ເສັ້ນຊາຍແດນທຸກຕອນ, ທຸກເສັ້ນທາງ, ຫຼັກໝາຍຊາຍແດນອະທິປະໄຕທຸກຫຼັກ ຫຼື ຂີດໝາຍຊາຍແດນແຫ່ງຊາດລ້ວນແຕ່ໄດ້ບັນທຶກໄວ້ບັນດາບາດກ້າວເດີນໃນການລາດຕະເວນຂອງນັກຮົບທະຫານຊາຍແດນແຂວງກວ໋າງຈິ ແລະພະນັກງານ, ນັກຮົບບັນດາກອງຮ້ອຍທະຫານຊາຍແດນສັງກັດກອງບັນຊາການທະຫານ 2 ແຂວງສະຫວັນນະເຂດ ແລະສາລະວັນ ເຊິ່ງທຸກຄົນລ້ວນແຕ່ເອີ້ນວ່າແມ່ນເສັ້ນທາງລາດຕະເວນສາມັກຄີ.

leftcenterrightdel
ກໍາລັງຄ້າຍທະຫານຊາຍແດນເຮື໊ອງເລີ້ບ - ຫວຽດນາມ ແລະກອງຮ້ອຍທະຫານຊາຍແດນ 321 - ລາວ ພົບປະກັນຢູ່ຫຼັກໝາຍຊາຍແດນກ່ອນທີ່ດໍາເນີນການລາດຕະເວນ. ພາບ: ຫງວຽນແທ່ງຝຸ.

ຂ້າພະເຈົ້າໂຊກດີຫຼາຍເມື່ອໄດ້ພົບກັບຮ້ອຍເອກ ບຸນມາກ, ຫົວໜ້າກອງຮ້ອຍທະຫານຊາຍແດນ 511, ກອງບັນຊາການທະຫານແຂວງສະຫວັນນະເຂດ ເມື່ອອ້າຍພ້ອມດ້ວຍເພື່ອນຮ່ວມກອງໄປຄ້າຍທະຫານຊາຍແດນດ່ານສາກົນລາໄລ ເພື່ອຜັນຂະຫຍາຍການປະຕິບັດແຜນການລາດຕະເວນສອງຝ່າຍຢູ່ຕອນຊາຍແດນຈາກຫຼັກໝາຍຊາຍແດນທີ 634 ຮອດ 638 ດ້ວຍລວງຍາວແມ່ນ 15,038 ກິໂລແມັດ. ຮ້ອຍເອກ ບຸນມາກ ເວົ້າພາສາຫວຽດໄດ້ດີສະນັ້ນພວກຂ້າພະເຈົ້າລົມກັນ ແລະແລກປ່ຽນກັນຈຶ່ງບໍ່ເປັນອຸປະສັກ. ເມື່ອດຳລົງຕໍາແໜ່ງເປັນຫົວໜ້າກອງຮ້ອຍທະຫານຊາຍແດນ 511 ມາໄດ້ກວ່າ 2 ປີແລ້ວ, ສະນັ້ນອ້າຍເຂົ້າຮ່ວມການລາດຕະເວນສອງຝ່າຍກັບພະນັກງານ, ນັກຮົບທະຫານຊາຍແດນແຂວງກວ໋າງຈິ ເປັນຫຼາຍຄັ້ງແລ້ວ, ຍ້ອນກົມກອງຂອງອ້າຍ ໄດ້ຮັບມອບໝາຍໃຫ້ປົກປັກຮັກສາຕອນຊາຍແດນຈາກຫຼັກໝາຍຊາຍແດນທີ 608 ຮອດ 638 ດ້ວຍລວງຍາວ 75,595 ກິໂລແມັດ, ກົມກອງຂອງຝ່າຍຫວຽດນາມ ແມ່ນບັນດາຄ້າຍທະຫານຊາຍແດນບາເຕີ່ງ, ຊາເຈີ່ມ, ບາລິນ ແລະດ່ານຊາຍແດນສາກົນລາໄລ. ຮ້ອຍເອກ ບຸນມາກ ເລົ່າສູ່ຟັງວ່າ: “ການລາດຕະເວນສອງຝ່າຍກັບບັນດາສະຫາຍຢູ່ຄ້າຍທະຫານຊາຍແດນລາລິນ ເຮັດໃຫ້ຂ້າພະເຈົ້າ ຈົດຈໍາໄປຕະຫຼອດ. ວັນນັ້ນ, ພາຍຫຼັງຊາບຊຶມແຜນການແລ້ວ, ກຸ່ມລາດຕະເວນສອງຝ່າຍຂອງສອງ 2 ກົມກອງລວມມີພະນັກງານ, ນັກຮົບດໍາເນີນການລາດຕະເວນ 18 ຄົນ ຈາກຫຼັກໝາຍຊາຍແດນທີ 624 ຮອດ 633, ດ້ວຍລວງຍາວ 25,807 ກິໂລແມັດ. ການນໍາ 2 ກົມກອງໄດ້ກໍານົດວ່ານີ້ແມ່ນຕອນຊາຍແດນມີພູມີປະເທດສັບສົນ, ທາງຊາຍແດນຢູ່ໄກກັບປະຊາຊົນ, ດັ່ງນັ້ນທຸກວຽກງານການກະກຽມຕ້ອງລອບຄອບຖີ່ຖ້ວນ. ຕາມປົກກະຕິແລ້ວຢູ່ບ່ອນອື່ນໆ, ທັນຍາຫານ, ສະບຽງອາຫານສຳຮອງນັ້ນໄດ້ກະກຽມໄວ້ເພີ່ມອີກແຕ່ມື້ໜຶ່ງ ຫຼື ສອງມື້ເທົ່ານັ້ນ, ແຕ່ວ່າເສັ້ນຊາຍແດນຕອນນີ້, ພວກຂ້າພະເຈົ້າຕ້ອງໄດ້ກະກຽມໄວ້ຫຼາຍກວ່າ 4 ມື້. ແຜນການໄດ້ວາງອອກແມ່ນລາດຕະເວນໃຫ້ສໍາເລັດພາຍໃນ 3 ມື້, ແຕ່ວ່າເມື່ອຫາກໍ່ລາດຕະເວນໄດ້ກາຍເຄິ່ງທາງນັ້ນຝົນກໍ່ຕົກລົງມາ, ນໍ້າຫ້ວຍຍຶ່ງຂຶ້ນ ແລະໄຫຼນອງ ດັ່ງນັ້ນກຸ່ມລາດຕະເວນຈຶ່ງໄດ້ກາງເຕັ໊ນພັກຜ່ອນຢູ່ໃນປ່າ. ຝົນຕົກແຮງຫຼາຍ, ຫຸງເຂົ້າບໍ່ໄດ້, ທຸກຄົນຕ້ອງກິນອາຫານແຫ້ງ. ຂ້າພະເຈົ້າເຫັນວ່າຈໍານວນອາຫານແຫ້ງທີ່ເອົາມານໍາມີຈຳນວນຈໍາກັດແຕ່ວ່າໃນແຕ່ລະມື້ພວກອ້າຍຄ້າຍທະຫານຊາຍແດນບາລິນ ກໍ່ໄດ້ເອົາອາຫານແຫ້ງມາໃຫ້ພວກຂ້າພະເຈົ້າກິນ. ເມື່ອສິ້ນສຸດການລາດຕະເວນທີ່ແກ່ຍາວເປັນເວລາກວ່າ 10 ມື້ນັ້ນ, ຂ້າພະເຈົ້າຈຶ່ງຮູ້ວ່າພວກອ້າຍຄ້າຍທະຫານຊາຍແດນບາລິນ ໄດ້ກິນແຕ່ມີ່ດິບ, ກິນນໍ້າຝົນເພື່ອສະຫງວນເອົາອາຫານແຫ້ງມາໃຫ້ພວກຂ້າພະເຈົ້າ. ຕອນຄໍ່າມື້ຕໍ່ມາ, ລວມຢູ່ກົມກອງ, ຂ້າພະເຈົ້າໄດ້ເລົ່າເລື່ອງນີ້ໃຫ້ພະນັກງານ, ນັກຮົບຟັງ,  ໃຜກໍ່ມີຄວາມສະເທືອນໃຈຕໍ່ການກະທໍາທີ່ເຕັມໄປດ້ວຍອາລົມຈິດຂອງພວກອ້າຍຢູ່ຄ້າຍທະຫານຊາຍແດນບາລິນ. ສຳລັບຂ້າພະເຈົ້າແລ້ວ ແມ່ນຈະເກັບໄວ້ໃນໃຈຕະຫຼອດໄປ ເພື່ອເລົ່າໃຫ້ລູກຫຼານຟັງໃນອະນາຄົດ.

ມີຕື່ມອີກເທື່ອໜຶ່ງແມ່ນການໄປປະຕິບັດງານຢູ່ຄ້າຍທະຫານຊາຍແດນຕາມແທງ, ຂ້າພະເຈົ້າໄດ້ພົບກັບຮ້ອຍເອກ ສຸລີໄຍ, ຫົວໜ້າການເມືອງກອງຮ້ອຍ 322, ກອງບັນຊາການທະຫານແຂວງສະຫວັນນະເຂດ ພ້ອມດ້ວຍຄະນະປະຕິບັດງານຂອງກອງຮ້ອຍມາປຶກສາຫາລື ແລະຕົກລົງເຫັນດີຕໍ່ແຜນການລາດຕະເວນສອງຝ່າຍ. ເຖິງວ່າຕອນຊາຍແດນເຊິ່ງ 2 ກົມກອງຄຸ້ມຄອງມີລວງຍາວພຽງແຕ່ 31,129 ກິໂລແມັດ ກໍ່ຕາມ, ແຕ່ຕົ້ນຕໍແມ່ນຢູ່ແມ່ນໍ້າເຊໂປນ ດັ່ງນັ້ນການລາດຕະເວນຈຶ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເປັນຕົ້ນແມ່ນເຂົ້າລະດູຝົນ, ພະຍຸ. ຜ່ານນາຍແປພາສາ, ຮ້ອຍເອກ ສຸລີໄຍ ແບ່ງປັນວ່າ: “ນອກຈາກວຽກງານສົມທົບກັນລາດຕະເວນສອງຝ່າຍແລ້ວ, ລະຫວ່າງສອງກົມກອງຍັງໄດ້ຈັດຕັ້ງການເຄື່ອນໄຫວຊ່ວຍເຫຼືອເຊິ່ງກັນ ແລະກັນ ທີ່ມີຄວາມໝາຍຫຼາຍຢ່າງຕື່ມອີກຄື: ການແຂ່ງຂັນກິລາບານສົ່ງ, ໜູນຊ່ວຍດ້ານວັດຖຸສິ່ງຂອງເມື່ອປະສົບກັບຄວາມຫຍຸ້ງຍາກ”.

ສຳລັບກອງຮ້ອຍ 321 ກໍ່ຄືກັນ, ຄວາມສະໜິດຕິດແໜ້ນລະຫວ່າງຄ້າຍທະຫານຊາຍແດນຖ້ວນ, ດ່ານຊາຍແດນສາກົນລາວບ໋າວ, ເຮື໊ອງຟຸ່ງ, ເຮື໊ອງເລີ້ບ ກັບກອງຮ້ອຍ 321, ກອງບັນຊາການທະຫານແຂວງສະຫວັນນະເຂດ ຍາມໃດກໍ່ໄດ້ເພີ່ມພູນຄູນສ້າງໃຫ້ມີຄວາມຍືນຍົງໄປຕາມການເວລາ. ທ່ານພັນໂທ ຫງວຽນກວາງຕວ໊ນ, ຫົວໜ້າຄ້າຍທະຫານຊາຍແດນເຮື໊ອງເລີ້ບ ໄດ້ກ່າວວ່າ: “ສາຍພົວພັນທັງວຽກງານ ແລະຄວາມຮັກແພງລະຫວ່າງສອງກົມກອງໄດ້ເກີນຂອບເຂດທາງພິທີການພົວພັນຕ່າງປະເທດແລ້ວ, ບໍ່ເຄີຍເຫັນມາກ່ອນໃນການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງຊາຍແດນແຕ່ສອງກົມກອງພັດມີຄວາມແຕກຕ່າງກັນກ່ຽວກັບທັດສະນະ ຫຼື ຂາດຄວາມເຫັນດີເປັນເອກະພາບກ່ຽວກັບມາດຕະການ”.

ສາມາດຢັ້ງຢືນໄດ້ວ່າ, ດ້ວຍລວງຍາວ 179,628 ກິໂລແມັດ ເສັ້ນທາງຊາຍແດນຈະເກີດບັນຫາທີ່ສັບສົນຫຼາຍຢ່າງ, ຊ້ຳບໍ່ໜຳຈະກາຍເປັນຈຸດເຄັ່ງຮ້ອນ, ຖ້າວ່າມູູນເຊື້ອລະຫວ່າງສອງຊາດບໍ່ມີຄວາມສາມັກຄີມິດຕະພາບ ຫຼື ກໍາລັງຄຸ້ມຄອງ, ປົກປັກຮັກສາຂອງສອງປະເທດ, ຂາດຈິດໃຈສາມັກຄີ, ແບ່ງປັນ, ອາລົມຈິດ, ຄວາມເອົາໃຈໃສ່, ສາຍພົວພັນທີ່ສະໜິດຕິດແໜ້ນທີ່ເຕັມໄປດ້ວຍນໍ້າໃຈສັດຊື່ບໍລິສຸດ. ແຕ່ວ່າຂ້າພະເຈົ້າ ແລະຫຼາຍຄົນມີຄວາມເຊື່ອໝັ້ນວ່າ ສິ່ງນັ້ນຍາກທີ່ຈະເກີດຂຶ້ນໄດ້ຢູ່ຕອນຊາຍແດນລະຫວ່າງແຂວງກວ໋າງຈິ ແລະສະຫວັນນະເຂດ ຍ້ອນວ່າກໍາລັງປ້ອງກັນຊາຍແດນແຫ່ງນີ້ລ້ວນແຕ່ນັບຖືກັນຄືອ້າຍນ້ອງເຮືອນດຽວ, ມີຄວາມກົມກຽວໃນມູນເຊື້ອສາມັກຄີມິດຕະພາບແບບພິເສດລະຫວ່າງສອງຊາດ, ສອງປະເທດລາວ-ຫວຽດນາມ ເພື່ອໃຫ້ທຸກເສັ້ນທາງລາດຕະເວນຊາຍແດນລ້ວນແຕ່ໄດ້ເອີ້ນດ້ວຍຊື່ທີ່ສະໜິດສະໜົມວ່າ: “ບັນດາເສັ້ນທາງລາດຕະເວນສາມັກຄີ”.

ໂດຍ: ໄຊນີດາ