປີ ແລະລູກສາວຜູ້ທີສອງອາຍຸ 15 ປີ. “ຂ້າພະເຈົ້າຫວັງວ່າລູກຊາຍຈະສືບທອດອາຊີບຂອງແມ່ ແລະຢາກມີລູກໃພ້ແມ່ນຄົນຫວຽດນາມ, ຍ້ອນວ່າລູ້ກສາວຫວຽດນາມ ເກັ່ງ ແລະໜ້າຮັກອີກ.

ໂດຍແມ່ນຫົວໜ້າຄະນະພະນັກງານມາຫວຽດນາມ ຝຶກອົບຮົມກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມປີ 2019, ທ່ານພັນໂທ ທານິນ ບຸນເນົາ, ຫົວໜ້າຄະນະອົບຮົມ, ຈັດຕັ້ງ, ຫ້ອງການຊາວໜຸ່ມກອງທັບປະຊາຊົນລາວ ໃຫ້ຮູ້ວ່າ, ຄະນະພະນັກງານລວມມີນາຍທະຫານໜຸ່ມ 20 ຄົນແມ່ນພະນັກງານຮັບຜິດຊອບວຽກງານຊາວໜຸ່ມທີ່ມາຈາກຫຼາຍກົມກອງໃນກອງທັບລາວ.

ທ່ານພັນເອກ ເຈິ່ນຫວຽດນັງ ຢັ້ງຢືນວ່າລາຍການຝຶກອົບຮົມຈະປະກອບສ່ວນປະກອບຄວາມຮູ້ທີ່ມີປະໂຫຍດ, ແທດຈິງໃຫ້ຖັນແຖວພະນັກງານຄະນະຊາວໜຸ່ມ, ພະນັກງານຮັບຜິດຊອບວຽກງານຊາວໜຸ່ມໃນກອງທັບປະຊາຊົນລາວ. ທ່ານພັນໂທ ທານິນ ບຸນເນົາ ໃຫ້ຮູ້ວ່າ, ນີ້ຍັງແມ່ນໜຶ່ງໃນບັນດາ “ໄມ້ງັດ” ທີ່ຊ່ວຍໃຫ້ການປະຕິບັດ 4 ຂະບວນການພົ້ນເດັ່ນຂອງໄວໜຸ່ມກອງທັບປະຊາຊົນລາວ ໄດ້ຮັບຜົນສຳເລັດ.

ບ້ານເກີດເມືອງນອນແຫ່ງທີສອງ

ກັບມາ ຫວຽດນາມ ຄັ້ງນີ້, ດ້ວຍຄວາມສາມາດໂອ້ລົມພາສາ ຫວຽດນາມ ໄດ້ດີ, ທ່ານພັນຕີ ຈັນນະຄອນ ອາດສະໝຸດ ຮັບໜ້າທີ່ເປັນນາຍແປພາສາໃຫ້ຄະນະ. ອ້າຍແບ່ງປັນວ່າ: “ຂ້າພະເຈົ້າໄດ້ມາຫວຽດນາມເປັນຫຼາຍເທື່ອແລ້ວ. ເທື່ອໃດກໍ່ຮູ້ສຶກເບິກບານມ່ວນຊື່ນ ແລະສະເທືອນໃຈຕໍ່ອາລົມຈິດອັນອົບອຸ່ນຂອງພວກເພື່ອນ. ຂ້າພະເຈົ້າໄດ້ຖືປະເທດຫວຽດນາມ ແມ່ນບ້ານເກີດເມືອງນອນແຫ່ງທີສອງຂອງຕົນ, ຍ້ອນເຫດນັ້ນຂ້າພະເຈົ້າຍາມໃດກໍ່ຢາກໃຫ້ໄວໜຸ່ມສອງປະເທດມີຄວາມສາມັກຄີນຳກັນຕະຫຼອດໄດ້”.

ແລກປ່ຽນກັບນັກຂ່າວໜັງສືພິມຕ່ຽນຟອງ, ທ່ານພັນເອກ ເຈີ່ນຫວຽດນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ), ໃຫ້ຮູ້ວ່າ: ໂດຍເລີ່ມດໍາເນີນແຕ່ຕົ້ນເດືອນ ກັນຍາ, ໃນໄລຍະເວລາໜຶ່ງເດືອນ, ຊຸດຝຶກອົບຮົມຄັ້ງນີ້ເພື່ອແນໃສ່ບໍາລຸງຄວາມຮູ້ວິຊາການ, ທັກສະເຄື່ອນໄຫວ; ພ້ອມທັງແລກປ່ຽນ, ແບ່ງປັນບົດຮຽນໃນການຈັດຕັ້ງການເຄື່ອນໄຫວວຽກງານຊາວໜຸ່ມເວົ້າລວມກໍ່ຄືວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມໃນກອງທັບປະຊາຊົນຫວຽດນາມ ເວົ້າສະເພາະໃຫ້ຖັນແຖວພະນັກງານຊາວໜຸ່ມ, ພະນັກງານຮັບຜິດຊອບວຽກງານຊາວໜຸ່ມຂອງກອງທັບລາວ.

ທ່ານພັນເອກ ເຈີ່ນຫວຽດນັງ ຢັ້ງຢືນວ່າ, “ວຽກງານສົມທົບ, ແຮກສ່ຽວນຳກັນຂອງໄວໜຸ່ມສອງກອງທັບຢູ່ເຂດຕິດກັບຊາຍແດນສອງຝ່າຍໄດ້ປະກອບສ່ວນພ້ອມກັບປະຊາຊົນສອງປະເທດພັດທະນາເສດຖະກິດ, ເຮັດໃຫ້ຊີວິການເປັນຢູ່ໃຫ້ເປັນປົກກະຕິ, ຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນ, ກໍ່ສ້າງຊາຍແດນຫວຽດນາມ-ລາວ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາແບບຍາວນານ”.

ໂດຍ: ໄຊນີດາ