ບ້ານກາຕັງ ແລະບ້ານແດນສະຫວັນ ແມ່ນຄູ່ບ້ານທໍາອິດຢູ່ເຂດຊາຍແດນ ຫວຽດນາມ-ລາວ ໄດ້ແຮກສ່ຽວບ້ານ-ບ້ານຢູ່ສອງຟາກຊາຍແດນ. ພາຍຫຼັງ 15 ປີແຫ່ງການແຮກສ່ຽວ, ກາຍເປັນອ້າຍນ້ອງໃນຄອບຄົວດຽວກັນ, ສອງບ້ານໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອຊ່ວຍເຫຼືອເຊິ່ງກັນ ແລະກັນ ໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

leftcenterrightdel
ຜູ້ບັນຊາການຄ້າຍທະຫານຊາຍແດນດ່ານສາກົນລາວບ໋າວ ແລະອໍານາດການປົກຄອງບ້ານກາຕັງ ມອບເບ້ຍໄມ້ໃຫ້ປະຊາຊົນບ້ານແດນສະຫວັນ. ພາບ: ແມ້ງຮຸ່ງ.

ກ່ອນໜ້ານັ້ນ, ບ້ານກາຕັງ ໄດ້ມອບໃຫ້ບ້ານແດນສະຫວັນຈັກຕັດຫຍ້າ 7 ໜ່ວຍ, ມັນຕົ້ນ KM 94 ກວ່າ 32.000 ຕົ້ນ, ແນວສາລີ 1 ໂຕນ ແລະເບ້ຍໄມ້ປະເພດຕ່າງໆນັບສິບພັນເບ້ຍ... ຜ່ານນັ້ນ, ປະກອບສ່ວນຊ່ວຍປະຊາຊົນບ້ານແດນສະຫວັນຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາເສດຖະກິດ, ເຮັດໃຫ້ການດໍາລົງຊີວິດເປັນປົກກະຕິເທື່ອລະກ້າວ; ພ້ອມກັນນັ້ນປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈແບບພິເສດ, ຄວາມສະໜິດຕິດພັນລະຫວ່າງສອງຊາດຫວຽດນາມ-ລາວ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາ.

ໂດຍ: ທູຈາງ