ເພື່ອເຂົ້າໃຈແຈ້ງກວ່າກ່ຽວກັບລາຍການນີ້, ນັກຂ່າວໜັງສືພິມກົດໝາຍຫວຽດນາມ ໄດ້ມີການແລກປ່ຽນກັບສະຫາຍ ໂຮ່ກວາງຮຸຍ, ເລຂາຄະນະຊາວໜຸ່ມກະຊວງຍຸຕິທໍາຫວຽດນາມ.

ນັກຂ່າວ: ຂໍຮຽນສະຫາຍ, ສະຫາຍໃຫ້ຮູ້ກ່ຽວກັບຄວາມໝາຍຂອງການຈັດຕັ້ງເຫດການນີ້ໃນສະພາບການຮ່ວມມືລະຫວ່າງກະຊວງຍຸຕິທໍາສອງປະເທດນັບມື້ນັບໄດ້ຮັບການເພີ່ມທະວີ ແລະເປີດກວ້າງ?

ສະຫາຍ ໂຮ່ກວາງຮຸຍ: ຄະນະຊາວໜຸ່ມກະຊວງຍຸຕິທໍາຫວຽດນາມ ຈັດຕັ້ງລາຍການເຮັດວຽກ, ພົບປະແລກປ່ຽນລະຫວ່າງຄະນະຊາວໜຸ່ມກະຊວງຍຸຕິທໍາຫວຽດນາມ ແລະຄະນະຊາວໜຸ່ມກະຊວງຍຸຕິທໍາລາວ ໃນລະຫວ່າງວັນທີ 14-16 ມິຖຸນາ ຢູ່ແຂວງກວາງບິ່ງ. ນີ້ແມ່ນເຫດການທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບຈັດຕັ້ງເປັນຄັ້ງທໍາອິດ, ສະນັ້ນມີຄວາມໝາຍສໍາຄັນຫຼາຍຢ່າງ, ທັງເປັນການສືບທອດ, ພັດທະນາບັນດາໝາກຜົນໃນການຮ່ວມມືລະຫວ່າງກະຊວງຍຸຕິທໍາສອງປະເທດໃນໄລຍະຜ່ານມາ.

ລາຍການຈະແມ່ນເວທີປາໄສເພື່ອໃຫ້ຊາວໜຸ່ມກະຊວງ, ຂະແໜງຍຸຕິທໍາ ຫວຽດນາມ-ລາວ ແລກປ່ຽນ, ແບ່ງປັນບົດຮຽນ, ສະເໜີຂໍ້ລິເລີ່ມ, ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງພາລະກອນ, ລັດຖະກອນໜຸ່ມ, ອົງການຈັດຕັ້ງຊາວໜຸ່ມໃນການຜັນຂະຫຍາຍບັນດາໜ້າທີ່ການເມືອງ, ວິຊາສະເພາະຂອງກະຊວງ, ຂະແໜງຍຸຕິທໍາຫວຽດນາມ ແລະລາວ, ພ້ອມທັງແມ່ນກາລະໂອກາດເພື່ອຊຸກຍູ້ຈິດໃຈພົບປະແລກປ່ຽນມິດຕະພາບລະຫວ່າງຄົນຮຸ່ມໜຸ່ມກະຊວງຍຸຕິທໍາສອງປະເທດ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືໃນຂົງເຂດກົດໝາຍ ແລະຕຸລາການລະຫວ່າງກະຊວງຍຸຕິທໍາຫວຽດນາມ ແລະກະຊວງຍຸຕິທໍາລາວ ໃຫ້ນັບມື້ນັບຮັດແໜ້ນ, ຍືນຍົງ.

leftcenterrightdel
ສະຫາຍ ໂຮ່ກວາງຮຸຍ ເລຂາຄະນະຊາວໜຸ່ມກະຊວງຍຸຕິທໍາຫວຽດນາມ. ພາບ: baophapluat.vn.

ນັກຂ່າວ: ສະຫາຍສາມາດແບ່ງປັນລະອຽດກວ່າອີກກ່ຽວກັບບັນດາເນື້ອໃນການເຄື່ອນໄຫວໃນລາຍການພົບປະແລກປ່ຽນຄັ້ງນີ້ໄດ້ບໍ?

ສະຫາຍ ໂຮ່ກວາງຮຸຍ: ໃນເວລາ 3 ວັນດໍາເນີນເຫດການ, ຜູ້ແທນສອງປະເທດຈະພ້ອມກັນເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ແທດຈິງ. ຄຽງຂ້າງນັ້ນ, ເພື່ອຊ່ວຍໃຫ້ຊາວໜຸ່ມສອງກະຊວງຊອກຮູ້ຕື່ມກ່ຽວກັບປະຫວັດສາດ, ມູນເຊື້ອຕໍ່ສູ້ປະຕິວັດ, ຕອບບຸນແທນຄຸນຕໍ່ຮຸ່ນກ່ອນ, ພ້ອມກັນນັ້ນກໍາແໜ້ນການເຄື່ອນໄຫວຂອງຊາວໜຸ່ມທ້ອງຖິ່ນໃນພາລະກິດສ້າງສາ, ພັດທະນາບ້ານເກີດເມືອງນອນ, ປະເທດຊາດ, ພວກຂ້າພະເຈົ້າ ຈະຈັດຕັ້ງລາຍການຖະຫວາຍທູບທຽນຢູ່ເຂດສຸສານພົນເອກ ຫວໍຫງວຽນຢາບ ແລະໄປທັດສະນະສຶກສາຮູບແບບຊາວໜຸ່ມເຮັດເສດຖະກິດເກັ່ງໃນບໍລິເວນແຂວງກວາງບິ່ງ.

ນັກຂ່າວ: ຂໍຮຽນສະຫາຍ, ສະຫາຍໃຫ້ຮູ້ບັນດາເນື້ອໃນລະອຽດ, ຈຸດສຸມທີ່ຈະໄດ້ຍົກອອກມາເພື່ອແລກປ່ຽນ, ປຶກສາຫາລືທີ່ການພົບປະເຈລະຈາແລກປ່ຽນບົດຮຽນລະຫວ່າງຄະນະຊາວໜຸ່ມກະຊວງຍຸຕິທໍາສອງປະເທດ ຫວຽດນາມ-ລາວ ກ່ຽວກັບການເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງລັດຖະກອນ, ພາລະກອນໜຸ່ມ ແລະອົງການຈັດຕັ້ງຊາວໜຸ່ມໃນໄລຍະປັດຈຸບັນ?

ສະຫາຍ ໂຮ່ກວາງຮຸຍ: ຄາດຄະເນວ່າໃນວັນທີ 15 ມິຖຸນາ ຈະດໍາເນີນລາຍການພົບປະເຈລະຈາ ພາຍໃຕ້ຫົວຂໍ້ “ແລກປ່ຽນບົດຮຽນຂອງຄະນະຊາວໜຸ່ມກະຊວງຍຸຕິທໍາສອງປະເທດ ຫວຽດນາມ-ລາວ ກ່ຽວກັບການເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງພາລະກອນ, ລັດຖະກອນໜຸ່ມ ແລະອົງການຈັດຕັ້ງຊາວໜຸ່ມໃນໄລຍະປັດຈຸບັນ”. ທີ່ການພົບປະເຈລະຈາ, ສອງຝ່າຍຈະພ້ອມກັນແບ່ງປັນບົດຮຽນໃນການຈັດຕັ້ງບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມໃນວຽກງານວິຊາສະເພາະ, ວິຊາການໃນຂົງເຂດສ້າງກົດໝາຍ, ຈັດຕັ້ງການປະຕິບັດກົດໝາຍຢູ່ແຕ່ລະປະເທດ.

ນັກຂ່າວ: ຜ່ານເລື່ອງຈັດຕັ້ງລາຍການເຮັດວຽກ ແລະພົບປະແລກປ່ຽນໃນຄັ້ງນີ້, ສະຫາຍມີຄວາມຫວັງ ແລະຄວາມປາດຖະໜາຫຍັງແດ່ກ່ຽວກັບການພັດທະນາສາຍພົວພັນອັນສະໜິດຕິດພັນລະຫວ່າງຄະນະຊາວໜຸ່ມກະຊວງຍຸຕິທໍາສອງປະເທດ ຫວຽດນາມ-ລາວ ໃນອະນາຄົດ?

ສະຫາຍ ໂຮ່ກວາງຮຸຍ: ຂ້າພະເຈົ້າ ເຊື່ອໝັ້ນວ່າ, ຜ່ານລາຍການເຮັດວຽກ ແລະພົບປະແລກປ່ຽນໃນຄັ້ງນີ້, ສະມາຊິກຊາວໜຸ່ມ, ຊາວໜຸ່ມສອງຝ່າຍຈະຊອກຮູ້ຕື່ມກ່ຽວກັບກະຊວງຍຸຕິທໍາສອງປະເທດ; ກ່ຽວກັບວຽກງານຈັດຕັ້ງຄະນະຊາວໜຸ່ມຂອງແຕ່ລະອົງການ; ຜ່ານນັ້ນເຮັດໃຫ້ນໍ້າໃຈສາມັກຄີສະໜິດຕິດພັນລະຫວ່າງປະຊາຊົນ ແລະຊາວໜຸ່ມສອງປະເທດອ້າຍນ້ອງ ຫວຽດນາມ-ລາວ ນັບມື້ນັບເລິກເຊິ່ງກວ່າອີກ.

ຂ້າພະເຈົ້າ ປາດຖະໜາວ່າຄະນະຊາວໜຸ່ມກະຊວງຍຸຕິທໍາສອງປະເທດ ຈະຮັດແໜ້ນສາຍພົວພັນກວ່າອີກ, ປ່ຽນແປງໃໝ່ເນື້ອໃນ, ຮູບການໂຄສະນາໃນການພົບປະແລກປ່ຽນຊາວໜຸ່ມສອງປະເທດ ເພື່ອແນໃສ່ປະຕິບັດຂໍ້ຕົກລົງຮ່ວມມືສະບັບໃໝ່ ໄລຍະ 2017-2022 ທີ່ໄດ້ລົງນາມແລ້ວ ລະຫວ່າງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ໃນນັ້ນສຸມໃສ່ຍູ້ແຮງບັນດາການເຄື່ອນໄຫວສຶກສາອົບຮົມມູນເຊື້ອ, ແນວຄິດ, ຄຸນສົມບັດຂອງປະທານໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ, ກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີມິດຕະພາບແບບພິເສດຂອງສອງປະເທດໃຫ້ແກ່ຄົນຮຸ່ນໜຸ່ມ; ເພີ່ມທະວີສ້າງບັນດາເວທີປາໄສເພື່ອໃຫ້ພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມສອງປະເທດໄດ້ພົບປະ, ແລກປ່ຽນຂໍ້ມູນຂ່າວສານ, ພ້ອມກັນຮ່ວມມື, ພ້ອມກັນພັດທະນາ.

ໂດຍ: ທູຈາງ