ທີ່ການພົບປະເຈລະຈາ, ທ່ານນາງ ຫງວຽນທິນືອີ ຮອງປະທານຜູ້ປະຈໍາການສະພາປະຊາຊົນແຂວງຮ່າຕິງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການດ້ານເສດຖະກິດ-ສັງຄົມຂອງແຂວງຮ່າຕິງ. ຕາມນັ້ນແລ້ວ, ຮ່າຕິງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ, ບັນລຸໄດ້ບັນດາໝາກຜົນຕັ້ງໜ້າກ່ຽວກັບເສດຖະກິດ-ສັງຄົມ, ປະຕິບັດສໍາເລັດບັນດາໜ້າທີ່ຕາມແຜນການທີ່ໄດ້ວາງອອກ.

leftcenterrightdel
ສະພາປະຊາຊົນແຂວງຮ່າຕິງ ຈັດຕັ້ງການພົບປະເຈລະຈາແລກປ່ຽນບົດຮຽນການເຄື່ອນໄຫວກັບຄະນະຜູ້ແທນສະພາປະຊາຊົນແຂວງບໍລິຄໍາໄຊ, ສປປ ລາວ. ພາບ: baohatinh.vn.

ກ່າວຄໍາເຫັນທີ່ການພົບປະເຈລະຈາ, ທ່ານ ສຸວັນນີ ໄຊຊະນະ ໄດ້ສະແດງຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງສະພາປະຊາຊົນແຂວງຮ່າຕິງ, ພ້ອມທັງສະຫຼຸບໂດຍສັງເຂບໝາກຜົນທີ່ພົ້ນເດັ່ນກ່ຽວກັບສະພາບການດ້ານເສດຖະກິດ-ສັງຄົມຂອງແຂວງ, ໂຄງຮ່າງການຈັດຕັ້ງ, ການເຄື່ອນໄຫວຂອງສະພາປະຊາຊົນແຂວງບໍລິຄໍາໄຊ ໃນໄລຍະຜ່ານມາ.

leftcenterrightdel
ຄະນະຜູ້ແທນສະພາປະຊາຊົນແຂວງບໍລິຄໍາໄຊ. ພາບ: baohatinh.vn.

ທ່ານ ສຸວັນນີ ໄຊຊະນະ ກໍ່ໃຫ້ຮູ້ວ່າ, ທີ່ກອງປະຊຸມປະຈໍາປີ ຄັ້ງທີ 7, ສະໄໝທີ 1 ສະພາປະຊາຊົນແຂວງບໍລິຄໍາໄຊ ຜ່ານມາ, ຍ້ອນບັນດາຜູ້ແທນຍັງບໍ່ທັນມີບົດຮຽນໃນການຜັນຂະຫຍາຍບັນດາໜ້າທີ່, ເພາະສະນັ້ນບັນດາບັນຫາຈຶ່ງຍັງບໍ່ທັນໄດ້ປະຕິບັດຢ່າງຄົບຖ້ວນເທື່ອ. ການພົບປະເຈລະຈາຄັ້ງນີ້ແມ່ນໂອກາດເພື່ອໃຫ້ແຂວງບໍລິຄໍາໄຊ ໄດ້ມີບັນດາບົດຮຽນ, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນໃນການປົກປັກຮັກສາສິດຜົນປະໂຫຍດຂອງປະຊາຊົນ.

ທີ່ການພົບປະເຈລະຈາ, ຜູ້ແທນສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບການສົມທົບກັນລະຫວ່າງສະມາຊິກສະພາປະຊາຊົນແຂວງກັບສະມາຊິກສະພາແຫ່ງຊາດໃນການປະຕິບັດພາລະບົດບາດ, ໜ້າທີ່, ສິດອຳນາດຢູ່ເຂດໄດ້ຮັບການເລືອກຕັ້ງ; ບົດຮຽນໃນບັນດາຂັ້ນຕອນກໍ່ສ້າງ, ດັດປັບ, ປຶກສາຫາລື ແລະປະກາດໃຊ້ມະຕິຂອງສະພາປະຊາຊົນແຂວງ; ບັນດາຄວາມສະດວກ, ຫຍຸ້ງຍາກໃນການໂຮມຫ້ອງວ່າການຄະນະສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນ ແລະຄະນະກໍາມະການປະຊາຊົນແຂວງເຂົ້າກັນ...

ໂດຍ: ເກື່ອງດັ້ງ