ທີ່ການໂອ້ລົມສົນທະນາ, ພາຍຫຼັງຮັບຟັງບັນດາຂໍ້ມູນໂດຍພື້ນຖານກ່ຽວກັບໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ, ສະພາບການເຄື່ອນໄຫວຄະນະຊາວໜຸ່ມຂອງສອງແຂວງແລ້ວ, ສອງຝ່າຍໄດ້ພ້ອມກັນແລກປ່ຽນບັນດາຮູບແບບ, ບົດຮຽນ, ວິທີເຮັດທີ່ດີໃນວຽກງານຊາວໜຸ່ມ...

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: baohatinh.vn.

ໃນນັ້ນ, ສອງຝ່າຍໄດ້ສຸມໃສ່ແລກປ່ຽນກ່ຽວກັບວຽກງານນໍາພາ, ຊີ້ນໍາ, ການປະຕິຮູບການບໍລິຫານ; ວຽກງານໂຄສະນາເຜີຍແຜ່, ກໍານົດທິດຫາງສຽງ, ສຶກສາອົບຮົມຊາວໜຸ່ມ; ບົດຮຽນໃນວຽກງານກໍ່ສ້າງຊົນນະບົດໃໝ່...

leftcenterrightdel
ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງຮ່າຕິ້ງ ແລະຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງບໍລິຄໍາໄຊ ມອບຂອງຂວັນgເປັນທີ່ລະນຶກ. ພາບ: baohatinh.vn.

ສອງຝ່າຍກໍເຫັນດີເປັນເອກະພາບກັນສືບຕໍ່ໂຄສະນາ, ຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອລະຫວ່າງປະຊາຊົນ 2 ແຂວງເວົ້າລວມ ແລະຄະນະຊາວໜຸ່ມເວົ້າສະເພາະ. ສືບຕໍ່ຈັດຕັ້ງປະຕິບັດລາຍການກວດ, ແຈກຢາຍຢາໃຫ້ແກ່ປະຊາຊົນແຂວງບໍລິຄໍາໄຊ; ຈັດສົ່ງຄູອາຈານອາສາສະໝັກໄປສອນພາສາຫວຽດນາມໃຫ້ແກ່ປະຊາຊົນ ແລະຊາວໜຸ່ມແຂວງບໍລິຄໍາໄຊ; ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດໜຸ່ມ 2 ແຂວງມີໂອກາດຊຸກຍູ້ການຮ່ວມມືລົງທຶນ... ຈາກນັ້ນເພີ່ມທະວີ, ຮັດແໜ້ນການພົວພັນຮ່ວມມື, ມິດຕະພາບແບບພິເສດ ແລະຮອບດ້ານລະຫວ່າງສອງປະເທດຫວຽດນາມ - ລາວ ເວົ້າລວມ, 2 ແຂວງ ຮ່າຕິ້ງ - ບໍລິຄໍາໄຊ ເວົ້າສະເພາະ.

ໂດຍ: ໄຊຊະນະ