ນີ້ແມ່ນບັນດາຈຸດທີ່ເປັນເອກະລັກເຊິ່ງຫາກໍ່ໄດ້ປະກາດໃນວັນທີ 19 ກໍລະກົດ ທີ່ງານວາງສະແດງ “ປະທານສຸພານຸວົງ - ເພື່ອນມິດທີ່ສະໜິດສະໜົມຂອງປະຊາຊົນຫວຽດນາມ”. ງານວາງສະແດງນອນໃນຂອບເຂດການຮ່ວມມືລະຫວ່າງຫໍພິພິທະພັນ ໂຮ່ຈີມິນ ແລະຫໍໍພິພິທະພັນ ໄກສອນ ພົມວິຫານ (ສປປ. ລາວ) ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 110 ປີ (13-07-1909 / 13-07-2019).

leftcenterrightdel
ປະທານໂຮ່ຈີມິນ (ເບື້ອງຂວາ) ແລະສະເດັດເຈົ້າ ສຸພານຸວົງ. ພາບເອກະສານ: ຫໍພິພິທະພັນໂຮ່ຈີມິນ.

ບັນດາກິດຈະການທີ່ສ້າງເປັນຂີດໝາຍຂອງປະທານ ສຸພານຸວົງ

ທ່ານ ຫງວຽນກ໊ວກຮືວ, ຫົວໜ້າຫ້ອງວາງສະແດງ, ຫໍພິພິທະພັນໂຮ່ຈີມິນ, ໃຫ້ຮູ້ວ່າ, ເຖິງວ່າເອກະສານກ່ຽວກັບປະທານ ສຸພານຸວົງ ຢູ່ຫໍພິພິທະພັນໂຮ່ຈີມິນ ອຸດົມສົມບຸນກໍ່ຕາມ, ແຕ່ວ່າເພື່ອໃຫ້ເໝາະສົມກັບຫົວຂໍ້ຂອງງານວາງສະແດງດັ່ງກ່າວ, ບັນດາພະນັກງານຢູ່ຫໍພິພິທະພັນໂຮ່ຈີມິນ ໄດ້ຊອກຫາ, ເອົາເອກະສານອື່ນຕື່ມອີກ, ໃນນັ້ນ, ພິເສດແມ່ນໄດ້ເອົາໃຈໃສ່ເຖິງໄລຍະເວລາທີ່ປະທານ ສຸພານຸວົງ ເຮັດວຽກຢູ່ພະແນກໂຍທາທິການພາກກາງ (ນະຄອນຍາຈາງ- ແຂວງແຄ໊ງຮວ່າ).

ທ່ານ ຫງວຽນກ໊ວກຮືວ ເວົ້າຕື່ມອີກວ່າ, “ຜ່ານການຄົ້ນຄວ້າ, ພວກຂ້າພະເຈົ້າໄດ້ຮູ້ບາງກິດຈະການຄົມມະນາຄົມ, ຊົນລະປະທານໂດຍປະທານ ສຸພານຸວົງ ໄດ້ອອກແບບ ແລະຮັບຜິດຊອບການກໍ່ສ້າງເຊິ່ງໄດ້ສ້າງເປັນຂີດໝາຍມິດຕະພາບພິເສດທີ່ສຸດລະຫວ່າງຫວຽດນາມ ແລະລາວ...”.

ໃນວິວັດການຊອກຮູ້ກ່ຽວກັບບັນດາກິດຈະການຊົນລະປະທານໂດຍປະທານ ສຸພານຸວົງ ໄດ້ອອກແບບນັ້ນ, ນອກຈາກກິດຈະການທີ່ມີຊື່ສຽງຄືອ່າງ ບ໊າຍເຖື້ຶອງ ຢູ່ແຂວງແທັງຮວ໊າ, ອ່າງຊົນລະປະທານຢູ່ໂດເລືອງ, ແຂວງເງະອານ ແລ້ວ, ຍັງມີຂົວພິເສດອີກຈໍານວນໜຶ່ງຄືຂົວຂ້າມເຂື່ອນໄຟຟ້ານໍ້າຕົກ Sêrêpốk ຢູ່ ໄຕງວຽນ ຫຼື ຂົວ ຣ່ອນ ຂ້າມແມ່ນໍ້າລວານ ຢູ່ແຂວງກວ໋າງບີ່ງ ອີກດ້ວຍ.

leftcenterrightdel
ຮູບພາບກ່ຽວກັບຂົວ ຣ່ອນ ຂ້າມແມ່ນໍ້າລວານຢູ່ ແຂວງກວ໋າງບີ່ງ ແມ່ນຫາຍາກທີ່ສຸດ - ເຊິ່ງແມ່ນໜຶ່ງໃນບັນດາກິດຈະການທີ່ສ້າງເປັນຂີດໝາຍຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ. ພາບເອກະສານ: ຫໍພິພິທະພັນໂຮ່ຈີມິນ.

ການວິວາທີ່ຜາສຸກກັບນາງສາວຊາວຫວຽດນາມ

ນີ້ແມ່ນຈຸດພິເສດໜຶ່ງອີກໃນຄວາມຮັກແພງຢ່າງເລິກເຊິ່ງ ແລະສະໜິດສະໜົມຂອງປະທານ ສຸພານຸວົງ ກັບ ຫວຽດນາມ, ນັ້ນແມ່ນທ່ານໄດ້ແຕ່ງງານກັບນາງສາວຊາວຫວຽດນາມ ຄົນໜຶ່ງ. ປີ 1937, ພາຍຫຼັງສິ້ນສຸດການຮໍ່າຮຽນຢູ່ຝະລັ່ງ, ສະເດັດເຈົ້າ ສຸພານຸວົງ ໄດ້ຮັບການແຕ່ງຕັ້ງຈາກຜູ້ມີອຳນາດເຕັມແຫ່ງອິນດູຈີນ ໃຫ້ໄປເປັນລັດຖະກອນພະແນກໂຍທາທິການ ອານນາມ ທາງພາກກາງ ຢູ່ ຍາຈາງ.

ເມື່ອມາຮອດ ຍາຈາງ, ເພິ່ນໄດ້ເຂົ້າໄປພັກຢູ່ໂຮງແຮມ Bon Air, ສະເດັດເຈົ້າ ສຸພານຸວົງ ໄດ້ພົບກັບນາງສາວຄົນໜຶ່ງນຸ່ງຊຸດເສື້ອສີບົວ, ເຊິ່ງຫຼັງຈາກນີ້ທ່ານຈຶ່ງໄດ້ຮູ້ວ່ານາງສາວຄົນນັ້ນແມ່ນ ກີ່ນາມ - ລູກຮັກຂອງເຈົ້າຂອງໂຮງແຮມ ແລະກໍ່ແມ່ນນາງງາມທີ່ມີຊື່ສຽງຂອງພາກກາງ.

leftcenterrightdel
ພາບທ່ານນາງ ກີ່ນາມ ແລະພວກລູກໆຖ່າຍຮູບກັບລຸງໂຮ່, ປີ 1960. ພາບເອກະສານ: ຫໍພິພິທະພັນໂຮ່ຈີມິນ.

ເຖິງວ່າໃນຕອນນັ້ນ, ທ່ານນາງ ກີ່ນາມ ບໍ່ຮູ້ວ່າ ສະເດັດເຈົ້າ ສຸພານຸວົງ ແມ່ນໃຜ, ແຕ່ວ່າ ນາງ ຍັງມີຄວາມຮັກກັບສະເດັດເຈົ້າ ສຸພານຸວົງ ແລະສະເດັດເຈົ້າ ສຸພານຸວົງ ກໍ່ຍອມຮັບວ່າ “ຂ້າພະເຈົ້າຫຼົງສະເໜຄວາມສວຍງາມຂອງນາງ ກີ່ນາມ ແລ້ວ”. ພາຍຫຼັງ 6 ເດືອນທີ່ພົບກັນເປັນເທື່ອທໍາອິດ, ທັງສອງຄົນໄດ້ແຕ່ງງານກັນ. ເພື່ອເປັນຂີດໝາຍຂອງການວິວາທີ່ຜາສຸກນີ້, ສະເດັດເຈົ້າ ສຸພານຸວົງ ໄດ້ຕັ້ງຊື່ ວຽງຄໍາ ສຸພານຸວົງ ໃຫ້້ນາງ ກີ່ນາມ - ໝາຍຄວາມວ່າແມ່ນກໍາແພງຄຳທີ່ລໍ້າຄ່າທີ່ສຸດຂອງວົງຕະກຸນ ສຸພາ.

ເຂົ້າຮ່ວມງານວາງສະແດງດັ່ງກ່າວ, ທ່ານ ວຽງໄຊ ດາລາແສນ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຖືວ່າ, ການວິວາທີ່ຜາສຸກພິເສດລະຫວ່າງ ສະເດັດເຈົ້າ ສຸພານຸວົງ ແລະທ່ານນາງ ກີ່ນາມ ໄດ້ປະກອບສ່ວນກະຕຸກຊຸກຍູ້ປະທານ ສຸພານຸວົງ ມານະພະຍາຍາມເຂົ້າຮ່ວມການສ້າງພື້ນຖານ ແລະເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ-ລາວ ຢ່າງໃຫຍ່ຫຼວງ.

ໂດຍ: ໄຊນີດາ