leftcenterrightdel
ຄະນະອາສາສະໝັກແຂວງຮ່າຕິງ ເຄື່ອນໄຫວຢູ່ບ້ານໂພນສະອາດ, ເມືອງມະຫາໄຊ, ແຂວງຄໍາມ່ວນ. ພາບ: baohatinh.vn.

ພາຍຫຼັງຜ່ານເສັ້ນທາງທຸລະກັນດານທີ່ຍາວນັບຮ້ອຍກິໂລແມັດ, ພວກຂ້າພະເຈົ້າພ້ອມກັບຄະນະອາສາສະໝັກສາກົນໂດຍຄະນະຊາວໜຸ່ມແຂວງຮ່າຕິງ ຈັດຕັ້ງໄດ້ມີໜ້າຢູ່ບ້ານໂພນສະອາດ, ເມືອງມະຫາໄຊ, ແຂວງຄໍາມ່ວນ. ຢູ່ທີ່ນີ້, ສະມາຄົມແພດໝໍໜຸ່ມແຂວງໄດ້ຈັດການກວດພະຍາດ, ໃຫ້ຄໍາປຶກສາສຸຂະພາບແກ່ປະຊາຊົນໃນບ້ານກວ່າ 500 ຄົນ.

ຍ້ອນການດຳລົງຊີວິດການຫາເງິນລ້ຽງຊີບຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ສະນັ້ນປະຊາຊົນຢູ່ທີ່ນີ້ບໍ່ເຄີຍໄດ້ຮັບການສົ່ງເສີມສຸຂະພາບຢ່າງຄົບຖ້ວນ. ຜ່ານການກວດພະຍາດໄດ້ພົບເຫັນຫຼາຍກໍລະນີຖືກພະຍາດປອດອັກເສບ, ຂໍ້ກະດູກເຊື່ອມ, ຄວາມດັນເລືອດສູງ, ພະຍາດຜິວໜັງຕ່າງໆ... ສໍາລັບບັນດາກໍລະນີຖືກພະຍາດໜັກຈະໄດ້ຮັບຄຳປຶກສາປິ່ນປົວຢ່າງທັນການ.

leftcenterrightdel
ຜ່ານການກວດພະຍາດໄດ້ພົບເຫັນຫຼາຍກໍລະນີຖືກພະຍາດປອດອັກເສບ, ຂໍ້ກະດູກເຊື່ອມ, ພະຍາດຜິວໜັງ... ພາບ: baohatinh.vn.

ເອື້ອຍ ເທບພະຈັນ ສຸວັນນະລາດ (ອາຍຸ 31 ປີ) ແບ່ງປັນວ່າ: “ພາຍຫຼັງທ່ານໝໍກວດພະຍາດ, ຂ້າພະເຈົ້າຈຶ່ງຮູ້ໄດ້ວ່າລູກສາວຫຼ້າອາຍຸ 4 ປີຂອງຕົນຖືກພະຍາດປອດອັກເສບ, ຕ້ອງໄດ້ຮັບການປິ່ນປົວຢູ່ໂຮງໝໍ. ລູກສາວກົກຂອງຂ້າພະເຈົ້າມີອາຍຸ 9 ປີກໍ່ຖືກພະຍາດຜິວໜັງ. ບັນດາທ່ານໝໍໄດ້ແຈກຢາຍຢາ ແລະແນະນໍາໃຫ້ຂ້າພະເຈົ້າວິທີຮັກສາອະນາໄມ, ຮັກສາສຸຂະພາບໃຫ້ຄອບຄົວ, ສະກັດກັ້ນ ແລະຕ້ານບັນດາພະຍາດຕິດແປດ... ຂໍຂອບໃຈຄະນະທ່ານໝໍຫວຽດນາມຫຼາຍ”.

leftcenterrightdel
ຄະນະອາສາສະໝັກແຂວງຮ່າຕິງ ພົບປະແລກປ່ຽນ. ພາບ: baohatinh.vn.

ນັບແຕ່ປີ 2013 ມາຮອດປະຈຸບັນ, ຄະນະຊາວໜຸ່ມແຂວງຮ່າຕິງໄດ້ສົມທົບກັບສະມາຄົມແພດໝໍໜຸ່ມ, ສະມາຄົມນັກທຸລະກິດໜຸ່ມຈັດຕັ້ງການກວດພະຍາດ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ແຂວງບໍລິຄໍາໄຊ ແລະຄໍາມ່ວນເກືອບ 18.500 ຄົນ. ຄຽງຂ້າງນັ້ນຍັງມອບຮູບແບບເບ້ຍໄມ້ 400 ຕົ້ນໃຫ້ແກ່ຊາວໜຸ່ມແຂວງບໍລິຄໍາໄຊ, ຈັດສົ່ງນັກອາສາສະໝັກແຂວງຮ່າຕິງ 6 ຄົນເຂົ້າຮ່ວມການສອນພາສາຫວຽດໂດຍບໍ່ເສຍຄ່າຢູ່ເມືອງຄໍາເກີດ, ແຂວງບໍລິຄໍາໄຊ.

leftcenterrightdel
 ...ແລະມອບປື້ມໃຫ້ພວກນ້ອງນ້ອຍເນື່ອງໃນໂອກາດເຂົ້າສູ່ສົກຮຽນໃໝ່. ພາບ: baohatinh.vn.
leftcenterrightdel
ຄະນະຊາວໜຸ່ມແຂວງຮ່າຕິງ  ແລະບໍລິຄໍາໄຊ ຖ່າຍຮູບເປັນທີ່ລະນຶກຢູ່ເຂດອະນຸສອນສະຖານທ່ານ ສີສົມພອນ ລໍວັນໄຊ (ແຂວງບໍລິຄໍາໄຊ). ພາບ: baohatinh.vn.

ພ້ອມກັບຄະນະອາສາສະໝັກສາກົນທີ່ເຄື່ອນໄຫວເປັນປະຈໍາແລ້ວ, ຄະນະຊາວໜຸ່ມບັນດາເມືອງຕິດກັບຊາຍແດນ, ບັນດາຫົວໜ່ວຍສັງກັດຄະນະຊາວໜຸ່ມແຂວງທີ່ມີຮາກຖານຜະລິດຕັ້ງຢູ່ ສປປ.ລາວ ກໍ່ຈັດການເຄື່ອນໄຫວພົບປະແລກປ່ຽນ, ແຮກສ່ຽວ, ແລກປ່ຽນບົດຮຽນໃນວຽກງານສາມັກຄີ, ເຕົ້າໂຮມຊາວໜຸ່ມ ແລະອະນຸຊົນລະຫວ່າງສອງປະເທດເປັນປະຈໍາ; ຈັດຕັ້ງການຝຶກອົບຮົມບັນດາເຕັກນິກປູກ, ບົວລະບັດຕົ້ນຢາງພາລາໃຫ້ແກ່ປະຊາຊົນລາວ. ສົມທົບກັນກໍ່ສ້າງ “ໂນນຕົ້ນໄມ້ຊາວໜຸ່ມ” ປູກຕົ້ນເກດສະໜາຢູ່ເມືອງຄໍາເກີດດ້ວຍເນື້ອທີ່ 5 ເຮັກຕາ, ໝູ່ບ້ານຊາວໜຸ່ມມິດຕະພາບຫວຽດນາມ-ລາວ...

ທ່ານ ເລແທັ່ງດົງ ເລຂາຄະນະຊາວໜຸ່ມແຂວງຮ່າຕິງ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມແຂວງຮ່າຕິງ ສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການປະຕິບັດບັນດາເນື້ອໃນບົດບັນທຶກຮ່ວມມື ໄລຍະ 2017-2022 ຂອງຄະນະຊາວໜຸ່ມແຂວງຮ່າຕິງ ແລະແຂວງບໍລິຄໍາໄຊ; ຈັດຕັ້ງບັນດາການເຄື່ອນໄຫວອາສາສະໝັກສາກົນເປັນຢ່າງດີ, ພິເສດແມ່ນບັນດາເຂດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢູ່ປະເທດລາວ. ຜ່ານນັ້ນ, ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດກວ່າອີກ, ປະກອບສ່ວນເຂົ້າຜົນສໍາເລັດລວມໃນວຽກງານພົວພັນຕ່າງປະເທດຂອງສອງແຂວງ.

ໂດຍ: ເຈິ່ນຮວ່ຽນ