leftcenterrightdel
ກອງບັນຊາການສອງແຂວງໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ ປີ 2020.​ ພາບ: ແທງນໍາ. 

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການດ້ານເສດຖະກິດ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະສະພາບການເຄື່ອນໄຫວຂອງກໍາລັງປະກອບອາວຸດ; ລາຍງານໝາກຜົນການປະຕິບັດກົດລະບຽບສົມທົບກັນໃນປີ 2019. ຕາມນັ້ນແລ້ວ, ກອງບັນຊາການທະຫານສອງແຂວງໄດ້ປະຕິບັດບັນດາເນື້ອໃນຢ່າງມີປະສິດທິຜົນຕາມກົດລະບຽບສົມທົບກັນ ແລະບົດບັນທຶກຊ່ວຍຈໍາ, ການເຄື່ອນໄຫວຮັບປະກັນໃຫ້ຖືກຕ້ອງຕາມແນວທາງ, ແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງສອງພັກ, ສອງລັດ ແລະຫຼັກການພົວພັນຕ່າງປະເທດດ້ານການທະຫານ; ພາຍໃຕ້ການຊີ້ນໍາ, ນໍາພາຂອງຄະນະພັກ, ການບັນຊາຂອງຂັ້ນເທິງ ແລະການນໍາສອງແຂວງຕາມຫຼັກການເຫັນດີເຫັນພ້ອມ, ສາມັກຄີ, ມິດຕະພາບແບບພິເສດ, ຄວາມເຂົ້າໃຈ ແລະເຊື່ອໝັ້ນເຊິ່ງກັນ ແລະກັນ...

ທີ່ການພົບປະເຈລະຈາ, ກອງບັນຊາການທະຫານສອງແຂວງໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ, ເຫັນດີເປັນເອກະພາບຕໍ່ເນື້ອໃນການເຄື່ອນໄຫວຮ່ວມມື, ແລກປ່ຽນຄະນະໃນປີ 2020.

ໂດຍ: ໄຊນີດາ