ສາຍພົວພັນຫວຽດນາມ-ລາວ ແມ່ນສາຍພົວພັນຖານສະຫາຍອ້າຍນ້ອງຊະໜິດຕິດພັນສະໜິດແໜ້ນ, ເປັນແບບຢ່າງ, ບໍລິສຸດຜຸດຜ່ອງ, ປອດໃສ; ແມ່ນຊັບສົມບັດອັນລ້ຳຄ່າ ເຊິ່ງການນຳ ແລະປະຊາຊົນຮຸ້ນຕ່າງໆຂອງສອງປະເທດໄດ້ເພີ່ມພູນຄູນສ້າງ, ປັບປຸງ, ຮ່ວມມືພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ.

ສາຍພົວພັນແບບພິເສດ

ບໍ່ພຽງແຕ່ເລີ່ມຈາກການໃກ້ຊິດກ່ຽວກັບພູມສາດເທົ່ານັ້ນ, ການພົວພັນຫວຽດນາມ-ລາວ ຍັງມີການພັດທະນາແຕ່ການແບ່ງປັນໃນປະຫວັດສາດການຕໍ່ສູ້ຕ້ານພວກສັດຕູລວມ ແລະການຮ່ວມມືຢ່າງແໜ້ນແຟ້ນ, ໜູນຊ່ວຍເຊິ່ງກັນ ແລະກັນໃນກິດຈະການປົກປັກຮັກສາ ແລະສ້າງສາປະເທດຊາດອີກດ້ວຍ.

leftcenterrightdel
ປະທານ ໂຮ່ຈີມິນ ຕ້ອນຮັບທ່ານ ໄກສອນ ພົມວິຫານ ຫົວໜ້າຄະນະຜູ້ແທນພັກ ແລະແນວລາວຮັກ ຊາດ ມາຢ້ຽມຢາມສັນຖະວະໄມຕີຫວຽດນາມ ໃນປີ 1966 ຢ່າງອົບອຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 5 ກັນຍາ 1962,  ພາຍຫຼັງສັນຍາເຊີແນວ ກ່ຽວກັບປະເທດລາວ ໄດ້ຮັບການລົງນາມ, ຫວຽດນາມ ແລະລາວ ໄດ້ເຫັນດີເປັນເອກະພາບສ້າງຕັ້ງການພົວພັນທາງການທູດ, ເປີດກວ້າງໜ້າປະຫວັດສາດໃໝ່ໃນພາລະກິດປັບປຸງ ແລະພັດທະນາການພົວພັນລະຫວ່າງສອງປະເທດກວ່າອີກ.

ຜ່ານບັນດາການຕໍ່ສູ້ປະຕິວັດ, ຄວາມສາມັກຄີແບບພິເສດ, ຄວາມສະໜິດຕິດພັນ, ບໍລິສຸດຜຸດຜ່ອງລະຫວ່າງສອງລັດ ເຊິ່ງປະທານໂຮ່ຈີມິນ ແລະປະທານໄກສອນ ພົມວິຫານ ພ້ອມກັບພັກ, ລັດ ແລະປະຊາຊົນສອງປະເທດໄດ້ເພີ່ມພູນຄູນສ້າງ, ພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນສາຍພົວພັນທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງ, ປອດໃສ, ຫາຍາກໃນການພົວພັນສາກົນ ແລະແມ່ນຊັບສົມບັດອັນລ້ຳຄ່າຂອງປະຊາຊົນສອງຊາດ.

ໂດຍສືບທອດ ແລະເສີມຂະຫຍາຍມູນເຊື້ອອັນລ້ຳຄ່ານັ້ນ, ໃນຫຼາຍທົດສະວັດຜ່ານມາ, ພັກ, ລັດ ແລະປະຊາຊົນສອງປະເທດໄດ້ເບິ່ງແຍງດູແລ, ປົກປັກຮັກສາ, ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍສາຍພົວພັນອັນດີງາມລະຫວ່າງສອງຊາດຂຶ້ນສູ່ລະດັບສູງໃໝ່; ຢັ້ງຢືນນ້ຳໃຈສາມັກຄີນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຢ່າງເລິກເຊິ່ງ, ການຮ່ວມມືພັດທະນາໃນທຸກຂົງເຂດ ຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດ.

ຕີລາຄາກ່ຽວກັບການພົວພັນຮ່ວມມືຫວຽດນາມ - ລາວ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຢັ້ງຢືນວ່າ, ຫາຍາກທີ່ມີປະເທດໃດໃນໂລກທີ່ມີການແລກປ່ຽນຄະນະຜູ້ແທນຂັ້ນສູງໄດ້ດຳເນີນຢ່າງເປັນປະຈຳຄືລະຫວ່າງຫວຽດນາມ - ລາວ.

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ “ຜ່ານບັນດາການຢ້ຽມຢາມ ແລະການພົບປະຂັ້ນສູງ, ນອກຈາກການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນເຊິ່ງກັນ ແລະກັນ, ການນຳສອງພັກ, ສອງລັດບັນລຸໄດ້ຂໍ້ຕົກລົງສຳຄັນຫຼາຍສະບັບທີ່ມີລັກສະນະຍຸດທະສາດ, ທັງກຳນົດທິດໃຫ້ແກ່ການພົວພັນສອງປະເທດໃນໄລຍະຍາວ, ທັງແກ້ໄຂບັນດາຄວາມຫຍຸ້ງຍາກໄດ້ຢ່າງທັນການ, ເຮັດໃຫ້ສາຍພົວພັນສອງຝ່າຍນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ. ການຮ່ວມມື, ການພົບປະແລກປ່ຽນມິດຕະພາບລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຢູ່ຂັ້ນສູນກາງ ແລະບັນດາທ້ອງຖິ່ນໄດ້ເປັນເຈົ້າການເພີ່ມທະວີ, ນຳມາເຊິ່ງໝາກຜົນແທດຈິງ”.

ຍູ້ແຮງການຮ່ວມມືຮອບດ້ານ

ກ່ຽວກັບດ້ານການເມືອງ, ສອງຝ່າຍໄດ້ສົມທົບກັນຈັດຕັ້ງບັນດາການຢ້ຽມຢາມ, ການພົບປະຕ່າງໆລະຫວ່າງການນຳຂັ້ນສູງສອງພັກ, ສອງລັດເປັນຢ່າງດີ. ສອງຝ່າຍໄດ້ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ 2017, ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1962-2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (1977-2017) ຢ່າງຟົດຟື້ນ, ປະກອບສ່ວນໂຄສະນາຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບຄວາມສາມັກຄີແບບພິເສດຫວຽດນາມ-ລາວ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ເປັນສັກຂີພິຍານພິທີເຊັນບັນດາເອກະສານຮ່ວມມືທີ່ກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ, ດຳເນີນໃນລະຫວ່າງວັນທີ 4-5 ກຸມພາ 2018. ພາບ: ບາວຈີ.

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ ແລະໄດ້ຮັບການຜັນຂະຫຍາຍໃນທຸກຂົງເຂດ, ພິເສດແມ່ນການຝຶກແອບ, ບຳລຸງສ້າງ. ສອງຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືຢ່າງແໜ້ນແຟ້ນ ແລະເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງຕັ້ງໜ້າ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ແຕ່ລະປະເທດ.

ການພົວພັນຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມສືບຕໍ່ໄດ້ຮັບການເພີ່ມທະວີ, ພິເສດແມ່ນໃນການກໍ່ສ້າງພື້ນຖານໂຄງລ່າງ, ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາເຂດຊາຍແດນລະຫວ່າງສອງປະເທດ.

ບົນເນື້ອໃນຈິດໃຈໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ສອງປະເທດໄດ້ສະໜັບສະໜູນ ແລະຮ່ວມມືນຳກັນຢູ່ບັນດາອົງການຈັດຕັ້ງ, ເວທີປາໄສພາກພື້ນ ແລະສາກົນເປັນຢ່າງດີ, ພ້ອມກັນເຫັນດີເປັນເອກະພາບຕໍ່ທັດສະນະຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ຮັບປະກັນສັນຕິພາບ, ສະຖຽນລະພາບ, ທຸກການຂັດແຍ່ງໄດ້ຮັບການແກ້ໄຂດ້ວຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ສົນທິສັນຍາກົດໝາຍວ່າດ້ວຍທະເລ UNCLOS 1982, ປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ດຳເນີນການເຈລະຈາເຊັນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ(COC) ໂດຍໄວ.

ຫວຽດນາມ ນັກລົງທຶນແຖວໜ້າຂອງລາວ

ໃນໄລຍະຜ່ານມາ, ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນພື້ນຖານຍາວນານໃນການພົວພັນຫວຽດນາມ-ລາວ.

leftcenterrightdel
ໂຄງການໄຟຟ້ານ້ຳຕົກ Xekaman 1 ແມ່ນໜຶ່ງໃນສອງໂຄງການລົງທຶນພົ້ນເດັ່ນຂອງວິສາຫະກິດຫວຽດນາມ ຢູ່ ລາວ. ພາບ: Vietlao Power.

ວົງເງິນການຄ້າຫວຽດນາມ-ລາວ ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, ເພີ່ມຂິຶ້ນສະເລ່ຍແມ່ນ 4%/ປີ ໃນໄລຍະ 2011-2016. ວົງເງິິນການຄ້າສອງຝ່າຍຫວຽດນາມ-ລາວ ປີ 2017 ບັນລຸກວ່່າ 935 ລ້ານໂດລາສະຫະລັດ, ເພີ່ມຂຶ້ນເກືອບ 13,6% ເມື່ອທຽບໃສ່ປີ 2016; ປີ 2018, ຕົວເລກນີ້ບັນລຸກວ່າ 1,03 ຕື້ໂດລາສະຫະລັດ. ປີ 2019, ລັດຖະບານສອງປະເທດໄດ້ວາງອອກຄາດໝາຍສູ້ຊົນນໍາວົງເງິນການຄ້າສອງສົ້ນໃຫ້ເພີ່ມຂຶ້ນແຕ່ 10% ຂຶ້ນໄປ. ບັນດາປະເພດສິນຄ້າສົ່ງອອກ, ນຳເຂົ້າລະຫວ່າງສອງປະເທດນັບມື້ນັບອຸດົມສົມບູນ ແລະຫຼາຍຮູບຫຼາຍແບບ.

ພ້ອມກັນນັ້ນ, ການຜັນຂະຫຍາຍບັນດາໂຄງການນຳໃຊ້ທຶນຊ່ວຍເຫຼືອກໍ່ບັນລຸໝາກຜົນທີ່ດີ, ລະອຽດແມ່ນໃນປີ 2018 ໄດ້ປະຕິບັດສຳເລັດ, ມອບ-ຮັບ ແລະເປີດນຳໃຊ້ 12 ໂຄງການ. ພ້ອມກັນນັ້ນ, ບັນດາຂະແໜງການ ແລະບັນດາທ້ອງຖິ່ນຂອງສອງປະເທດກໍ່ໄດ້ຮັບການເພີ່ມທະວີການພົບປະ, ການແລກປ່ຽນບົດຮຽນ ແລະເປີດກວ້າງການຮ່ວມມືຢ່າງແທດຈິງ ແລະມີປະສິດທິຜົນ. ບັນດາກົນໄກ, ນະໂຍບາຍການຮ່ວມມືລະຫວ່າງສອງປະເທດກໍ່ໄດ້ຮັບການປຶກສາຫາລື, ດັດປັບຢ່າງທັນການໃຫ້ເໝາະສົມກັບສະພາບການຕົວຈິງຂອງແຕ່ລະປະເທດກໍ່ຄືກົດໝາຍສາກົນ.

ໂດຍ: ແສງເດືອນ