ນີ້ແມ່ນໜຶ່ງໃນບັນດາເນື້ອໃນສໍາຄັນ ເຊິ່ງອົງການໄອຍະການປະຊາຊົນສູງສຸດຫວຽດນາມ ແລະອົງການໄອຍະການປະຊາຊົນສູງສຸດລາວ ໄດ້ເຫັນດີເປັນເອກະພາບລົງນາມໃນບົດບັນທຶກກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນລະຫວ່າງຫວຽດນາມ - ລາວ ຄັ້ງທີ VI  ເຊິ່ງໄດ້ດໍາເນີນໃນຕອນບ່າຍວັນທີ 14 ສິງຫາ 2019, ຢູ່ແຂວງຈໍາປາສັກ, ປະເທດລາວ.

leftcenterrightdel
ທ່ານ ເລມິງຈີ໊, ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ກ່າວຄໍາເຫັນສະຫຼຸບກອງປະຊຸມ. ພາບ: kiemsat.vn.

ບົນຈິດໃຈທີ່ມີຄວາມຈິງໃຈ, ເປັນມິດຕະພາບນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນຕໍ່ບັນດາເນື້ອໃນສໍາຄັນ ແລະເຊັນບົດບັນທຶກກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນລະຫວ່າງຫວຽດນາມ - ລາວ ຄັ້ງທີ VI. ສະຫຼຸບກອງປະຊຸມ, ທ່ານ ເລມິງຈີ໊, ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໄດ້ຕີລາຄາສູງບັນດາເນື້ອໃນ, ການປະກອບຄໍາເຫັນຂອງການນໍາອົງການໄອຍະການປະຊາຊົນສູງສຸດລາວ ແລະຫົວໜ້າອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນຂອງສອງປະເທດ ຫວຽດນາມ - ລາວ ທີ່ກອງປະຊຸມ.

leftcenterrightdel
ຫົວໜ້າອົງການໄອຍະການປະຊາຊົນສູງສຸດສອງປະເທດ ລົງນາມໃນບົດບັນທຶກກອງປະຊຸມ. ພາບ: kiemsat.vn.

ທ່ານ ເລມິງຈີ໊ ສະເໜີໃຫ້ອົງການໄອຍະການຂັ້ນຕ່າງໆຂອງສອງປະເທດຄວນສືບຕໍ່ຜັນຂະຫຍາຍບັນດາເນື້ອໃນ ເຊິ່ງການນໍາອົງການໄອຍະການປະຊາຊົນສູງສຸດສອງປະເທດ ໄດ້ເຫັນດີເປັນເອກະພາບກັນໃນບົດບັນທຶກກອງປະຊຸມຢ່າງເຂັ້ມງວດ, ຄົບຖ້ວນ ແລະມີປະສິດທິຜົນເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືຕໍ່ສູ້, ຕ້ານ ແລະສະກັດກັ້ນອາດຊະຍາກໍາ, ຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາຄວາມສະຫງົບຢູ່ເຂດຊາຍແດນ, ຮັກສາຄວາມໝັ້ນຄົງແຫ່ງຊາດ, ປົກປັກຮັກສາຊີວິດສັນຕິສຸກຂອງປະຊາຊົນ, ຊຸກຍູ້ເສດຖະກິດຢູ່ເຂດຊາຍແດນ...

leftcenterrightdel
ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດລາວ ກ່າວຄໍາເຫັນປິດກອງປະຊຸມ. ພາບ: kiemsat.vn.

ກ່າວຄໍາເຫັນປິດກອງປະຊຸມ, ທ່ານ ຄໍາສານ ສຸວົງ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດລາວ ຢັ້ງຢືນວ່າ, ກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນລະຫວ່າງຫວຽດນາມ - ລາວ ຄັ້ງທີ VI ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາວຽກງານວ່າດ້ວຍການຮ່ວມມືທາງດ້ານຍຸຕິທໍາໃນບັນຫາທາງອາຍາ; ກົນໄກຈັດຕັ້ງປະຕິບັດ, ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງອາດຊະຍາກໍາ, ການຕ້ານ ແລະສະກັດກັ້ນອາດຊະຍາກໍາ; ແລກປ່ຽນບົດຮຽນດ້ານວິຊາສະເພາະ, ວິຊາການ ແລະບໍາລຸງສ້າງພະນັກງານ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການດ້ານວຽກງານຂອງສອງຝ່າຍໃຫ້ດີກວ່າ.

ໂດຍ: ໄຊຊະນະ