ກອງທັບ ແລະປະຊາຊົນຢູ່ສອງຟາກຊາຍແດນໄດ້ກັບຄືນສູ່ໜ້າທີ່, ວຽກງານ,  ການດໍາລົງຊີວິດປະຈໍາວັນ. ສິ່ງທີ່ເຂົາເຈົ້າແຕ່ລະຄົນຈົດຈຳໄວ້ນັ້ນແມ່ນຄວາມເຊື່ອໝັ້ນຕໍ່ການພັດທະນາຂອງນໍ້າໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ-ລາວ.

ລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ລາວ ປີ 2019 ມີການເຄື່ອນໄຫວຫຼາຍຢ່າງທີ່ແທດຈິງ ຄື: ການກວດ, ໃຫ້ຄຳປຶກສາ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ພະນັກງານ, ປະຊາຊົນບ້ານແດນສະຫວັນ (ລາວ) ແລະບ້ານກາຕັງ (ຫວຽດນາມ) ເກືອບ 1.000 ຄົນ; ມອບຂອງຂວັນ 100 ພູດໃຫ້ບັນດາຄອບຄົວທຸກຍາກ ແລະມອບທຶນການສຶກສາ 30  ພູດໃຫ້ບັນດານັກຮຽນທຸກຍາກແຕ່ຮຽນເກັ່ງຢູ່ບັນດາເມືອງຕິດກັບຊາຍແດນສອງປະເທດ...

leftcenterrightdel
ທ່ານພັນເອກພິເສດ ຟ້າມຊວນຢ້ຽວ ຮອງຫົວໜ້າເສນາທິການທະຫານຊາຍແດນມອບດອກໄມ້ຕ້ອນຮັບຄະນະຜູ້ແທນກົມທະຫານຊາຍແດນລາວ ຢູ່ດ່ານຊາຍແດນສາກົນລາວບ໊າວ. ພາບ: ຫວຽດລາມ.

ການເຄື່ອນໄຫວທັງໝົດລ້ວນແຕ່ໃກ້ຊິດຕິດແທດກັບສະພາບຕົວຈິງ, ມີຄວາມໝາຍມະນຸດສະທຳ, ລະດົມວິວັດການຜັນຂະຫຍາຍໜ້າທີ່, ພັດທະນາເສດຖະກິດ, ສັງຄົມຂອງກອງທັບ ແລະປະຊາຊົນຢູ່ສອງຟາກຊາຍແດນຢ່າງເລິກເຊິ່ງ. ພາກສ່ວນເຂົ້າຮ່ວມບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມີຫຼາຍຮູບຫຼາຍແບບ, ມີຕາງໜ້າການນໍາອໍານາດການປົກຄອງທ້ອງຖິ່ນ, ພະນັກງານ, ນັກຮົບບັນດາກົມກອງປະກອບອາວຸດ ແລະປະຊາຊົນ. ທຸກຄົນລ້ວນແຕ່ມານະພະຍາຍາມ, ປະກອບສ່ວນເພື່ອໃຫ້ລາຍການສໍາເລັດຜົນ. ໃນຖານະຕຳແໜ່ງ ແລະບົດບາດທີ່ແຕກຕ່າງກັນແຕ່ທຸກໆຄົນລ້ວນແຕ່ມີຄວາມຮັບຮູ້ລວມຕໍ່ຄວາມຈິງໃຈ, ຄວາມໃກ້ຊິດ, ຄວາມສາມັກຄີ, ມິດຕະພາບຂອງບັນດາເພື່ອນມິດ, ອ້າຍນ້ອງບ້ານໃກ້ເຮືອນຄຽງທີ່ດໍາລົງຊີວິດຢູ່ເຂດຊາຍແດນສອງປະເທດຫວຽດນາມ-ລາວ.

ເຂົ້າຮ່ວມລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ລາວ ມີບັນດາແຂກຖືກເຊີນຜູ້ທີ່ມີກຽດ, ຄື: ຄູອາຈານ ແລະນັກຮຽນຂອງໂຮງຮຽນແຫ່ງໜຶ່ງໃນບໍລິເວນເມືອງສາມວຍ, ແຂວງສາລະວັນ (ລາວ). ບໍພຽງແຕ່ໄດ້ຊົມບັນດາລາຍການສິລະປະ, ເຂົ້າຮ່ວມບັນດາການເຄື່ອນໄຫວລວມເທົ່ານັ້ນ, ພວກນ້ອງນັກຮຽນຍັງໄດ້ຮັບທຶນການສຶກສາຈາກທ່ານພົນຈັດຕະວາ ຫງວຽນຮ່ວາຍເຟືອງ ຮອງຜູ້ບັນຊາການທະຫານຊາຍແດນອີກດ້ວຍ.

ອ້າຍ ທັບວູງ ປອດປອຍ ນັກວິຊາການຫ້ອງການສຶກສາເມືອງສາມວຍ ຢັ້ງຢືນວ່າ: “ຂະແໜງການສຶກສາເມືອງສາມວຍ ແລະດັກຣົງ (ແຂວງກວ້າງຈີ້) ກໍ່ມີລາຍການແຮກສ່ຽວນຳກັນ. ແຕ່ລະປີ, ໃນໂອກາດງານບຸນຕ່າງໆ, ສອງຝ່າຍກໍ່ຈັດຕັ້ງການຢ້ຽມຢາມຖາມຂ່າວ, ພົບປະແລກປ່ຽນ, ອວຍພອນນຳກັນ. ພື້ນຖານການສຶກສາຂອງສອງປະເທດກໍ່ມີບັນດາຈຸຸດທີ່ຄ້າຍຄືກັນ, ແຕ່ຝ່າຍຫວຽດນາມ ກໍ່ໄດ້ໜູນຊ່ວຍ, ຊ່ວຍເຫຼືອພວກຂ້າພະເຈົ້າຍິ່ງຫຼາຍທີ່ສຸດໃນວິວັດການປະຕິບັດໜ້າທີ່. ນັກຮຽນຫຼາຍຄົນຂອງພວກຂ້າພະເຈົ້າໄດ້ຮັບທຶນສຶກສາປະຈຳເດືອນຈາກທະຫານຊາຍແດນຫວຽດນາມ ແລະປະຈຸບັນພວກນ້ອງກໍາລັງມານະພະຍາຍາມບືນຕົວຂຶ້ນເພື່ອໃຫ້ການຮໍ່າຮຽນໄດ້ຮັບຜົນດີ”.

ໂດຍ: ຈາງຫງວຽນ