ຈາກສະພາບຕົວຈິງຢູ່ເຂດຊາຍແດນ, ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງກວ໋າງຈິ ໄດ້ມອບໃຫ້ທະຫານຊາຍແດນແຂວງກວ໋າງຈິ ຄົ້ນຄວ້າສະເໜີຮູບການ, ມາດຕະການ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນວຽກງານປົກປັກຮັກສາຊາຍແດນ ແລະເພີ່ມທະວີວຽກງານພົວພັນກັບຕ່າງປະເທດໃນສະພາບການໃໝ່. ໃນວັນທີ 2 ສິງຫາ 2005, ຄະນະປະຈໍາຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງກວ໋າງຈິ ໄດ້ອະນຸມັດຜ່ານແຜນຮ່າງ “ຂະບວນມະຫາຊົນເຂົ້າຮ່ວມການຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍບ້ານຢູ່ເຂດຊາຍແດນເອງ” ແລະຫົວຂໍ້ວິທະຍາສາດ “ກໍ່ສ້າງ ແລະຂະຫຍາຍການແຮກສ່ຽວຊຸມຊົນ, ພັດທະນາແບບຍືນຍົງທີ່ບັນດາບ້ານຢູ່ສອງຟາກຊາຍແດນລະຫວ່າງແຂວງກວ໋າງຈິ, ຫວຽດນາມ ກັບສອງແຂວງສາລະວັນ ແລະສະຫວັນນະເຂດ, ລາວ”.

leftcenterrightdel
ກິດຈະກຳແຮກສ່ຽວດ້ວຍຕົ້ນໄມ້ 1.000 ກົກ ໂດຍຄ້າຍທະຫານຊາຍແດນເຮື໋ອງເລິ້ບ ມອບໃຫ້ແຂວງສະຫວັນນະເຂດ ໄດ້ຊ່ວຍໃຫ້ປະຊາຊົນລາວ ພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ພາບ: ຈູກຮ່າ.

ຈາກຮູບແບບແຮກສ່ຽວລະຫວ່າງບ້ານກາຕັງ, ເທດສະບານລາວບ໋າວ, ເມືອງເຮື໋ອງຮວ໋າ, ແຂວງກວ໋າງຈິ ແລະບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ມີຫຼາຍຄູ່ບ້ານສືບຕໍ່ໄດ້ຮັບການແຮກສ່ຽວ. ມາຮອດເດືອນ ກັນຍາ 2010, ມີ 23/23 ຄູ່ບ້ານຢູ່ຕິດກັບຊາຍແດນລະຫວ່າງແຂວງກວ໋າງຈິ ແລະສາລະວັນ, ສະຫວັນນະເຂດໄດ້ຈັດຕັ້ງການແຮກສ່ຽວ.

ການແຮກສ່ຽວບ້ານ-ບ້ານຢູ່ສອງຟາກຊາຍແດນໄດ້ສ້າງການຫັນປ່ຽນຢ່າງຕັ້ງໜ້າໃນຫຼາຍດ້ານ, ປະກອບສ່ວນປັບປຸງ, ພັດທະນາສາຍພົວພັນສາມັກຄີ, ສະໜິດຕິດພັນແບບພິເສດຫວຽດນາມ-ລາວ ແບບຍືນຍົງ. ນັ້ນແມ່ນການປ່ຽນແປງທີ່ສໍາຄັນໃນຄວາມຮັບຮູ້ຂອງທຸກຂັ້ນ, ບັນດາຂະແໜງການ ແລະປະຊາຊົນສອງຟາກຊາຍແດນກ່ຽວກັບອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ, ຈາກນັ້ນເສີມຂະຫຍາຍກໍາລັງແຮງມະຫາຊົນໃນການກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື, ພ້ອມກັນພັດທະນາ. ພິເສດ, ຮູບແບບແຮກສ່ຽວບ້ານ-ບ້ານຢູ່ສອງຟາກຊາຍແດນແມ່ນຮູບການໃໝ່ກ່ຽວກັບການລະດົມປະຊາຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜຶນແຜ່ນດິນ, ຮັກສາຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ.

ແຕ່ລະປີ, ແຂວງກວ໋າງຈິ ນໍາໃຊ້ງົບປະມານຂອງທ້ອງຖິ່ນເພື່ອໜູນຊ່ວຍການກໍ່ສ້າງໂຮງຮຽນ, ສຸກສາລາ, ສະໜອງເບ້ຍໄມ້, ສັດລ້ຽງໃຫ້ສອງແຂວງສາລະວັນ, ສະຫວັນນະເຂດ. ທະຫານຊາຍແດນແຂວງກວ໋າງຈິ ກໍ່ປະຕິບັດສອງໂຄງການກໍ່ສ້າງໂຮງຮຽນຢູ່ເມືອງ ນອງ, ສະມ້ວຍ. ປະຊາຊົນສອງຟາກຊາຍແດນໄດ້ມີການເຄື່ອນໄຫວຊ່ວຍເຫຼືອກັນພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມຫຼາຍຢ່າງ, ລະອຽດຄືການແລກປ່ຽນບົດຮຽນຜະລິດ, ໜູນຊ່ວຍເບ້ຍໄມ້ແນວພັນ, ສັດລ້ຽງ, ນໍາໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການຜະລິດ, ສ້າງເງື່ອນໄຂສະດວກໃຫ້ການຜະລິດເປັນສິນຄ້າ, ສ້າງລາຍຮັບໃຫ້ປະຊາຊົນ. ຈາກການແຮກສ່ຽວ, ປະຊາຊົນສອງຟາກຊາຍແດນຍາມໃດກໍ່ພ້ອມແລ້ວທີ່ຈະຊ່ວຍເຫຼືອກັນເມື່ອປະສົບກັບຄວາມທຸກຍາກ, ໄພທໍາມະຊາດ, ໂລກລະບາດ...

ຍ້ອນຮາກຖານການແພດຢູ່ບັນດາກຸ່ມບ້ານຂອງລາວ ຍັງຈໍາກັດຢູ່, ສະນັ້ນປະຊາຊົນຢູ່ບັນດາແຂວງຕິດກັບຊາຍແດນຂອງລາວ ກໍ່ໄດ້ຮັບເງື່ອນໄຂສະດວກໃນການໄປກວດ, ປິ່ນປົວພະຍາດຢູ່ບັນດາຮາກຖານການແພດແຂວງກວ໋າງຈິ ແລະສຸກສາລາສົມທົບກັນລະຫວ່າງທະຫານ ແລະປະຊາຊົນຂອງທະຫານຊາຍແດນແຂວງ ກວ໋າງຈິ.

ທ່ານພັນເອກ ຫງວຽນຊວນຕ໋ວານ, ຫົວໜ້າການເມືອງທະຫານຊາຍແດນແຂວງກວ໋າງຈິ ຕີລາຄາວ່າ: ເລື່ອງຈັດຕັ້ງການແຮກສ່ຽວບ້ານ-ບ້ານຢູ່ສອງຟາກຊາຍແດນແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ສະແດງໃຫ້ເຫັນຄວາມເຫັນດີເປັນເອກະພາບຢ່າງສູງຂອງການນໍາແຂວງກວ໋າງຈິ, ສະຫວັນນະເຂດ ແລະສາລະວັນ, ສອດຄ່ອງກັບແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງມະຫາຊົນ.

ໝາກຜົນຂອງຂະບວນການນີ້ໄດ້ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງຢູ່ເຂດຊາຍແດນ, ເພີ່ມທະວີີສາຍພົວພັນສາມັກຄີລະຫວ່າງສອງປະເທດ, ປະຊາຊົນບັນດາເຜົ່າຢູ່ຕິດກັບຊາຍແດນ, ຮັບໃຊ້ຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ-ສັງຄົມ, ຍົກສູງລະດັບຄວາມຮູ້, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພ້ອມທັງເປັນເຈົ້າການສະກັດກັ້ນ, ຄົ້ນພົບ, ແກ້ໄຂໄດ້ເຫດການຕ່າງໆທີ່ເກີດຂຶ້ນຢູ່ເຂດຊາຍແດນ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ເປັນເສນາທິການໃຫ້ຂັ້ນເທິງ, ອໍານາດການປົກຄອງທ້ອງຖິ່ນມີບັນດາການເຄື່ອນໄຫວໜູນຊ່ວຍກວ່າອີກ ເພື່ອໃຫ້ການແຮກສ່ຽວບ້ານ-ບ້ານເຂົ້າສູ່ລວງເລິກ, ນຳເອົາປະສິດທິຜົນທີ່ແທດຈິງມາໃຫ້ປະຊາຊົນ, ປະກອບສ່ວນເຮັດໃຫ້ໂສມໜ້າຢູ່ເຂດຊາຍແດນມີການປ່ຽນແປງກວ່າອີກ.

ໂດຍ: ໄຊນີດາ