ກ່າວຄໍາເຫັນໄຂເວທີສົນທະນາ, ທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ຮູ້ວ່າ, ຈຸດປະສົງຂອງການຈັດຕັ້ງເວທີສົນທະນາຄັ້ງນີ້ແມ່ນເພື່ອໃຫ້ຊາວໜຸ່ມ, ຄົນຮຸ່ນໜຸ່ມຂອງລາວ ມີໂອກາດໄດ້ຊອກຮູ້ກ່ຽວກັບປະຫວັດ, ມູນເຊື້ອ ແລະແນວຄິດຊີ້ນໍາຂອງປະທານໂຮ່ຈີມິນ ຕໍ່ຄົນຮຸ່ນໜຸ່ມຂອງລາວ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມເວທີສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ອາລຸນໄຊ ສູນນະລາດ ເນັ້ນໜັກວ່າ, ປະທານໂຮ່ຈີມິນ ແມ່ນວິລະຊົນຂອງຄົນຮຸ່ນໜຸ່ມ, ວິລະຊົນຂອງປະຊາຊົນສອງຊາດ ລາວ-ຫວຽດນາມ. ປະທານໂຮ່ຈີມິນ ພ້ອມກັບປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງສ້າງພື້ນຖານໃຫ້ແກ່ສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ, ເຊິ່ງແມ່ນການພົວພັນທີ່ຫາຍາກໃນໂລກ.

ທີ່ເວທີສົນທະນາ, ທ່ານ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ໄດ້ເຂົ້າຮ່ວມການຕອບຄໍາຖາມ ແລະພ້ອມກັນແລກປ່ຽນຄວາມເຫັນເພື່ອໃຫ້ບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມລາວ ເຂົ້າໃຈຫຼາຍກວ່າອີກກ່ຽວກັບປະຫວັດ, ມູນເຊື້ອ ແລະແນວຄິດຊີ້ນໍາຂອງປະທານໂຮ່ຈີມິນ ແລະພິເສດແມ່ນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນສໍາເລັດຂອງການປະຕິວັດຫວຽດນາມ ແລະການປະຕິວັດລາວ.  

ໂດຍ: ໄຊຊະນະ

.