leftcenterrightdel
ຄະນະ ສສຊ ສອງແຂວງຊຽງຂວາງ ແລະເງະອານ ມີການພົບປະເຈລະຈາແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວຂອງ ສສຊ ແລະສະມາຊິກສະພາປະຊາຊົນ. ພາບ: ມາຍຮວາ.

ເຂົ້າຮ່ວມການພົບປະເຈລະຈາ, ຝ່າຍລາວ ມີທ່ານນາງ ແສງຄໍາ ຊົ່ງຊະນະ ຫົວໜ້າຄະນະ ສສຊ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ, ປະທານສະພາປະຊາຊົນແຂວງຊຽງຂວາງພ້ອມດ້ວຍບັນດາສະມາຊິກໃນຄະນະປະຕິບັດງານ. ຝ່າຍແຂວງເງະອານ ມີທ່ານ ຫງວຽນແທງຮ່ຽນ-ກໍາມະການຄະນະບໍລິຫານງານອົງຄະນະພັກ, ຮອງຫົວໜ້າຄະນະ ສສຊ ແຂວງເງະອານ.

ການຮ່ວມມືຢ່າງມີປະສິດທິຜົນໃນຫຼາຍເນື້ອໃນ

ທີ່ການພົບປະເຈລະຈາ, ການນໍາສອງຄະນະໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນະເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຕ່ລະແຂວງ. ສອງຝ່າຍກໍ່ຕີລາຄາການເຄື່ອນໄຫວຮ່ວມມືລະຫວ່າງສອງແຂວງເງະອານ-ຊຽງຂວາງ ແລະສອງຄະນະ ສສຊ ໃນໄລຍະຜ່ານມາ.

ພົ້ນເດັ່ນແມ່ນລັດຖະບານຫວຽດນາມ ໄດ້ໃຫ້ແຂວງເງະອານຜັນຂະຫຍາຍການປະຕິບັດໂຄງການກໍ່ສ້າງໂຮງໝໍມິດຕະພາບແຂວງຊຽງຂວາງ; ໜູນຊ່ວຍການກໍ່ສ້າງ ແລະອຸປະກອນເຮັດວຽກຈຳນວນໜຶ່ງໃຫ້ກໍາລັງປະກອບອາວຸດ; ໜູນຊ່ວຍການກໍ່ສ້າງພະນັກງານ, ນັກຮຽນແຂວງຊຽງຂວາງ.

ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍການເຄື່ອນໄຫວສົ່ງເສີມການທ່ອງທ່ຽວ; ສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະວຽກງານຄຸ້ມຄອງ, ພັດທະນາດ່ານຊາຍແດນ; ສົມທົບກັນຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ສະຫງວນເວລາເພື່ອແລກປ່ຽນກ່ຽວກັບບົດຮຽນໃນການເຄື່ອນໄຫວຂອງຄະນະ ສສຊ ແລະສະພາປະຊາຊົນ. ເຊິ່ງລວມມີ, ສາຍພົວພັນສົມທົບກັນລະຫວ່າງຄະນະ ສສຊ ກັບສະພາປະຊາຊົນແຂວງ, ຄະນະກໍາມະການແນວໂຮມປະເທດຊາດແຂວງ; ບັນດາການເຄື່ອນໄຫວສໍາຜັດກັບຜູ້ມີສິດເລືອກຕັ້ງຂອງ  ສສຊ, ສະມາຊິກສະພາປະຊາຊົນ ແລະແກ້ໄຂບັນດາຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ, ການເຄື່ອນໄຫວຕິດຕາມກວດກາ, ຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ...; ກ່ຽວກັບໂຄງປະກອບ ສສຊ ແຂວງ ແລະສະພາປະຊາຊົນແຂວງ.

ສືບຕໍ່ຊຸກຍູ້ການຮ່ວມມື

ສອງຝ່າຍກໍ່ໄດ້ປຶກສາ ແລະດໍາເນີນການລົງນາມໃນບົດບັນທຶກຊ່ວຍຈໍາ ເພື່ອແນໃສ່ຊຸກຍູ້ສາຍພົວພັນຮ່ວມມືຮອບດ້ານທັງລວງກວ້າງ ແລະລວງເລິກ ໃນໄລຍະຈະມາເຖິງ. ໂດຍລະອຽດ, ສອງຝ່າຍຈະເພີ່ມທະວີການຮ່ວມມືແລກປ່ຽນບົດຮຽນໃນການເຄື່ອນໄຫວຂອງ ສສຊ, ສະມາຊິກສະພາປະຊາຊົນຂອງຄະນະ ສສຊ, ສະພາປະຊາຊົນສອງແຂວງ; ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວເປັນເສນາທິການ, ຮັບໃຊ້ການເຄື່ອນໄຫວຂອງ ສສຊ, ຄະນະ ສສຊ ຂອງຫ້ອງວ່າການສອງແຂວງ; ໜູນຊ່ວຍໃນການບໍາລຸງສ້າງ, ຝຶກອົບຮົມ, ບໍາລຸງຖັນແຖວພະນັກງານ.

leftcenterrightdel
ສອງຄະນະ ສສຊ ສອງແຂວງລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືໃນໄລຍະຈະມາເຖິງ. ພາບ: ມາຍຮວາ.

ສອງຝ່າຍຈະແລກປ່ຽນຂໍ້ມູນຂ່າວສານການເຄື່ອນໄຫວຂອງຄະນະ ສສຊ ແລະຫ້ອງວ່າການສອງແຂວງເປັນປະຈໍາ,  ປະກອບສ່ວນເຂົ້າໃນການກໍ່ສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ແລະສອງແຂວງເງະອານ-ຊຽງຂວາງ.

ສອງຝ່າຍກໍ່ເຫັນດີເປັນເອກະສັນພ້ອມກັນເລັ່ງລັດແກ້ໄຂບັນດາບັນຫາສິດຜົນປະໂຫຍດໃຫ້ແກ່ຄົນອົບພະຍົກ ແລະດໍາລົງຊີວິດຢູ່ແຕ່ລະປະເທດ. ໃນໄລຍະສອງປີ, ຄະນະ ສສຊ ແລະສະພາປະຊາຊົນສອງແຂວງຈະຕີລາຄາຜົນການປະຕິບັດບົດບັນທຶກຊ່ວຍຈໍາ ແລະປຶກສາລາຍການຮ່ວມມືຕໍ່ໄປ.

ໂດຍ: ເກື່ອງດັ້ງ