leftcenterrightdel
ທ່ານພັນຕີ ດັ້ງຈູງແທ່ງ ແລະທ່ານ ຫງວຽນນາມ ເລຂາພັກເທດສະບານເມືອງລາວບາວ ມອບຂອງຂວັນໃຫ້ປະຊາຊົນບ້ານແດນສະຫວັນ. ພາບ: ຫງວຽນແທ່ງຟູ໊.

ເພື່ອຂົນຂວາຍ ແລະແບ່ງປັນຄວາມຫຍຸ້ງຍາກຢ່າງທັນການກັບພໍ່ແມ່ປະຊາຊົນລາວ ຢູ່ບັນດາໝູ່ບ້ານຕິດກັບຊາຍແດນພາຍຫຼັງໄພນໍ້າຖ້ວມປະຫວັດສາດທີ່ເກີດຂຶ້ນໃນຕ້ົນເດືອນ ກັນຍາ ທີ່ຜ່ານມາ. ວັນທີ 14 ກັນຍາ 2019 ຄ້າຍທະຫານຊາຍແດນດ່ານຊາຍແດນສາກົນລາວບາວ, ທະຫານຊາຍແດນແຂວງກວາງຈີີ໊ ສົມທົບກັບຄະນະກໍາມະການປະຊາຊົນເທດສະບານເມືອງລາວບາວ, ເມືອງເຮື໋ອງຮວ໋າ, ແຂວງກວາງຈີ໊ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນ 250 ພູດ, ລວມມູນຄ່າກວ່າ 60 ລ້ານດົ່ງໃຫ້ພໍ່ແມ່ປະຊາຊົນບ້ານຕ່າງໆທີ່ປະສົບໄພນ້ຳຖ້ວມຂອງແຂວງສະຫວັນນະເຂດ, ເພື່ອຂົນຂວາຍພໍ່ແມ່ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກຍ້ອນໄພທໍາມະຊາດກໍ່ຂຶ້ນ, ເຮັດໃຫ້ຊີວິດເປັນປົກກະຕິໂດຍໄວ. ວຽກງານດັ່ງກ່າວປະກອບສ່ວນເພີ່ມພູນຄູນສ້າງມູນເຊື້ອ ແລະອາລົມຈິດອັນສະໜິດຕິດພັນພິເສດລະຫວ່າງສອງຊາດຫວຽດນາມ-ລາວ ອ້າຍນ້ອງ, ສະແດງໃຫ້ເຫັນຈິດໃຈຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງບັນດາໝູ່ບ້ານແຮກສ່ຽວຢູ່ເຂດຕິດກັບຊາຍແດນສອງປະເທດ.

ໂດຍ: ດັ້ງເກື່ອງ