ລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ລາວ ປີ 2019 ໂດຍກອງບັນຊາການທະຫານຊາຍແດນຫວຽດນາມ ສົມທົບກັບຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງກວ໋າງຈິ ຊີ້ນໍາກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ຜັນຂະຫຍາຍການປະຕິບັດ. ລາຍການໄດ້ດໍາເນີນຫຼາຍກິດຈະກໍາຢູ່ບັນດາບໍລິເວນແຕກຕ່າງກັນຢູ່ສອງງປະເທດຫວຽດນາມ ແລະລາວ. ຈຸດສຸມຂອງລາຍການພົບປະແລກປ່ຽນໄດ້ດໍາເນີນໃນລະຫວ່າງວັນທີ 29-30 ກໍລະກົດ, ທີ່ເທດສະບານເມືອງລາວບ໋າວ, ເມືອງເຣື໊ອງຮວ໊າ, ແຂວງກວ໋າງຈິ ດ້ວຍບັນດາກິດຈະກໍາໂອ້ລົມສົນທະນາລະຫວ່າງບັນດາກໍາລັງປ້ອງກັນຊາຍແດນດ້ວຍຫົວຂໍ້ “ຮ່ວມແມ່ນໍ້າເຊໂປນ”; ເຄົາລົບຫຼັກໝາຍຊາຍແດນ, ການລາດຕະເວນຊາຍແດນຮ່ວມ; ກອງປະຊຸມປະເມີນຜົນ 15 ປີແຫ່ງວັນເຊັນບົດບັນທຶກແຮກສ່ຽວລະຫວ່າງບ້ານ-ບ້ານຢູ່ສອງຟາກຊາຍແດນ.
|
|
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາວບ໋າວ ແລະກອງຮ້ອຍທະຫານຊາຍແດນ 321 ລາດຕະເວນສອງຝ່າຍ. ພາບ: bienphong.com.vn. |
ຕອນຄໍ່າວັນທີ 29 ກໍລະກົດ, ລາຍການພົບປະແລກປ່ຽນ “ຮ່ວມແມ່ນໍ້າເຊໂປນ” ໄດ້ຈັດຂຶ້ນຢ່າງສົມກຽດ. ຜ່ານລາຍການສະແດງສິລະປະ, ສາລະຄະດີ ແລະການພົບປະແລກປ່ຽນ, ການໂອ້ລົມສົນທະນາຂອງບັນດາບຸກຄົນສັງກັດກໍາລັງປະກອບອາວຸດ, ອໍານາດການປົກຄອງແຂວງກວ໋າງຈິ (ຫວຽດນາມ), ແຂວງສາລະວັນ ແລະແຂວງສະຫວັນນະເຂດ (ລາວ) ໄດ້ເຮັດໃຫ້ຜູ້ຊົມມີຄວາມເຂົ້າໃຈກວ່າກ່ຽວກັບສະພາບການ, ວິວັດການພັດທະນາຂອງເຂດຊາຍແດນສອງຝ່າຍ.
ພິເສດ, ຜ່ານບັນດາເລື່ອງລາວທີ່ລະອຽດ, ຕົວຈິງ ເຊິ່ງແຂກຖືກເຊີນຫຼາຍທ່ານເຕື້ອງເຖິງໄດ້ຍົກໃຫ້ເຫັນນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນ, ມິດຕະພາບແບບພິເສດຂອງພະນັກງານ, ນັກຮົບ, ປະຊາຊົນຫວຽດນາມ-ລາວ ຜ່ານໄລຍະຕໍ່ສູ້ປົດປ່ອຍປະເທດຊາດ; ເຮັດແຈ້ງບົດບາດຂອງພະນັກງານ, ນັກຮົບກົມກອງປະກອບອາວຸດສອງຝ່າຍໃນການຮ່ວມແຮງຮ່ວມໃຈໜູນຊ່ວຍປະຊາຊົນພັດທະນາເສດຖະກິດ-ສັງຄົມຍົກສູງຊີວິດການເປັນຢູ່ໃນທຸກໆດ້ານ. ພ້ອມກັນນັ້ນ, ຍົກອອກບັນດາບົດຮຽນ, ວິທີເຮັດທີ່ດີຂອງແຕ່ລະຝ່າຍໃນການລະດົມກໍາລັງແຮງຂອງປະຊາຊົນເຂົ້າໃນການປົກປັກຮັກສາເສັ້ນຊາຍແດນ.
ສິ້ນສຸດລາຍການພົບປະແລກປ່ຽນ “ຮ່ວມແມ່ນໍ້າເຊໂປນ”, ການນໍາກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ມອບທຶນສຶກສາໃນລາຍການ “ຊ່ວຍນ້ອງໄປໂຮງຮຽນ” 30 ທຶນໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງ ແລະມອບງົວພັນ 30 ໂຕທີ່ມີມູນຄ່າເກືອບ 500 ລ້ານດົ່ງໃຫ້ບັນດາຄອບຄົວທຸກຍາກຢູ່ແຂວງກວ໋າງຈິ, ແຂວງສາລະວັນ, ແຂວງສະຫວັນນະເຂດ.
ພາຍຫຼັງງານພົບປະແລກປ່ຽນ “ຮ່ວມແມ່ນໍ້າເຊໂປນ”, ຕອນເຊົ້າວັນທີ 30 ກໍລະກົດ, ຜູ້ແທນສອງຝ່າຍສືບຕໍ່ໄດ້ຕິດຕາມພິທີເຄົາລົບຫຼັກໝາຍຊາຍແດນ ແລະການລາດຕະເວນສອງຝ່າຍໂດຍພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ແລະກອງບັນຊາການທະຫານແຂວງສະຫວັນນະເຂດ ປະຕິບັດ. ຜ່ານນັ້ນ, ຜູ້ແທນສອງຝ່າຍມີຄວາມເຂົ້າໃຈກວ່າກ່ຽວກັບນໍ້າໃຈສາມັກຄີຂອງບັນດາກົມກອງປ້ອງກັນຊາຍແດນສອງປະເທດໃນວິວັດການປະຕິບັດໜ້າທີ່ເປັນປະຈໍາ. ການກະທໍາຂອງພະນັກງານ, ນັກຮົບກົມກອງແມ່ນການຢືນຢັນເຖິງຄວາມຕັດສິນໃຈພ້ອມແລ້ວທີ່ຈະປາບປາມອາດຊະຍາກຳປະເພດຕ່າງໆ, ຄຽງບ່າຄຽງໄຫຼ່ພ້ອມກັບປະຊາຊົນສອງປະເທດ, ສ້າງເສັ້ນຊາຍແດນລວມແຫ່ງສັນຕິພາບ, ມິດຕະພາບແບບພິເສດ, ເປັນແບບຢ່າງ.
ໃນວັນດຽວກັນ, ຜູ້ແທນສອງປະເທດຫວຽດນາມ-ລາວ ໄດ້ເຂົ້າຮ່ວມການປູກຕົ້ນໄມ້ມິດຕະພາບຢູ່ເຂດດ່ານສາກົນລາວບ໋າວ, ເຂົ້າຮ່ວມກອງປະຊຸມປະເມີນຜົນ 15 ປີແຫ່ງວັນເຊັນບົດບັນທຶກການແຮກສ່ຽວລະຫວ່າງບ້ານ-ບ້ານຢູ່ສອງຟາກຊາຍແດນ.
ໂດຍ: ທະນາພອນ