ຈໍານວນເງິນທັງໝົດ ແລະຂອງຂວັນ 200 ພູດທີ່ໜູນຊ່ວຍປະຊາຊົນເຂດນໍ້າຖ້ວມຢູ່ເມືອງນານ ມີມູນຄ່າ 70 ລ້ານກີບ (ປະມານ 200 ລ້ານດົ່ງ) ໂດຍວັດເຟິດຕິກ, ນະຄອນຫຼວງວຽງຈັນ ຮຽກຮ້ອງຊາວຫວຽດນາມ, ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນ, ດໍາເນີນທຸລະກິດຢູ່ວຽງຈັນ, ຫຼວງພະບາງ ບໍລິຈາກນັບແຕ່ຕົ້ນເດືອນສິງຫາມາຮອດປະຈຸບັນ.

leftcenterrightdel
ສະມາຄົມຊາວຫວຽດນາມ ມອບຂອງຂວັນໃຫ້ແກ່ປະຊາຊົນເຂດນໍ້າຖ້ວມຢູ່ເມືອງນານ, ແຂວງຫຼວງພະບາງ, ປະເທດລາພາບ: vov.vn

ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງໆຫຼວງພະບາງ ໄດ້ຂອບໃຈຕໍ່ການແບ່ງປັນ ແລະການຊ່ວຍເຫຼືອຢ່າງທັນການຂອງບັນດາວິສາຫະກິດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະແຈກຢາຍແຫຼ່ງໜູນຊ່ວຍດັ່ງກ່າວໃຫ້ແກ່ປະຊາຊົນທີ່ຖືກເສຍຫາຍຢ່າງໜັກໜ່ວງຈາກໄພນໍ້າຖ້ວມໃນຕົ້ນເດືອນສິງຫາ, ຊ່ວຍປະຊາຊົນແກ້ໄຂຄວາມຫຍຸ້ງຍາກ, ເຮັດໃຫ້ການດໍາລົງຊີວິດເປັນປົກກະຕິ.

ການຮ່ວມແຮງຮ່ວມໃຈແບ່ງປັນ, ຊ່ວຍເຫຼືອປະຊາຊົນລາວ ທີ່ປະສົບກັບຄວາມຫຍຸ້ງຍາກ, ຖືກເສຍຫາຍຈາກໄພທຳມະຊາດແມ່ນໜຶ່ງໃນບັນດາການເຄື່ອນໄຫວເປັນປະຈໍາ ແລະມີຄວາມໝາຍຢ່າງແທດຈິງຂອງປະຊາຄົມຊາວຫວຽດນາມ ທີ່ດໍາລົງຊີວິດຢູ່ບັນດາທ້ອງຖິ່ນຂອງລາວ, ເຊິ່ງປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ ກວ່າອີກ.

ໂດຍ: ຈາງຫງວຽນ