ຕາມບົດລາຍງານ, ປັດຈຸບັນມີຊາວແຂວງເງະອານທີ່ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະແຕ່ງງານບໍ່ຖືກລະບຽບພວມດໍາລົງຊີວິດຢູ່ແຂວງບໍລິຄໍາໄຊ ຈໍານວນ 800 ຄົນ. ໃນປີ 2019, ຄະນະສະເພາະກິດລະຫວ່າງສອງແຂວງໄດ້ສົມທົບກັນປະຕິບັດການສໍາຫຼວດ, ຈັດແບ່ງປະເພດ ແລະຂຶ້ນບັນຊີລາຍຊື່ຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະແຕ່ງງານບໍ່ຖືກລະບຽບຢູ່ເຂດຊາຍແດນແຂວງບໍລິຄໍາໄຊ ເປັນສອງຄັ້ງດ້ວຍຕົວເລກປະກົດໃໝ່ແມ່ນ 119 ຄອບຄົວ/798 ຄົນ.

leftcenterrightdel
ຜູ້ຕາງໜ້າການນໍາສອງແຂວງແລກປ່ຽນເອກະສານເຮັດວຽກ. ພາບ: nhandan.com.vn.

ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນສະເໜີຄະນະສະເພາະກິດ, ກະຊວງການຕ່າງປະເທດສອງປະເທດພິຈາລະນາ, ແກ້ໄຂ 11 ຄອບຄົວ/56 ຄົນທີ່ກໍາລັງດໍາລົງຊີວິດຢູ່ເມືອງຄໍາເກີດ (ແຂວງບໍລິຄໍາໄຊ); ພ້ອມທັງ, ເຫັນດີເປັນເອກະພາບເພີ່ມທະວີບັນດາມາດຕະການຄຸ້ມຄອງພົນລະເມືອງຢູ່ເຂດຊາຍແດນກໍຄືຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບກົດລະບຽບ, ສັນຍາຊາຍແດນຂອງສອງປະເທດໃຫ້ແກ່ປະຊາຊົນເພື່ອເຮັດໃຫ້ສະພາບຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະແຕ່ງງານບໍ່ຖືກລະບຽບຢູ່ເຂດຊາຍແດນຫວຽດນາມ - ລາວ ຫຼຸດລົງເທື່ອລະກ້າວ.

ໂດຍ: ໄຊຊະນະ